• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ກອງປະຊຸມເຄືອຂ່າຍບັນດານັກວິທະຍາສາດຍິງ ພາກພື້ນ ອາຊີ-ປາຊີຟິກ”

      ຕອນເຊົ້າວັນທີ 18 ຕຸລາ, ທີ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ແລະ ສະມາຄົມປັນຍາຊົນຍິງ ຫວຽດນາມ ສົມທົບກັນຈັດຕັ້ງກອງປະຊຸມເຄືອຂ່າຍບັນດານັກວິທະຍາສາດຍິງ ອາຊີ - ປາຊີຟິກ ຄັ້ງທີ 8 ດ້ວຍຫົວຂໍ້ວ່າ ນັກວິທະຍາສາດຍິງ ເພື່ອການພັດທະນາແບບຍືນຍົງໃນສັງກະລາດດີຈີຕອນ”. ກອງປະຊຸມໄດ້ດໍາເນີນແຕ່ວັນທີ 18 – 20 ຕຸລາ.

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: qdnd.vn)
      ກອງປະຊຸມປີນີ້ແມ່ນ ໂອກາດເພື່ອໃຫ້ແມ່ຍິງຫວຽດນາມ ເປີດກວ້າງການຮ່ວມມື, ປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວລວມຂອງເຄືອຂ່າຍບັນດານັກວິທະຍາສາດຍິງ ແລະ ວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນຂອງປະເທດ.
ທ່ານນາງ Gail Mattison, ປະທານເຄືອຂ່າຍບັນດານັກວິທະຍາສາດ ແລະ ເຕັກນິກ ຍິງສາກົນ (INWES) ຕີລາຄາສູງວຽກງານການຈັດຕັ້ງຂອງປະເທດເຈົ້າພາບຫວຽດນາມ ແລະ ໃຫ້ຮູ້ວ່າ ນີ້ແມ່ນ ກອງປະຊຸມທີ່ມີຜູ້ແທນເຂົ້າຮ່ວມຫຼາຍກວ່າໝູ່ນັບແຕ່ກ່ອນມາຮອດປັດຈຸບັນ, ທ່ານກ່າວວ່າ:
ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນຢູ່ຫວຽດນາມ ສືບຕໍ່ມານະພະຍາຍາມເພື່ອມຸ່ງໄປເຖິງບັນດາເປົ້າໝາຍທີ່ໄດ້ວາງອອກ. ຂ້າພະເຈົ້າຫວັງວ່າ, ບັນດາຜູ້ແທນເຂົ້າຮ່ວມ ຈະແລກປ່ຽນບົດຮຽນ, ສົ່ງເສີມຜູ້ຍິງລຸ້ນໃໝ່ເຂົ້າຮ່ວມ ເພື່ອໃຫ້ເຂົາເຈົ້າກາຍເປັນນັກຊ່ຽວຊານ, ເປັນການນໍາ, ເປັນນັກທຸລະກິດ, ນັກການທູດ ເພື່ອການເຊື່ອມໂຍງເຂົ້າກັບສາກົນ”.
 ພາຍໃນ 03 ວັນດໍາເນີນກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມຈະປຶຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວລວມຂອງເຄືອຂ່າຍ ແລະ ຮັບຟັງການແບ່ງປັນຄໍາຄິດເຫັນຈາກນັກປາຖະກະຖາ - ແຂກຖືກເຊີນຈໍານວນໜຶ່ງ. ພ້ອມກັນນັ້ນ, ກອງປະຊຸມສໍາມະນາຫົວເລື່ອງສະເພາະ ຈະສຸມໃສ່ປຶກສາຫາລື ກ່ຽວກັບບັນດາຫົວຂໍ້ ຄື: ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນວິທະຍາສາດ ແລະ ເຕັກໂນໂລຢີ ໃນສະພາບການປະຕິວັດອຸດສາຫະກໍາ ຄັ້ງທີ 4; ໂພຊະນາການ ແລະ ຄວາມປອດໄພດ້ານສະບຽງອາຫານ ແລະ ອື່ນໆ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top