• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມ ສູນກາງພັກ ຄັ້ງທີ 7: ເພີ່ມທະວີຄວາມເຊື່ອໝັ້ນ ຂອງ ປະຊາຊົນ ທີ່ມີຕໍ່ ພັກ

ບົນຈິດໃຈ ຮັບຜິດຊອບສູງ, ປະຊາທິປະໄຕ ແລະ ກົງໄປກົງມາ ໃນ ການພິຈາລະນາ, ຫຼັງຈາກການເຮັດວຽກ ທີ່ເລັ່ງລັດ, ເຂັ້ມງວດ ເປັນ ເວລາ 6 ວັນ, ກອງປະຊຸມສູນກາງພັກ ຄັ້ງທີ 7 ສະໄໝທີ XII ໄດ້ບັນ ລຸຜົນຢ່າງຈົບງາມ, ສຳເລັດທຸກແຜນການທີ່ວາງອອກ. 

ກອງປະຊຸມໄດ້ຮັບຮອງເອົາ 3 ມະຕິ ສຳຄັນເຊັ່ນ: ກໍ່ສ້າງ ຖັນແຖວ ພະນັກງານ; ປະຕິຮູບນະໂຍບາຍເງິນເດືອນ, ປະກັນສັງຄົມ. ກອງ ປະຊຸມໄດ້ດຶງດູດ ຄວາມສົນໃຈ ເປັນພິເສດ ຂອງ ພະນັກງານ, ສະ ມາຊິກພັກ ແລະ ປະຊາຊົນ ທຸກຊັ້ນຄົນ ພາຍໃນປະເທດ, ສ້າງຜົນ ກະທົບສັງຄົມ ຢ່າງຕັ້ງໜ້າ, ປະກອບສ່ວນ ເຮັດໃຫ້ປະຊາຊົນ ມີ ຄວາມ ເຂົ້າໃຈຍິ່ງຂຶ້ນ ກັບບັນດາວຽກງານ ຂອງ ສູນກາງ ພັກ ທີ່ ກຳ ລັງປະຕິບັດ ແລະ ຜ່ານນັ້ນ ເຮັດໃຫ້ ພັກ ນັບມື້ນັບມີຄວາມ ໃກ້ ຊິດ, ສະໜິດສະໜົມ ກັບປະຊາຊົນຍິ່ງຂຶ້ນ. 

ສ້າງບັນຍາກາດໃໝ່, ພະລັງແຮງໃໝ່
ບັນດາບັນຫາທີ່ຖືກຍົກຂຶ້ນມາພິຈາລະນາ, ຕົກລົງກັນ ໃນກອງປະ ຊຸມໃຫຍ່ຄັ້ງນີ້ ມີຄວາມໝາຍ ສຳຄັນເປັນພິເສດ ຕໍ່ວຽກງານ ກໍ່ສ້າງ ພັກ, ສ້າງລະບົບການເມືອງ, ສົ່ງຜົນກະທົບຢ່າງກວ້າງຂວາງ, ເລິກ ເຊິ່ງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ແຜນຮ່າງກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະ ຢ່າງຍິ່ງ ແມ່ນພະນັກງານຂັ້ນຍຸດທະສາດ ທີ່ມີຄຸນທາດ, ຄວາມສາມາດແລະ ມີອິດທິພົນຊື່ສຽງຢ່າງພຽງພໍ, ທຽບເທົ່າກັບໜ້າທີ່. ບົນພື້ນຖານເປົ້າ ໝາຍລວມ ແລະ ຈຸດໝາຍລະອຽດ, ກອງປະຊຸມໄດ້ກຳນົດເອົາ ສອງ ວຽກງານຕົ້ນຕໍ ແລະ ຫ້າ ວຽກງານບຸກທະລຸ ເພື່ອປະຕິບັດ ແປດ ໜ້າ ທີ່ ວິທີການແກ້ໄຂ. ໃນນັ້ນ ສືບຕໍ່ປ່ຽນແປງໃໝ່ຢ່າງ ແຂງແຮງ, ຮອບ ດ້ານ, ຄົບຊຸດ, ມີປະສິດທິຜົນ ວຽກງານພະນັກງານ; ໃຫ້ເປັນມາດ ຕະຖານ, ຮັດແໜ້ນລະບຽບວິໄນ, ກົດຂໍ້ບັງຄັບ ໄປຄຽງຄູ່ ກັບການ ສ້າງກົນໄກ, ສະພາບແວດລ້ອມ, ເງື່ອນໄຂ ເພື່ອສົ່ງເສີມ ການປ່ຽນ ແປງໃໝ່, ປະດິດສ້າງ ຮັບໃຊ້ ການຂະຫຍາຍຕົວ ແລະ ປົກປັກ ຮັກ ສາ ພະນັກງານ ຜູ້ກ້າຄິດ ກ້າເຮັດ, ກ້າບຸກທະລຸ ເພື່ອຜົນປະໂຫຍດ ລວມ. ສຸມໃສ່ກໍ່ສ້າງຖັນແຖວພະນັກງານ ຂັ້ນຍຸດທະສາດ ແລະ ເລ ຂາຄະນະພັກ, ຜູ້ນຳທຸກຂັ້ນ ໄປຄຽງຄູ່ກັບ ການແບ່ງຂັ້ນ, ແບ່ງອຳ ນາດ ແນໃສ່ ເສີມຂະຫຍາຍ ຄວາມເປັນເຈົ້າການ, ປະດິດສ້າງ, ພ້ອມກັນນັ້ນ ເພີ່ມທະວີ ການກວດກາ, ຄວບຄຸນກວດກາ ກຳລັງອຳ ນາດຢ່າງເຄັ່ງຄັດ.



ຕອນເຊົ້າວັນທີ 7 ພຶດສະພາ 2018, ກອງປະຊຸມໃຫຍ່ ຄະນະບໍລິ ຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ຄັ້ງທີ 7 ສະໄໝທີ XII
ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ ສໍານັກງານ ສູນກາງພັກ, ຮ່າ ໂນ້ຍ. ໃນພາບ: ພາບໃນກອງປະຊຸມໃຫຍ່. ພາບ: ເຟືອງຮວາ/VNA



ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດ ນາມ ກ່າວປາໄສໄຂກອງປະຊຸມ. ພາບ: ເຟືອງຮວາ/VNA


ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ເຟືອງຮວາ/VNA


ຕອນເຊົ້າວັນທີ 8 ພຶດສະພາ 2018, ກອງປະຊຸມໃຫຍ່ ຄະນະບໍລິ ຫານງານ ສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 7 ສະໄໝທີ XII ໄດ້ເຮັດວຽກທີ່ສະໂມສອນ ເພື່ອພິຈາລະນາ ແຜນສະເໜີ ສຸມໃສ່ ກໍ່ ສ້າງ ຖັນແຖວ ພະນັກງານທຸກຂັ້ນ, ໂດຍສະເພາະຢ່າງຍິ່ງ ແມ່ນຂັ້ນ ຍຸດທະສາດ ທີ່ມີຄຸນທາດ, ຄວາມສາມາດ ແລະ ອິດທິພົນຊື່ສຽງຢ່າງ ພຽງພໍ, ເທົ່າທຽມກັບໜ້າທີ່. ໃນພາບ: ພາບລວມໃນການປະຊຸມ. ພາບ: ເຟືອງຮວາ/VNA


ສະຫາຍ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດ ຖະມົນຕີ ເປັນປະທານກອງປະຊຸມສົນທະນາ ແຜນຮ່າງສຸມໃສ່ ກໍ່ ສ້າງ ຖັນແຖວ ພະນັກງານທຸກຂັ້ນ, ໂດຍສະເພາະຢ່າງຍິ່ງ ແມ່ນຂັ້ນ ຍຸດທະສາດ ທີ່ມີຄຸນທາດ, ຄວາມສາມາດ ແລະ ອິດທິພົນຊື່ສຽງ
ຢ່າງ ພຽງພໍ, ເທົ່າທຽມກັບໜ້າທີ່. ພາບ: ຈີ້ຢຸງ/VNA

ຫ້າບຸກທະລຸ ແມ່ນ: ສຸມໃສ່ການປ່ຽນແປງໃໝ່ ວຽກງານຕີລາຄາ ພະ ນັກງານ ຕາມທິດກວມລວມ, ຕໍ່ເນື່ອງ, ຫຼາຍທິດ, ຕາມມາດຕະ ຖານ, ດ້ວຍຜົນງານ, ຜ່ານການສຳຫຼວດ, ເປີດເຜີຍຜົນສຳເລັດ ແລະ ປຽບທຽບ ກັບ ຕຳແໜ່ງ ເທ່ົາທຽມກັນ. ກວດກາກຳລັງອຳນາດ ຢ່າງ ແໜ້ນແຟ້ນ, ເລືອກເຟັ້ນ ໂດຍລະອຽດ, ປ່ຽນແທນໃຫ້ທັນການ; ຢຸດ ຕິ ສະພາບການ ແລ່ນຕຳແໜ່ງ, ແລ່ນອຳນາດ. ປະຕິບັດ ຢ່າງສະເໝີ ຕົ້ນສະເໝີປາຍ ແຜນນະໂຍບາຍ ແຕ່ງຕັ້ງ ເລຂາຄະນະພັກ ຂັ້ນ ແຂວງ, ຂັ້ນເມືອງ ບໍ່ແມ່ນຊາວທ້ອງຖິ່ນ. ປະຕິຮູບ ນະໂຍບາຍເງິນ ເດືອນ ແລະ ເຮືອນຢູ່ ເພື່ອສ້າງພະລັງແຮງ ໃຫ້ພະນັກງານ ສູ້ຊົນ, ສຸດອົກສຸດໃຈ ກັບວຽກງານ; ມີກົນໄກ, ນະໂຍບາຍ ເພື່ອສ້າງ ການ ແກ່ງແຍ້ງ ສະເໝີພາບ, ບໍ່ເອົາປຽບເອົາລັດກັນ ແລະ ດຶງດູດ, ໃຫ້ ຄວາມສຳຄັນ ແລະ ນຳໃຊ້ບຸກຄົນທີ່ມີຄວາມສາມາດ. ປັບປຸງ ກົນ ໄກໃຫ້ສຳເລັດ ເພື່ອ ໃຫ້ ພະນັກງານ, ສະມາຊິກພັກ ມີຄວາມໃກ້ ຊິດສະໜິດສະໜົມ ກັບ ປະຊາຊົນ ຢ່າງແທ້ຈິງ ແລະ ຜ່ານນັ້ນ ປະ ຊາ ຊົນ ເຂົ້າຮ່ວມ ກໍ່ສ້າງ ຖັນແຖວພະນັກງານ. 

ກອງປະຊຸມສູນກາງພັກ ຄັ້ງທີ 7 ໄດ້ຮັບຮອງເອົາ ເນື້ອໃນພື້ນຖານ ເອກະສານສະບັບຕ່າງໆ ດັ່ງລຸ່ມນີ້: 
- ມະຕິວ່າດ້ວຍ ການສຸມໃສ່ກໍ່ສ້າງ ຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະຢ່າງຍິ່ງ ແມ່ນຂັ້ນຍຸດທະສາດ ໃຫ້ມີຄຸນທາດ, ຄວາມ ສາມາດ ແລະ ອິດທິພົນຊື່ສຽງ ຢ່າງພຽງພໍ ເທົ່າທຽມກັບໜ້າທີ່.
- ມະຕິກ່ຽວກັບ ການປະຕິຮູບນະໂຍບາຍເງິນເດືອນ ສຳລັບພະນັກ ງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຄົນງານໃນວິສາ ຫະກິດ.
- ມະຕິກ່ຽວກັບການປະຕິຮູບນະໂຍບາຍປະກັນໄພສັງຄົມ.
- ມອບໃຫ້ກົມການເມືອງ, ອີງໃສ່ຄວາມຄິດເຫັນ ພິຈາລະນາ ຂອງ ສູນກາງພັກ, ລາຍງານ ຮັບເອົາຄໍາຄິດເຫັນ ແລະ ອະທິບາຍຊີ້ແຈງ ຂອງກົມການເມືອງ ເພື່ອຊີ້ນຳໃຫ້ສົມບູນ, ປະກາດໃຊ້ຢ່າງເປັນທາງ ການ ແລະ ຈັດຕັ້ງປະຕິບັດ ບັນດາມະຕິ ທີ່ໄດ້ ຍົກຢູ່ຂ້າງເທິງ. 
ສູນກາງພັກ ໄດ້ຮຽກຮ້ອງ ໃຫ້ມີ ວິທີຕີລາຄາພະນັກງານ ຢ່າງພາວະ ວິໄສ, ຊັດເຈນ; ມີກົນໄກ ສ້າງພະລັງແຮງ, ປ່ຽນແປງໃໝ່ ການປະ ດິດສ້າງ, ຝຶກຝົນຫຼໍ່ຫຼອມ ຜ່ານ ພາກປະຕິບັດຕົວຈິງ ແລະ ຍົກສູງ ວິ ທີ ຄວບຄຸມກຳລັງອຳນາດ, ຕ້ານການແລ່ນຕຳແໜ່ງ, ແລ່ນອໍານາດ, ລັດທິອັດຕະບຸກຄົນ, ພາກສ່ວນທ້ອງຖິ່ນ, ເຄືອຍາດ ໃນວຽງງານພະ ນັກງານ. ນີ້ຖືວ່າ ເປັນໜຶ່ງ ໃນຫຼາຍໜ້າທີ່, ວິທີແກ້ໄຂທີ່ສຳຄັນ ເພື່ອ ຕໍ່ສູ້ ສະກັດກັ້ນ ການປ່ອຍປະລະເລີງ ໃນກົງຈັກ ສິດ ຂອງ ພົນລະ ເມືອງ, ຄວາມທົດຖອຍ, ປ່ຽນທາດ ຂອງ ພະນັກງານ, ສະມາຊິກ ພັກ ບາງຄົນ ເພື່ອ ປັບປຸງ ແລະ ຍົກສູງ ຄວາມເຊື່ອໝັ້ນ ຂອງ ປະຊາຊົນ ທີ່ມີຕໍ່ ພັກ, ຕໍ່ ລັດ ແລະ ລະບອບ.

ແຜນຮ່າງ ປະຕິຮູບນະໂຍບາຍ ເງິນເດືອນ ສຳລັບພະນັກງານ, ລັດ ຖະກອນ, ກຳລັງປະກອບອາວຸດ ແລະ ຄົນງານໃນວິສາຫະກິດ ໄດ້ ສືບທອດ ບັນດາທັດສະນະ ກ່ຽວກັບການປະຕິຮູບເງິນເດືອນ ຂອງ ພັກ ແຕ່ກອງປະຊຸມໃຫຍ່ ສະໄໝທີ VI ມາຮອດປັດຈຸບັນ ຊຶ່ງໃນນັ້ນ ສະແດງໃຫ້ເຫັນ ຢ່າງຈະແຈ້ງ ບັນດາທັດສະນະ ຄືດັ່ງຕໍ່ໄປນີ້: ນະ ໂຍບາຍເງິນເດືອນ ເປັນພາກສ່ວນໜຶ່ງ ທີ່ ສຳຄັນພິເສດ ຂອງລະບົບ ນະໂຍບາຍ ເສດຖະກິດ-ສັງຄົມ. ເງິນເດືອນ ຕ້ອງແມ່ນ ລາຍຮັບຕົ້ນ ຕໍ ຮັບປະກັນຊີວິດການເປັນຢູ່ ໃຫ້ແກ່ ຊາວຜູ້ອອກແຮງງານ ແລະ ຄອບຄົວຂອງເຂົາເຈົ້າ; ເບີກຈ່າຍເງິນເດືອນທີ່ຖືກຕ້ອງ ແມ່ນລົງທຶນ ໃຫ້ແກ່ ການພັດທະນາ ແຫຼ່ງຊັດພະຍາກອນມະນຸດ, ສ້າງກຳລັງໜູນ ຍົກສູງ ສະມັດຕະພາບ ການອອກແຮງງານ ແລະ ປະສິດທິຜົນ ການ ເຮັດວຽກ ຂອງ ຜູ້ອອກແຮງງານ, ປະກອບສ່ວນອັນສຳຄັນ ໃນການ ປະຕິບັດ ຄວາມກ້າວໜ້າ ແລະ ຄວາມສະເໝີພາບດ້ານສັງຄົມ, ຮັບ ປະກັນ ດ້ານການເມືອງ-ສັງຄົມມີສະຖຽນລະພາບ; ຊຸກຍູ້, ຍົກສູງ ຄຸນນະພາບ ການຈະເລີນເຕີບໂຕ ແລະ ພັດທະນາ ເສດຖະກິດ-ສັງ ຄົມທີ່ຍືນຍົງ.

ບົນພື້ນຖານ ຖືນະໂຍບາຍ ເງິນເດືອນ ເປັນພາກສ່ວນ ສຳຄັນພິເສດ ຂອງ ລະບົບນະໂຍບາຍ ເສດຖະກິດ-ສັງຄົມ; ບັນດາ ສະຫາຍ ກຳ ມະການສູນກາງພັກ ໄດ້ເນັ້ນໜັກ ການປະຕິຮູບ ນະໂຍບາຍ ເງິນ ເດືອນ ຕ້ອງຕິດພັນກັບ ການປະຕິຮູບບໍລິຫານ, ປ່ຽນແປງໃໝ່, ເຮັດ ໃຫ້ກະທັດລັດ ແລະ ດີກວ່າເກົ່າ, ຍົກສູງຄວາມສັກສິດ, ປະສິດທິ ຜົນ ໃນການເຄື່ອນໄຫວ ຈັດຕັ້ງກົນຈັກ ຂອງ ລະບົບການເມືອງ, ບັນ ດາໜ່ວຍງານແຫ່ງລັດ... ຜ່ານນັ້ນ ປະກອບສ່ວນກໍ່ສ້າງລະບົບການ ເມືອງ ທີ່ປອດໃສ ຂາວສະອາດ, ກະທັດລັດ, ການເຄື່ອນໄຫວ ທີ່ມີ ຄວາມສັກສິດ, ປະສິດທິຜົນ; ປ້ອງກັນ ແລະ ຕ້ານການສໍ້ລາດບັງ ຫຼວງ, ຟຸມເຟືອຍ, ປະຕິບັດຄວາມກ້າວໜ້າ ແລະ ສະເໝີພາບ ໃນສັງ ຄົມ.

ໂດຍກຳນົດຢ່າງຈະແຈ້ງ ຈຸດໝາຍລວມ ແລະ ຈຸດໝາຍລະອຽດ ຂອງ ການປະຕິຮູບ ນະໂຍບາຍ ປະກັນໄພສັງຄົມ ໃນແຕ່ລະໄລຍະ, ສູນກາງພັກໄດ້ເນັ້ນໜັກວ່າ ການປະຕິຮູບນະໂຍບາຍ ປະກັນໄພ ສັງ ຄົມ ເປັນໜ້າທີ່ສຳຄັນ, ໃນນັ້ນ ການປະສົມ ຢ່າງກົມກຽວກັນ ລະ ຫວ່າງ ການສືບທອດ, ໝັ້ນຄົງ ກັບ ການປ່ຽນແປງໃໝ່, ພັດທະນາ ແລະ ຕ້ອງວາງຢູ່ໃນ ການພົວພັນເຊິ່ງກັນ ແລະ ກັນ ກັບ ການປ່ຽນ ແປງໃໝ່, ພັດທະນາບັນດານະໂຍບາຍ ສັງຄົມອື່ນໆ, ໂດຍສະເພາະ ຢ່າງ ຍິ່ງ ແມ່ນລະບອບເງິນເດືອນ, ລາຍຮັບ, ການຊ່ວຍເຫຼືອສັງຄົມ ເພື່ອໃຫ້ພົນລະເມືອງທຸກຄົນ ໄດ້ຮັບປະກັນ ຄວາມສະຫງົບປອດໄພ ດ້ານສັງຄົມ. ພັດທະນາລະບົບ ນະໂຍບາຍ ປະກັນໄພສັງຄົມ ສະດຸ້ງ ໄວ, ຫຼາຍຮູບແບບ, ຫຼາຍຊັ້ນ, ທັນສະໄໝ ແລະ ເຊື່ອມໂຍງ ຕາມ ຫຼັກ ການ “ອັດ-ຊົມໃຊ້”, “ຍຸຕິທຳ”, “ສະເໝີພາບ”, “ແບ່ງປັນ” ແລະ “ຍືນຍົງ”.

ກ່າວໃນພິທີປິດກອງປະຊຸມ, ສະຫາຍ ຫງວຽນຝູ໋ຈ້ອງ ເລຂາ ທິການ ໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ໄດ້ຕີ ລາຄາວ່່າ ຜົນສຳເລັດ ຂອງກອງປະຊຸມ ປະກອບສ່ວນ ສ້າງບັນຍາ ກາດໃໝ່, ພະລັງແຮງ ໃໝ່ ໃຫ້ແກ່ພາລະກິດປ່ຽນແປງໃໝ່ ທີ່ຄົບຊຸດ, ຮອບດ້ານ, ກໍ່ສ້າງພັກ ປອດໃສຂາວສະອາດ, ພັດທະນາປະເທດ ຊາດ ຢ່າງໄວວາ ແລະ ຍືນຍົງ.


ປະຊາຊົນ ມີຄວາມພູມໃຈ, ເຊື່ອໝັ້ນ ແລະ ມຸ່ງຫວັງຕໍ່ພັກ
ສິ່ງທີ່ສາມາດເຫັນໄດ້ງ່າຍ ໃນຊຸມມື້ຜ່ານມາ, ນັ້ນແມ່ນ ໃນແຕ່ລະ ຄອບຄົວ ຫຼື ສະຖານທີ່ສາທາລະນະ, ອົງການຈັດຕັ້ງຕ່າງໆ ແຕ່ເຂດ ຊົນນະບົດ ເຖິງນະຄອນໃຫຍ່ ບໍ່ວ່າຢູ່ໃສ ກໍເຫັນປະຊາຊົນ ເອີ່ຍເຖິງ ບັນດາເນື້ອໃນທີ່ສູນກາງພັກ ໄດ້ນຳມາພິຈາລະນາໃນກອງປະຊຸມ ຄັ້ງນີ້ ຢ່າງ ຟົດຟື້ນ.

ເຖິງວ່າ ມີຄວາມແຕກຕ່າງກັນກ່ຽວກັບວຽກງານ, ພາກສ່ວນທາງ ສັງ ຄົມ, ແຕ່ພະນັກງານ, ສະມາຊິກພັກ, ບັນດານັກຊ່ຽວຊານ, ນັກຄົ້ນ ຄວ້າ ຕະຫຼອດຮອດສາມັນຊົນ ຕ່າງກໍມີຄວາມພູມໃຈ, ເຊືີ່ອໝັ້ນ ໃນ ບັນດາລັດຖະນະໂຍບາຍ ອັນສຳຄັນ ຂອງກອງປະຊຸມຄັ້ງນີ້້. ບັນຫາ ແລ່ນຕຳແໜ່ງ, ແລ່ນອຳນາດ, ຄວບຄຸມ ກຳລັງອຳນາດ ໄດ້ນຳມາພິ ຈາລະນາ ໃນກອງປະຊຸມໃຫຍ່ ສູນກາງພັກ ຄັ້ງທີ 7 ໄດ້ຮັບການສະ ໜັບສະໜູນຈາກປະຊາຊົນ ຢ່າງສຸດໃຈ. ທ່ານ ເລ ວັນເຈິ໋ນ, ອະດີດ ຮອງຫົວໜ້າ ຄະນະກຳມະການ ກວດກາ ຄະນະພັກ ແຂວງ ຢາລາຍ ໄດ້ສະແດງ ຄວາມດີໃຈອອກມາວ່າ ສິ່ງທີ່ດີທີສຸດ ໃນປັດຈຸບັນ ແມ່ນ ຈິດໃຈ ຂອງ ປະຊາຊົນ ໄດ້ມີຄວາມເປັນ ເອກະພາບຢ່າງສູງ ຕໍ່ພັກ ແລະ ພັກໄດ້ ກຳຈັດ, ແກ້ໄຂ ດັດແປງ ຂໍ້ຂາດຕົກບົກຜ່ອງ ໃນວຽກ ງານພະນັກງານ ຢ່າງເຂັ້ມງວດ, ສະແດງອອກມາ ນຳ້ໃຈ ຮັບຜິດ ຊອບຢ່າງສູງ ຕໍ່ປະຊາຊົນ ແລະ ປະເທດຊາດ.

ການທີ່ປະຊາຊົນ ມີຄວາມເອົາໃຈໃສ່ ເປັນພິເສດ ຕໍ່ກອງປະຊຸມ ສູນ ກາງພັກ ຄັ້ງທີ 7, ບໍ່ພຽງແຕ່ ຍ້ອນບັນດາເນື້ອໃນ ທີ່ສູນກາງພັກ ຮັບ ຮອງເອົາ ມີຜົນສະທ້ອນ ຢ່າງກວ້າງຂວາງ, ເລິກເຊິ່ງ, ໂດຍກົງ ຕໍ່ຊີ ວິດການເປັນຢູ່ ຂອງປະຊາຊົນ ເທົ່ານັ້ນ, ຫາກຍັງ ກໍເນື່ອງຈາກ ການ ຕອບຮັບເປັນຢ່າງດີ ຈາກ ການປ່ຽນແປງໃໝ່ ໃນວຽກງານໂຄສະນາ ເຜີຍແຜ່ ຂໍ້ມູນຂ່າວສານ, ຊ່ວຍໃຫ້ ປະຊາຊົນ ກຳໄດ້ ບັນດາ ລັດຖະ ນະໂຍບາຍ, ທິດທາງໄປ ທີ່ ພັກ ກຳລັງປະຕິບັດ.



ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກັບບັນດາຜູ້ແທນ ໃນ ຕອນເຊົ້າ ວັນທີ 8 ພຶດສະພາ 2018. ພາບ: ຈີ້ຢຸງ/VNA


ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ປະທານປະເທດ ເຈິ່ນ ດ້າຍກວາງ, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາ ແຫ່ງຊາດ ຫງວຽນທິກີມເງິນ ແລະ ສະຫາຍ ເຈິ່ນກວກເວື້ອງ, ກຳມະ ການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການ ພັກຄອມມູນິດ ຫວຽດນາມ
ລົງຄະແນນສຽງ ຮັບຮອງເອົາ ມະຕິກອງປະຊຸມໃຫຍ່ຄະນະ ບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 7  ໃນ ຕອນ ເຊົ້າ ວັນທີ 12 ພຶດສະພາ 2018. ພາບ: ຖົ໋ງເຍິດ/VNA



ບັນດາຜູ້ແທນລົງຄະແນນສຽງ ຮັບຮອງເອົາ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 7  ໃນ ຕອນເຊົ້າວັນທີ 12 ພຶດສະພາ 2018.ພາບ: ຈີ້ຢຸງ/VNA


ພາບລວມໃນພິທີປິດກອງປະຊຸມໃຫຍ່. ພາບ: ເຟືອງຮວາ/VNA


ບັນດາຜູ້ແທນ ທີ່ເຂົ້າຮ່ວມ ພິທີປິດ ກອງປະຊຸມໃຫຍ່. ພາບ: ຖົ໋ງເຍິດ/VNA

ສາມແຜນສະເໜີ ທີ່ສຳຄັນ ຊຶ່ງສູນກາງພັກ ພິຈາລະນາ, ຕັດສິນ ໃນ ກອງປະຊຸມສູນກາງພັກ ຄັ້ງທີ 7 ຄັ້ງນີ້ ໄດ້ຄະນະຮຽບຮຽງ ກະກຽມ ຮອບຄອບ, ພິຖີພິຖັນ ແລະ ລະມັດລະວັງເປັນພິເສດ, ບົດພື້ນຖານ ຮັບ ເອົາບັນດາຄວາມຄິດເຫັນ ທີ່ເຕັມໄປດ້ວຍ ນຳ້ຈິດນຳ້ໃຈ ຂອງ ບັນດາຂັ້ນ, ຂະແໜງການ, ບັນດານັກຊ່ຽວຊານ, ນັກຄົ້ນຄວ້າ, ມີ ການສຶກສາ ຮຽນຮູ້ຈາກປະເທດຕ່າງໆ ຊຶ່ງ ສອດຄ່ອງ ກັບ ເງື່ອນໄຂ ແລະ ສະຖານະການຢູ່ ຫວຽດນາມ.

ກ່ອນ ແລະ ໃນເວລະດຳເນີນກອງປະຊຸມໃຫຍ່, ສະຫາຍ ຟ້າມມິງ ຈິ໋ງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າ ຄະນະ ຈັດຕັ້ງສູນກາງພັກ; ສະຫາຍ ເວືອງດິ່ງເຫວ້, ກຳມະການ ກົມການ ເມືອງ, ຮອງນາຍົກລັດຖະມົນຕີ; ສະຫາຍ ໂຕເລີມ, ກຳມະການ ກົມການເມືອງ, ລັດຖະມົນຕີ ກະຊວງຕຳຫຼວດ ໄດ້ມີບົດຂຽນ ທີ່ເລິກ ເຊິ່ງ, ວິໄຈ ແລະ ກ່າວເຖິງ ຢ່າງຮອບດ້ານ ບັນ ດາເນື້ອໃນພື້ນຖານ, ຈຸດໝາຍຕົ້ນຕໍ ແລະ ບັນດາວິທີແກ້ໄຂ ທີ່ບັນດາແຜນຮ່າງ ມຸ່ງສູ່, ສ້າງເງື່ອນໄຂ ໃຫ້ປະຊາຊົນ ມີຄວາມເຂົ້າໃຈ ຢ່າງລະອຽດຍິ່ງຂຶ້ນ ກ່ຽວກັບ ບັນດາເນື້ອໃນ ທີ່ສູນກາງພັກ ໄດ້ພິຈາ ລະນາ ແລະ ປຶກ ສາ ຫາລືກັນ.

ນອກຈາກການເຂົ້າຮ່ວມ, ສ່ົງຂ່າວ ກ່ຽວກັບພິທີເປີດ ແລະ ປິດກອງ ປະຊຸມຕາມປົກກະຕິ, ກອງປະຊຸມໃຫຍ່ສູນກາງພັກ ຄັ້ງທີ 7 ຍັງມີ ຂີດໝາຍທີ່ພິເສດ ເມື່ອນັກຂ່າວ ໄດ້ອະນຸຍາດ ໃຫ້ເຂົ້າຮ່ວມ, ສ່ອງ ແສງ ເຖິງປະຊາຊົນ ທົ່ວປະເທດ ບັນດາກອງປະຊຸມ ເວທີສົນທະນາ ກັບ ບັນດາເນື້ອໃນ ອັນສຳຄັນ ຂອງກອງປະຊຸມ. ບັນດາເນື້ອໃນ ສັງ ລວມ, ບັນດາການປ່ຽນແປງໃໝ່ຕົ້ນຕໍ, ບັນດາ ວິທີແກ້ໄຂ ພື້ນຖານ ໜັກ ແໜ້ນ ຂອງ ບັນດາແຜນຮ່າງ ຍື່ນສະເໜີ ຕໍ່ ສູນກາງພັກ; ບັນ ດາຂໍ້ວິໄຈ, ອ້າງເຫດຜົນອັນແຫຼມຄົມ, ຕີລາຄາຄຸນນະພາບ ແລະ ມີ ຄວາມຮັບຜິດຊອບ ຂອງ ແຕ່ລະສະຫາຍ ໃນສູນກາງພັກ ໄດ້ຮັບ ການ ຖ່າຍຖອດ ຢ່າງຊື່ຕົງ ແລະ ວ່ອງໄວເຖິງປະຊາຊົນ.

ບັນຍາກາດເຮັດວຽກທີ່ຮີບຮ້ອນ, ເຕັມໄປດ້ວຍ ຄວາມຮັບຜິດຊອບ, ປະຊາທິປະໄຕ, ກົງໄປກົງມາ ໃນການພິຈາລະນາ, ມີຄວາມເປັນ ເອກະພາບ ຢ່າງສູງ ໃນການຕັດສິນ ບັນດາແຜນນະໂຍບາຍ ທີ່ສຳ ຄັນ ກັບ ຊາຕາກຳ ຂອງ ປະເທດ, ໄດ້ບັນດາອົງການຈັດຕັ້ງ ໜັງສື ພິມ ແຕ່ສູນກາງ ລົງຮອດທ້ອງຖິ່ນ ອອກຂ່າວ ດ້ວຍປະລິມານຫຼາຍ, ມີແບບແຜນ, ຊັດເຈນ ໃນບັນດາພາຫະນະສື່ມວນຊົນ ໃນຫຼາຍມື້ ຜ່ານມາ, ກ່ອນການດຳເນີນກອງປະຊຸມ, ໄດ້ປະກອບ ສ່ວນບໍ່ໜ້ອຍ ໃນການອອກຂ່າວຢ່າງກວ້າງຂວາງ, ເພື່ອໃຫ້ພັກ ແລະ ປະຊາຊົນ, ປະຊາຊົນ ແລະ ພັກ ນັບມື້ນັບມີຄວາມໃກ້ ຊິດສະໜິດສະໜົມ ກັນ ຍິ່ງຂຶ້ນ.


ວັນທີ 13 ພຶດສະພາ, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພ້ອມດ້ວຍ ບັນດາຜູ້ແທນສະພາແຫ່ງຊາດ ໜ່ວຍເລືອກຕັ້ງ ເລກ 1, ຄະນະຜູ້ແທນສະພາແຫ່ງຊາດ ນະຄອນ ຮ່າໂນ້ຍ, ໄດ້ພົບປະ ກັບ ຜູ້ ມີສິດເລືອກຕັ້ງ ຂອງເມືອງ ບາດິ່ງ, ໄຕໂຮ່, ຮວ່ານກ໋ຽມ ເປັນຈຳ ນວນ ຫຼວງຫຼາຍ. ບັນດາຜູ້ມີສິດເລືອກຕັ້ງ ໄດ້ພ້ອມໃຈ, ຕີລາຄາສູງ ຄຳເວົ້າຂອງ ສະຫາຍເລຂາທິການໃຫຍ່ທີ່ວ່າ: “ໃຜບໍ່ເຮັດ ຈົ່ງຢືນ ຢູ່ ເບື້ອງໜຶ່ງ ໃຫ້ຜູ້ອ່ືນເຮັດ” ຊຶ່ງສະແດງໃຫ້ເຫັນ ຄວາມເດັດຂາດ ຂອງ ພັກ ໃນວຽກງານ ຕໍ່ສູ້, ປ້ອງກັນ ແລະ ຕ້ານການ ສໍ້ລາດບັງຫຼວງ, ຫຍໍ້ທໍ້. 
ປະຕິບັດ: ກວີ່ນຮວາ/VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top