• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມ ຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV: ການເລີ່ມ ຕົ້ນ ທີ່ດີ ໃນອາຍຸການໃໝ່

ພາຍຫຼັງ 9 ມື້ ເຮັດວຽກຢ່າງຕໍ່ເນື່ອງ, ດ້ວຍຄວາມຮີບຮ້ອນ, ຈິງຈັງ, ປະ ຊາທິປະໄຕ, ສາມັກຄີ, ສະຕິປັນຍາ ແລະ ມີຄວາມ ຮັບຜິດຊອບສູງ, ກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດຊຸດທີ XV ໄດ້ ສໍາ ເລັດ ລາຍການທັງໝົດທີ່ໄດ້ວາງອອກ ຢ່າງຈົບງາມ. 
ອາດເວົ້າໄດ້ວ່າ ນີ້ເປັນກອງປະຊຸມພິເສດ ໃນປະຫວັດການເຄື່ອນໄຫວ ຂອງສະພາແຫ່ງຊາດ, ສ້າງຂີດໝາຍພິເສດ, ສະແດງໃຫ້ເຫັນຢ່າງຈະ ແຈ້ງ ພາບພົດຂອງສະພາແຫ່ງຊາດ ທີ່ມີຄວາມຂະຫຍັນຂັນແຂງ,  ມີຫົວ ຄິດປະດິດສ້າງ, ມີການກະທຳ ຢ່າງເດັດຂາດ ເພື່ອຜົນປະໂຫຍດ ຂອງ ປະຊາຊົນ. 

ປະກອບເພີ່ມເຕີມເຂົ້າມະຕິລວມ ບັນດາມາດຕະການຮີບດ່ວນ ເພື່ອ ການ ປ້ອງກັນ ແລະ ຕ້ານພະຍາດໂຄວິດ-19

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ XV, ເປັນກອງ ປະຊຸມທີ່ມີ ເນື້ອໃນສໍາຄັນຫຼາຍຢ່າງ, ດໍາເນີນໃນສະພາບການທີ່ສັບສົນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ -19, ເຊິ່ງໄດ້ເກີດຂຶ້ນຢ່າງ ໜັກ ຢູ່ນະຄອນ ໂຮ່ຈີມິນ ແລະ ບາງແຂວງ ຢູ່ທາງພາກໃຕ້ ແລະ ມີແນວ ໂນ້ມ ແຜ່ລະບາດເປັນບໍລິເວນກວ້າງ. ບັນດາອົງການຈັດຕັ້ງ ທີ່ມີໜ້າທີ່, ກຳລັງ ຢູ່ແຖວໜ້າ ແລະ ທົ່ວລະບົບການເມືອງ ກຳລັງສຸມທຸກຄວາມສາ ມາດ ໃນການຈັດຕັ້ງ ປະຕິບັດ ບັນດາມາດຕະການ ຢ່າງເດັດຂາດ ເພື່ອ ປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ປົກປ້ອງ ສຸຂະພາບ ແລະ ຊີວິດ ຂອງ ປະຊາຊົນໃຫ້ດີທີ່ສຸດ.


ໃນຕອນເຊົ້າວັນທີ 20 ກໍລະກົດ 2021, ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໂດຍມີການນຳ ພັກ-ລັດ ໄດ້ເຂົ້າຮ່ວມພິທີໄຂກອງປະ ຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ XV ເຊິ່ງໄດ້ຈັດຂຶ້ນ
ຢ່າງສົມກຽດ ທີ່ຫ້ອງປະຊຸມ ຢຽນຮົ່ງ, ຫໍປະຊຸມສະພາແຫ່ງຊາດ, ນະ ຄອນຫຼວງ ຮ່າໂນ້ຍ. ໃນພາບ: ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງ ເຫວ້ ຕາງໜ້າ ບັນດາສະຫາຍການນໍາພັກ, ລັດ,
ບັນດາຜູ້ແທນສະພາ ແຫ່ງຊາດ ຊຸດທີ XV ສະແດງຄວາມຍິນດີ ຕໍ່ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ. ພາບ: ຈີ້ຢຸງ/VNA



ພາບບັນຍາກາດພິທີໄຂກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງ ຊາດ ຊຸດທີ XV. ພາບ: ເຢືອງຢາງ/VNA


ຕອນບ່າຍວັນທີ 20 ກໍລະກົດ 2021, ທີ່ຫໍປະຊຸມສະພາແຫ່ງຊາດ, ດ້ວຍ ຄະແນນສຽງເຫັນດີເປັນສ່ວນໃຫຍ່, ສະຫາຍ ເວືອງດິ່ງເຫວ້, ກຳມະການ ກົມການເມືອງ, ປະທານສະພາແຫ່ງຊາດຊຸດທີ XIV
ໄດ້ ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຊຸດທີ XIV ເລືອກໃຫ້ດຳລົງຕຳແໜ່ງ ປະທານສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຊຸດທີ XV.
ໃນພາບ: ສະຫາຍ ເວືອງດິ່ງເຫວ້ ກ່າວຄຳສາບານ ຮັບຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XV. ພາບ: ເຢືອງຢາງ/VNA





ໃນຕອນບ່າຍ ວັນທີ 20 ກໍລະກົດ 2021, ໃນກອງປະຊຸມຄັ້ງປະຖົມມະ ລຶກ ສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດ ໄດ້ດຳເນີນການເລືອກ ຕັ້ງປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ 4 ທ່ານ ແລະ ສະມາຊິກ ຄະນະປະຈໍາສະພາແຫ່ງຊາດ ດ້ວຍຮູບການລົງຄະ ແນນສຽງລັບ. ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ຮອງ ປະທານສະພາແຫ່ງຊາດ, ສະມາຊິກຄະນະປະຈຳ ສະພາແຫ່ງຊາດ
ຊຸດທີ XV ສະເໜີຕົວຕໍ່ ສະພາແຫ່ງຊາດ, ພີ່ນ້ອງຮ່ວມຊາດ ແລະ ຜູ້ມີສິດ ເລືອກຕັ້ງໃນທົ່ວປະເທດ. ພາບ: ຢວ໊ານເຕິ໋ນ/VNA

ຕໍ່ໜ້າສະຖານະການດັ່ງກ່າວ, ສະພາແຫ່ງຊາດໄດ້ຕົກລົງຄວາມເຫັນ ເປັນ ເອກະພາບຢ່າງສູງ ໃນການເຮັດໃຫ້ເວລາປະຊຸມສັ້ນລົງ 8 ມື້ທຽບ ກັບແຜນການເບື້ອງຕົ້ນ; ໃນເວລາດຽວກັນ, ບົນພື້ນຖານທິດທາງ ຊີ້ນຳ ຂອງ ສະຫາຍເລຂາທິການໃຫຍ່ ແລະ ກົມການເມືອງ, ຄະນະປະຈຳ ສະ ພາແຫ່ງຊາດ ໄດ້ສະເໜີ ແລະ ສົມທົບຢ່າງໃກ້ຊິດ ກັບສະພາແຫ່ງຊາດ ເພື່ອຍື່ນສະເໜີ ຕໍ່ສະພາແຫ່ງຊາດ ເພື່ອ ປັບປ່ຽນໂຄງການ, ປຶກສາຫາລື ແລະ ປະກອບເພີ່ມເຕີມ ເຂົ້າໃນມະຕິລວມ ຂອງກອງປະຊຸມບັນດາມາດ ຕະການອັນຮີບດ່ວນ ແມ່ນໝູນໃຊ້ໄດ້ ສະເພາະ ກັບວຽກງານການ ປ້ອງ ກັນ, ສະກັດກັ້ນການແຜ່ລະບາດ ຂອງ ພະຍາດໂຄວິດ-19 ແລະ ຖືກຈໍາ ກັດ ໃນເວລາອັນແນ່ນອນ ເພື່ອສ້າງພື້ນຖານ ທາງກົດໝາຍ, ເພີ່ມການ ເປັນເຈົ້າການ ໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາ ທ້ອງຖິ່ນ, ຕອບສະໜອງວຽກງານຊີິ້ນຳ, ນຳພາ ໃນການປ້ອງກັນ, ຕ້ານ ການແຜ່ລະບາດໂດຍດ່ວນ, ນັບທັງໃນສະຖານະການ ຂອງ ການ ແຜ່ ລະບາດ ອາດສັບສົນກວ່າ ທີ່ອາດຈະເກີດຂຶ້ນ ໃນອະນາຄົດອັນໃກ້ນີ້.

ເລືອກຕັ້ງ, ໃຫ້ສັດຕະຍາບັນ ບຸກຄະລາກອນລະດັບສູງ ຂອງ ກົງຈັກ ແຫ່ງລັດ

ທ່ານ ປະທານສະພາແຫ່ງຊາດກ່າວວ່າ ໃນກອງປະຊຸມຄັ້ງນີ້, ສະພາ ແຫ່ງຊາດ ໄດ້ຮັບຟັງບົດລາຍງານ ຂອງສະພາການເລືອກຕັ້ງແຫ່ງຊາດ ສະຫຼຸບການ ເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະ ພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026; ຜົນການຢັ້ງຢືນຄຸນລັກ ສະນະ ສະມາຊິກສະພາແຫ່ງຊາດຊຸດທີ XV; ບົດລາຍງານ ຂອງ ຄະ ນະປະທານຄະນະກຳມະການ ສູນກາງແນວໂຮມ ປະເທດຊາດ ຫວຽດ ນາມ ກ່ຽວກັບການສັງລວມຄຳເຫັນ, ຄຳສະເໜີຂອງ ຜູ້ມີສິດເລືອກຕັ້ງ ທົ່ວປະເທດ ທີ່ໄດ້ສົ່ງເຖິງ ກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາ ແຫ່ງຊາດຊຸດ ທີ XV.


ຕອນເຊົ້າວັນທີ 26 ກໍລະກົດ 2021, ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາ ແຫ່ງຊາດຊຸດທີ XV, ສະຫາຍ ຫງວຽນຊວນຟຸກ, ກຳມະການກົມ ການເມືອງ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ອາຍຸການ 2016-2021 ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງ ປະທານ ປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021-2026. ໃນພາບ: ທ່ານປະທານປະເທດ
ຫງວຽນຊວນຟຸກ ກ່າວ ຄຳສາບານຮັບຕຳແໜ່ງ ຕໍ່ໜ້າສະພາແຫ່ງຊາດ, ພີ່ນ້ອງຮ່ວມຊາດ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ. ພາບ: ຟ້າມກຽນ/VNA





ໃນຕອນບ່າຍ ວັນທີ 26 ກໍລະກົດ 2021, ໃນກອງປະຊຸມຄັ້ງປະຖົມມະ ລຶກ,  ສະພາແຫ່ງຊາດຊຸດທີ XV, ສະຫາຍ ຟ້າມມິງຈິ໋ງ, ກໍາມະການກົມ ການເມືອງ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2016-2021 ໄດ້ຮັບເລືອກ ໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ອາ ຍຸການ 2021-2026. ໃນພາບ: ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິ໋ງ ກ່າວຄຳສາບານຮັບຕໍາແໜ່ງ ຕໍ່ໜ້າ ສະພາແຫ່ງຊາດ,  ພີ່ນ້ອງ ຮ່ວມ ຊາດ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ. ພາບ: ຟ້າມກຽນ/VNA





ຕອນບ່າຍວັນທີ 26 ກໍລະກົດ 2021, ຢູ່ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV, ສະຫາຍ ຫງວຽນຮວ່າບິ່ງ, ກໍາມະການກົມ ການເມືອງ, ເລຂາທິການສູນກາງພັກ, ຫົວໜ້າສານ ສານປະຊາຊົນສູງ ສຸດ ອາຍຸການ 2016-2021 ໄດ້ຮັບເລືອກ ໃຫ້ດຳລົງຕຳແໜ່ງ ຫົວໜ້າຜູ້ ພິພາກສາ ສານປະຊາຊົນສູງສຸດ ອາຍຸການ 2021-2026. ສະຫາຍ ຫົວໜ້າຜູ້ພິພາກສາ ສານປະຊາຊົນສູງສຸດ
ກ່າວຄຳສາບານຮັບ ຕຳແໜ່ງ. ພາບ: ຟ້າມກຽນ/VNA



ບັນດາການນຳສະພາແຫ່ງຊາດ ສະແດງຄວາມຍິນດີຕໍ່ ສະຫາຍ ຫງວຽນ ທິ ແອ໋ງຊວນ ທີ່ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງ ຮອງປະທານປະເທດ, ສະຫາຍ ຫງວຽນຮ່ວາບິ່ງ ໄດ້ຮັບເລືອກ ໃຫ້ດຳລົງຕຳແໜ່ງ ຫົວໜ້າຜູ້ພິ ພາກສາ  ສານປະຊາຊົນສູງສຸດ ແລະ ສະຫາຍ ເລມິງຈີ໋ ໄດ້ຮັບເລືອກ ໃຫ້ດຳລົງຕຳແໜ່ງ ຫົວໜ້າສະຖາບັນ ອົງການໄອຍະການປະຊາຊົນສູງ ສຸດ ອາຍຸການ 2021-2026. ພາບ: ຈີ໋ຢຸງ / VNA

ດ້ວຍຄວາມເປັນເອກະພາບ ແລະ ຄວາມໄວ້ວາງໃຈຢ່າງສູງ, ສະພາ ແຫ່ງຊາດ ໄດ້ເລືອກຕັ້ງ ປະທານປະເທດ, ປະທານສະພາແຫ່ງຊາດ, ນາ ຍົກລັດຖະມົນຕີ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ສະມາຊິກ ຄະນະປະຈຳ ສະພາແຫ່ງຊາດ, ຫົວໜ້າສານປະຊາຊົນສູງ ສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ເລຂາທິການໃຫຍ່ ສະພາແຫ່ງຊາດ, ປະທານສະພາຊົນເຜົ່າ, ຫົວໜ້າຄະນະກຳມະການ ສະພາແຫ່ງຊາດ, ຫົວໜ້າອົງການກວດສອບບັນຊີແຫ່ງລັດ; ໃຫ້ສັດຕະ ຍາບັນ ການແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ສະ ມາຊິກຜູ້ອື່ນໆ ຂອງລັດຖະບານ, ຜູ້ພິພາກສາສານປະຊາຊົນສູງສຸດ; ໃຫ້ສັດຕະຍາບັນ ບັນຊີລາຍຊື່ ຮອງປະທານ ແລະ ກຳມະການສະພາ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.

ຂໍ້ຕົກລົງສັງລວມ ກ່ຽວກັບ ແຜນການ ແລະ ໂຄງການໄລຍະກາງ 5 ປີ

ສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ຮັບຮອງເອົາມະຕິ ກ່ຽວກັບໂຄງ ການ ສ້າງກົດໝາຍ, ລັດຖະດຳລັດ ປີ 2022 ແລະ ປັບປຸງກົດໝາຍໂຄງ ການສ້າງກົດໝາຍ, ລັດຖະດຳລັດ ປີ 2021.

ສະພາແຫ່ງຊາດ ໄດ້ປຶກສາຫາລື ແລະ ຮັບຮອງເອົາມະຕິ ກ່ຽວກັບໂຄງ ການ ຕິດຕາມກວດກາ ຂອງ ສະພາແຫ່ງຊາດ ປີ 2022, ມະຕິວ່າດ້ວຍ ການສ້າງຕັ້ງ ທີມຕິດຕາມກວດກາ ຫົວຂໍ້ສະເພາະກ່ຽວກັບ “ການຈັດຕັ້ງ ປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບວຽກງານການວາງແຜນ ຕັ້ງແຕ່ ກົດໝາຍວ່າດ້ວຍ ການວາງແຜນ ມີຜົນບັງຄັບໃຊ້” ແລະ “ການຈັດຕັ້ງ ປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍ ການປະຕິບັດການປະຢັດ, ຕ້ານ ການຟຸມເຟືອຍ ໄລຍະ 2016-2021”.




ໃນວາລະກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV, ໃນ ຕອນເຊົ້າ ວັນທີ 27 ກໍລະກົດ 2021, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫ້ອງໂຖງ ກ່ຽວກັບແຜນນະໂຍບາຍລົງທຶນ ໃນໂຄງການເປົ້າໝາຍ ແຫ່ງຊາດ ກ່ຽວກັບ ການຫຼຸດຜ່ອນ ຄວາມທຸກຍາກ ແບບຍືນຍົງ ໄລຍະ 2021-2025 ແລະ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການສ້າງ ຊົນ ນະບົດໃໝ່ ໄລຍະ 2021-2025.
ໃນພາບ: ສະມາຊິກສະພາແຫ່ງ ຊາດ ນະຄອນຫຼວງ ຮ່າໂນ້ຍ ຫງວຽນທິລານ ກ່າວຄວາມເຫັນ. ພາບ: ເຢືອງ ຢາງ/VNA



ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງ ຮວານ ອະທິບາຍຄຳເຫັນ ຂອງ ຜູ້ແທນສະພາແຫ່ງຊາດ. ພາບ: ເຢືອງ ຢາງ/VNA


ໃນຕອນບ່າຍ ວັນທີ 27 ກໍລະກົດ 2021, ສະພາແຫ່ງຊາດໄດ້ປຶກສາຫາ ລື ຢູ່ຫ້ອງໂຖງ ກ່ຽວກັບ ແຜນການ ການເງິນ 5 ປີແຫ່ງຊາດ ໄລຍະ 2021-2025; ແຜນການກູ້ຢືມ, ຊໍາລະໜີ້ ສາທາລະນະ 5 ປີ
ໄລຍະ 2021-2025 ແລະ ແຜນການລົງທຶນພາກລັດ ໄລຍະກາງ ໄລຍະ 2021-2025. ໃນພາບ: ທ່ານ ລັດຖະມົນຕີກະຊວງການເງິນ ໂຮ່ດຶກ ເຟິກ ອະທິບາຍ ແລະ ຊີ້ແຈງ ບາງບັນຫາ
ທີ່ຜູ້ແທນສະພາແຫ່ງຊາດໄດ້ຍົກຂຶ້ນມາ. ພາບ: ເຢືອງຢາງ/VNA


ໃນຕອນເຊົ້າ ວັນທີ 28 ກໍລະກົດ 2021, ທີ່ຫໍປະຊຸມສະພາແຫ່ງຊາດ, ສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຮັບຮອງເອົາ ມະຕິວ່າດ້ວຍ ການ ດັດປັບ ການຂຶ້ນແຜນລາຍຈ່າຍງົບປະມານແຫ່ງລັດ ແລະ ອະນຸມັດການ ຊຳລະ ບັນຊີງົບປະມານແຫ່ງລັດ ໃນປີ 2019; ມະຕິກ່ຽວກັບ ແຜນການ ການເງິນແຫ່ງຊາດ ແລະ ການກູ້ຢືມ, ຊຳລະໜີ້ ສາທາລະນະ 5 ປີ ໄລຍະ 2021-2025. ຄະນະຜູ້ແທນ ສະພາແຫ່ງຊາດ ແຂວງ ອຽນບ໋າຍ ໄດ້ລົງ ຄະແນນສຽງຮັບຮອງເອົາມະຕິ ກ່ຽວກັບແຜນການ ການເງິນແຫ່ງ ຊາດ ແລະ ການກູ້ຢືມ, ຊໍາລະໜີ້ ສາທາລະນະ 5 ປີ ໄລຍະ 2021-2025. ພາບ: ເຟືອງຮວາ/VNA

ສະພາແຫ່ງຊາດ ຍັງຊີ້ໃຫ້ເຫັນ ຢ່າງກົງໄປກົງມາ ເຖິງຂໍ້ບົກຜ່ອງ ແລະ ຈຸດອ່ອນ ໃນບັນດາສາຂາ ແລະ ຂົງເຂດ; ວິເຄາະ, ຄາດຄະເນ ຂໍ້ສະ ດວກ ພ້ອມກັບຄວາມສ່ຽງ, ສິ່ງທ້າທາຍ ທີ່ຫວຽດນາມ ຕ້ອງປະເຊີນໜ້າ ໃນອະນາຄົດ ແລະ ກໍານົດໜ້າທີ່, ວິທີແກ້ໄຂຈຸດສຸມ ໃນ 6 ເດືອນທ້າຍ ປີ ຂອງ ລັດຖະບານ ເພື່ອຈັດຕັ້ງ ປະຕິບັດ.

ທ່ານປະທານສະພາແຫ່ງຊາດ ໄດ້ຍົກໃຫ້ເຫັນ ຢ່າງຈະແຈ້ງ ໃນໄລຍະ ສະເພາະໜ້າ, ຕ້ອງມີຄວາມອົດທົນ ໃນການຈັດຕັ້ງປະຕິບັດ ສອງເປົ້າ ໝາຍ ໄປພ້ອມໆ ກັນ ກັບວຽກງານບູລິມະສິດ ອັນດັບໜຶ່ງ ແມ່ນສຸມທຸກ ແຫຼ່ງກຳລັງ ເຂົ້າໃນວຽກປ້ອງກັນ, ຕ້ານການແຜ່ລະບາດຂອງພະຍາດ. ຮັກສາໄວ້ການຜະລິດ ແລະ ດຳເນີນທຸລະກິດ, ເລັ່ງຄວາມຄືບໜ້າ ເບີກ ຈ່າຍເງິນລົງທຶນພາກລັດ, ນຳໃຊ້ຢ່າງມີປະສິດທິຜົນ, ໄຫວພິບ ນະໂຍ ບາຍສົກການເງິນ, ນະໂຍບາຍເງິນຕາ; ຮັກສາພື້ນຖານເສດຖະກິດ ມະ ຫາພາກ ເປັນປົກກະຕິ, ຊຸກຍູ້ຢ່າງແຂງແຮງ ການບຸກທະລຸ ຍຸດທະສາດ 3 ຢ່າງ, ສົ່ງເສີມທຸກແຫຼ່ງກຳລັງແຮງ, ຄວາມສາມາດບົ່ມຊ້ອນ, ສ້າງພະ ລັງແຮງ ໃຫ້ແກ່ການພັດທະນາຢ່າງໄວ ແລະ ຍືນຍົງຂອງປະເທດຊາດ ...  ເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ແລະ ມະ ຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ.

ບົນພື້ນຖານການພິຈາລະນາຢ່າງລະອຽດຮອບຄອບ, ສະພາແຫ່ງຊາດ ໄດ້ ໃຫ້ສັດຕະຍາບັນ ການຊຳລະບັນຊີງົບປະມານແຫ່ງລັດ ປີ 2019; ຮຽກຮ້ອງລັດຖະບານເພີ່ມທະວີການຊີ້ນຳ, ມີວິທີແກ້ໄຂຢ່າງ ເດັດຂາດ ເພື່ອຮັດແໜ້ນ ລະບຽບການ, ກົດຂໍ້ບັງຄັບ ທາງດ້ານການເງິນ, ສົ່ງເສີມ ປະຕິບັດການປະຢັດ, ຕ້ານການຟຸມເຟືອຍ, ຕໍ່ສູ້ຕ້ານໄພສໍ້ລາດ ບັງຫຼວງ, ການຫຍໍ້ທໍ້, ປະຕິບັດວິໄນ ຄວາມຮັບຜິດຊອບ ຕໍ່ບັນດາອົງການຈັດຕັ້ງ, ບຸກຄົນ ທີ່ກະທຳຜິດ ໃນການຄຸ້ມຄອງ ແລະ ນຳໃຊ້ງົບປະມານຂອງລັດ, ການລົງທຶນສາທາລະນະ, ຊັບສິນສາທາລະນະ ແລະ ສືບຕໍ່ປັບປຸງ ກົນ ໄກ, ນະໂຍບາຍໃຫ້ສົມບູນແບບ ຕາມຂໍ້ສະເໜີແນະ ຂອງອົງການກວດ ສອບແຫ່ງລັດ ແລະ ມະຕິຕົກລົງ ຂອງ ສະພາແຫ່ງຊາດ.

ສະພາແຫ່ງຊາດໄດ້ຮຽກຮ້ອງ ໃນທັນທີ ຫຼັງກອງປະຊຸມ, ລັດຖະບານ, ນາຍົກ ແລະ ອົງການຈັດຕັ້ງ ທີ່ຢູ່ໃນກົງຈັກແຫ່ງລັດ ຈົ່ງຮີບຮ້ອນ ປັບປຸງ ແລະ ບູລະນະ ອົງການຈັດຕັ້ງ ແລະ ຖັນແຖວພະນັກງານໃຫ້ສົມບູນ, ສ້າງແຜນການ, ແຜນການດຳເນີນງານ ປະຕິບັດມະຕິຂອງສະພາ ແຫ່ງ ຊາດເປັນຢ່າງດີ; ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິ ພາບການດໍາເນີນງານ, ຍູ້ແຮງການແບ່ງຂັ້ນ, ແບ່ງການຄຸ້ມຄອງຢ່າງສົມ ເຫດສົມຜົນ, ໄປຄຽງຄູ່ກັບ ເພີ່ມທະວີການຕິດຕາມ ກວດກາ, ຕິດພັນ ກັບ ການອະທິບາຍ ຢ່າງຈະແຈ້ງ ຂອງ ອົງການຈັດຕັ້ງ ແລະ ບຸກຄົນ, ໂດຍສະເພາະແມ່ນຜູ້ນໍາ.


ສືບຕໍ່ປ່ຽນໃໝ່, ຍົກສູງປະສິດທິຜົນ ການເຄື່ອນໄຫວ ຂອງ ສະພາແຫ່ງ ຊາດ

ທ່ານ ປະທານສະພາແຫ່ງຊາດເນັ້ນຢໍ້າວ່າ: ຄະນະປະຈຳ ສະພາແຫ່ງ ຊາດ, ສະພາຊົນເຜົ່າ, ກຳມາທິການສະພາແຫ່ງຊາດ, ຄະນະຜູ້ແທນ ສະ ພາ ແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ປ່ຽນແປງ ຢ່າງແຂງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ, ເພີ່ມທະວີການຕິດຕາມ, ກວດກາ ການປະຕິບັດມະຕິຂອງກອງປະຊຸມ.

ທ່ານ ປະທານສະພາແຫ່ງຊາດສະເໜີ ໃຫ້ບັນດາສະມາຊິກສະພາແຫ່ງ ຊາດ ລາຍງານຜົນການລົງຄະແນນສຽງ ຕໍ່ຜູ້ມີສິດເລືອກຕັ້ງ ໃນທົ່ວປະ ເທດຢ່າງ ຮີບດ່ວນ, ຮັກສາການຕິດຕໍ່ພົວພັນຢ່າງໃກ້ຊິດ ກັບຜູ້ມີສິດ ເລືອກຕັ້ງ ຢ່າງເປັນປົກກະຕິ, ຮັບຟັງ ແລະ ສະທ້ອນຄວາມຄິດເຫັນ ຂອງ ເຂົາເຈົ້າຢ່າງ ຈິງໃຈ, ຕັ້ງໜ້າຕິດຕາມ, ກວດກາ, ການແກ້ໄຂ ຂໍ້ສະເໜີ ແນະ, ການຮ້ອງທຸກ, ກ່າວໂທດ ຂອງ ພົນລະເມືອງ,  ຊຸກຍູ້ສົ່ງເສີມ ປະ ຊາຊົນ ປະຕິບັດ ແຜນນະໂຍຍາຍ, ແນວທາງ ຂອງ ພັກ ແລະ ກົດໝາຍ ຂອງລັດ ເປັນຢ່າງດີ, ໂດຍສະເພາະຢ່າງຍິ່ງ ແມ່ນບັນດາຂໍ້ກຳນົດ ກ່ຽວ ກັບ ການປ້ອງກັນ ແລະ ຕ້ານໂຄວິດ -19 ໃນປັດຈຸບັນ.



ຕອນບ່າຍ ວັນທີ 28 ກໍລະກົດ 2021,  ທີ່ຫໍປະຊຸມສະພາແຫ່ງຊາດ, ສະ ພາແຫ່ງຊາດ ໄດ້ອະນຸມັດ ແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີ ແລະ ສະມາຊິກຄົນອື່ນໆ ຂອງ ລັດຖະບານ
ອາຍຸການ2021-2026 ໂດຍການປ່ອນບັດລັບ. ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ແລະ ບັນດາການນຳ ພັກ- ລັດ ໄດ້ລົງຄະແນນສຽງໃຫ້ ສັດຕະຍາບັນການແຕ່ງຕັ້ງ
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີ ແລະ ສະມາຊິກຄົນອື່ນໆ ຂອງ ລັດຖະບານ. ພາບ: ຈີ້ຢຸງ/VNA



ບັນດາສະມາຊິກລັດຖະບານ ອາຍຸການ 2021-2026 ສະເໜີຕົວ ຕໍ່ ສະພາແຫ່ງຊາດ. ພາບ: ຢວ໊ານເຕິ໋ນ/VNA




ຕອນບ່າຍ ວັນທີ 28 ກໍລະກົດ 2021, ທີ່ຫໍປະຊຸມສະພາແຫ່ງຊາດ, ຫຼັງ ຈາກເຮັດວຽກ ຢ່າງຕໍ່ເນື່ອງ ເປັນເວລາ 9 ມື້, ຮີບດ່ວນ, ຈິງຈັງ ແລະ ມີ ຄວາມຮັບຜິດຊອບ, ກອງປະຊຸມຄັ້ງປະຖົມມະລຶກ,
ສະພາແຫ່ງຊາດຊຸດ ທີ XV ໄດ້ສໍາເລັດໂຄງ ການວາງອອກທັງໝົດ ແລະ ໄດ້ປະສົບຜົນສໍາ ເລັດຢ່າງຈົບງາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວ ຄຳປາໄສປິດກອງປະຊຸມ.
ໃນພາບ: ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳປາໄສປິດກອງປະຊຸມຄັ້ງປະຖົມມະລຶກ ສະພາ ແຫ່ງຊາດຊຸດທີ XV. ພາບ: ຟ້າມກຽນ/VNA

ທ່ານ ປະທານສະພາແຫ່ງຊາດເນັ້ນຢໍ້າວ່າ: ຄະນະປະຈຳ ສະພາແຫ່ງ ຊາດ, ສະພາຊົນເຜົ່າ, ກຳມາທິການສະພາແຫ່ງຊາດ, ຄະນະຜູ້ແທນ ສະ ພາ ແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ປ່ຽນແປງ ຢ່າງແຂງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ, ເພີ່ມທະວີການຕິດຕາມ, ກວດກາ ການປະຕິບັດມະຕິຂອງກອງປະຊຸມ.

ທ່ານ ປະທານສະພາແຫ່ງຊາດສະເໜີ ໃຫ້ບັນດາສະມາຊິກສະພາແຫ່ງ ຊາດ ລາຍງານຜົນການລົງຄະແນນສຽງ ຕໍ່ຜູ້ມີສິດເລືອກຕັ້ງ ໃນທົ່ວປະ ເທດຢ່າງ ຮີບດ່ວນ, ຮັກສາການຕິດຕໍ່ພົວພັນຢ່າງໃກ້ຊິດ ກັບຜູ້ມີສິດ ເລືອກຕັ້ງ ຢ່າງເປັນປົກກະຕິ, ຮັບຟັງ ແລະ ສະທ້ອນຄວາມຄິດເຫັນ ຂອງ ເຂົາເຈົ້າຢ່າງ ຈິງໃຈ, ຕັ້ງໜ້າຕິດຕາມ, ກວດກາ, ການແກ້ໄຂ ຂໍ້ສະເໜີ ແນະ, ການຮ້ອງທຸກ, ກ່າວໂທດ ຂອງ ພົນລະເມືອງ,  ຊຸກຍູ້ສົ່ງເສີມ ປະ ຊາຊົນ ປະຕິບັດ ແຜນນະໂຍຍາຍ, ແນວທາງ ຂອງ ພັກ ແລະ ກົດໝາຍ ຂອງລັດ ເປັນຢ່າງດີ, ໂດຍສະເພາະຢ່າງຍິ່ງ ແມ່ນບັນດາຂໍ້ກຳນົດ ກ່ຽວ ກັບ ການປ້ອງກັນ ແລະ ຕ້ານໂຄວິດ -19 ໃນປັດຈຸບັນ.

ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top