• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ກອງປະຊຸມ AMM - 52: ແລກປ່ຽນກ່ຽວກັບສະພາບການຢູ່ ທະເລຕາເວັນອອກ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM-52) ຊຶ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ບາງກອກ, ແຫ່ງລາຊະ ອານາຈັກ ໄທ, ບັນດາລັດຖະມົນຕີການຕ່າງປະເທດໄດ້ພິຈາ ລະ ນາ ຫຼາຍບັນຫາກ່ຽວກັບການກໍ່ສ້າງປະຊາຄົມ, ການພົວພັນການ ຕ່າງປະເທດ ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບ ບັນຫາ ຢູ່ ທະເລ ຕາເວັນອອກ.
ບັນດາລັດຖະມົນຕີ ໄດ້ຢັ້ງຢືນຄຳໝັ້ນສັນຍາ ໃນການເພີ່ມທະວີ ການຮ່ວມມືຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບໃນພາກພື້ນ, ແກ້ໄຂບັນດາສິ່ງທ້າທາຍ ທີ່ພວມ ເກີດຂຶ້ນຢ່າງມີປະສິດທິພາບ. ພ້ອມນີ້, ອາຊຽນ ຈະຜັນຂະຫຍາຍແຜນສັງລວມໃນການສ້າງປະຊາຄົມ ການເມືອງ-ປ້ອງກັນຄວາມ ສະຫງົບ ອາຊຽນ 2025, ໃຫ້ບູລິມະສິດການຮ່ວມມືໃນການ ປະ ເຊີນໜ້າ ກັບສິ່ງທ້າທາຍທ່ີເກີດຂຶ້ນ, ເພີ່ມທະວີການຮ່ວມ ມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືທາງທະເລ, ໂຄສະນາບັນດາຫຼັກການ, ມາດຕະຖານການປະພຶດຕໍ່ຂອງ ອາຊຽນ ຢ່າງຕັ້ງໜ້າ ແລະ ອື່ນໆ. ເນື່ອງໃນໂອກາດນີ້, ບັນ ດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເຊັນເອກະສານເປີດກວ້າງສົນທິສັນຍາວ່າດ້ວຍຄວາມເປັນມິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ໃຫ້ປະເທດ ເປຣູ ໄດ້ເຂົ້າ ຮ່ວມໃນສົນທິສັນຍາ, ຍົກຈຳນວນສະມາຊິກ ທີ່ເຂົ້າຮ່ວມ ສົນທິ ສັນຍາ ຂຶ້ນເປັນ 38 ປະເທດ. 

ບັນດາລັດຖະມົນຕີ ໄດ້ພິຈາລະນາຢ່າງເລິກເຊິ່ງ ແລະກວ້າງຂວາງ ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ສະແດງຄວາມ ກັງ ວົນໃຈຕໍ່ບັນດາເຫດການທີ່ພວມເກີດຂຶ້ນຢູ່ທະເລຕາເວັນອອກ, ສິ່ງດັ່ງກ່າວ ໄດ້ທຳລາຍຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມເຄັ່ງຕຶງ ແລະ ສ້າງຜົນສະທ້ອນຕໍ່ສັນຕິພາບ, ສະຖຽນລະພາບ ແລະຄວາມ ສະຫງົບປອດໄພໃນພາກພື້ນ. ອາຊຽນ ໄດ້ຢັ້ງຢືນຄືນໃໝ່ ຄວາມ ສຳຄັນຂອງການເຄົາລົບ ກົດໝາຍສາກົນ, ສົນທິສັນຍາ ຂອງ ສະ ຫະປະຊາຊາດວ່າດ້ວຍ ກົດໝາຍທະເລ 1982 (UNCLOS 1982), ຮຽກຮ້ອງໃຫ້ທຸກຝ່າຍຕ້ອງອົດກັ້ນ, ບໍ່ຫັນເປັນການທະ ຫານ ແລະ ຫຼີກລ້ຽງການກະທຳ ຊຶ່ງເຮັດໃຫ້ສະ ພາບການຢູ່ ທະເລ ຕາເວັນອອກ ສັບສົນກວ່າເກົ່າ; ແກ້ໄຂຂໍ້ຂັດແຍ້ງ ດ້ວຍສັນຕິວິທີ, ບົນພື້ນຖານ ຂອງ ກົດໝາຍສາກົນ, ສົນທິສັນຍາ UNCLOS 1982. 



ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນພາຍໃຕ້ການເປັນ ປະ ທານ ຂອງ ທ່ານ ດອນ ປຣາມັດວິໄນ, ລັດຖະມົນຕີ ການຕ່າງປະ ເທດໄທ. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງ ປະເທດ ຟ້າມບິ່ງມິນ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ.
ພາບ: ບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ ຖ່າຍຮູບ ຮ່ວມກັນ. ພາບ: VNA
 


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ພ້ອມກັບບັນດາລັດຖະມົນຕີການ ຕ່າງ ປະເທດອາ ຊຽນ ເຂົ້າຢ້ຽມຂຳນັບ ທ່ານ ປຣະຍຸດ ຈັນໂອຊາ, ນາ ຍົກລັດຖະມົນຕີແຫ່ງລາຊະອານາຈັກ ໄທ. ພາບ: VNA


ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ດຳເນີນກອງປະຊຸມ
ຄົບຄະນະ ແລະ ກອງປະຊຸມວົງແຄບ ເພື່ອພິຈາລະນາ ບັນດາ ບັນ ຫາທີ່ກ່ຽວຂ້ອງເຖິງການສ້າງປະຊາຄົມ, ການພົວພັນການຕ່າງ ປະ ເທດ, ກະກຽມໃຫ້ບັນດາກອງປະຊຸມຂັ້ນສູງ ອາຊຽນ ແລະ ອາຊຽນ ກັບຄູ່ຮ່ວມມື ຊຶ່ງຈະໄດ້ຈັດຂຶ້ນໃນໄລຍະທ້າຍປີ, ກໍ່ຄືບັນດາ ບັນຫາ ທີ່ສາກົນ ແລະ ພາກພື້ນ ທ່ີມີຄວາມສົນໃຈ. ພາບ: VNA



ໃນຂອບເຂດຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາ ຊຽນ ຄັ້ງທີ 52, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການ ຕ່າງປະເທດ ຟ້າມບິ່ງມິນ ພ້ອມກັບບັນດາລັດຖະມົນຕີ ການຕ່າງ ປະເທດ ອາຊຽນ ມີການພົບປະກັບຜູ້ຕາງໜ້າ ຄະນະກຳມະການ ລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR). ພາບ: VNA


ບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ ໄດ້ເຊັນເອກະສານເປີດກວ້າງສົນທິສັນຍາວ່າດ້ວຍຄວາມເປັນມິດ ແລະ ການຮ່ວມມື
ຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ໃຫ້ປະເທດ ເປຣູ ໄດ້ເຂົ້າ ຮ່ວມ ໃນສົນທິສັນຍາ, ເພີ່ມຈຳນວນສະມາຊິກທີ່ເຂົ້າຮ່ວມ ສົນທິ ສັນຍາຂຶ້ນເປັນ 38 ປະເທດ. ພາບ: VNA



ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 ໄດ້
ອອກຖະແຫຼງການຮ່ວມ ຍາວ 23 ໜ້າ, ມີຫຼາຍເນື້ອໃນປະກອບມີ: ການສ້າງປະຊາຄົມອາຊຽນ, ປະຊາຄົມການເມືອງ-ປ້ອງກັນ ຄວາມສະຫງົບ ອາຊຽນ, ປະຊາຄົມເສດຖະກິດອາຊຽນ, ປະ ຊາ ຄົມ ວັດທະນະທຳ-ສັງຄົມອາຊຽນ, ການພົວພັນການຕ່າງປະເທດ ຂອງ ອາຊຽນ, ບັນດາບັນຫາຂອງສາກົນ, ໃນພາກພື້ນ ແລະ ການ ປົກປັກຮັກສາ, ຊຸກຍູ້ສັນຕິພາບ, ສະຖຽນນະພາບ, ຄວາມ ສະ ຫງົບ ປອດໄພຂອງການເດີນເຮືອທະເລ, ການເດີນອາກາດ ຢູ່ ທະເລຕາເວັນອອກ. ພາບ: VNA



ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ເຂົ້າຮ່ວມກອງປະຊຸມຄະນະກຳມະການສົນທິສັນຍາ
ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດ ນິວເຄຼຍ (SEANWFZ). ໃນພາບ: ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເຂົ້າຮ່ວມຮັບປະທານອາຫານ ຄໍ່າ. ພາບ: VNA



ກອງປະຊຸມລັດຖະມົນຕີການຕ່າງປະເທດ ຮ່ວມມື ແມ່ນຳ້ຂອງ-ແມ່ນຳ້ຄົງຄາ ຄັ້ງທີ 10 (MGC-10) ໂດຍທ່ານຮອງນາຍົກ ລັດຖະ ມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ລັດຖະ ມົນຕີການຕ່າງປະເທດ ອິນເດຍ ທ່ານ Subrahmanyam Jaishankar ເປັນປະທານຮ່ວມ, ເຂົ້າຮ່ວມຍັງມີລັດຖະມົນຕີການ ຕ່າງປະເທດ ກຳປູເຈຍ, ສປປ ລາວ, ມຽນມາ ແລະ ໄທ. ພາບ: VNA


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສປ ຈີນ. ພາບ: VNA


ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ ອາເມ ລິການ Mike Pompeo ໃນກອງປະຊຸມລັດຖະມົນຕີ ການຕ່າງ ປະເທດ ອາຊຽນ-ສ ອາເມລິກາ. ພາບ: VNA


ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ພົບປະສອງຝ່າຍ ກັບທ່ານລັດຖະມົນຕີ ການຕ່າງ ປະເທດ ສ ຣັດເຊຍ Sergei Lavrov ໃນຂອບເຂດ ຂອງກອງ ປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສ ຣັດເຊຍ, ພາບ: VNA


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສ ເກົາຫຼີ. ພາບ: VNA


ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ພົບປະສອງຝ່າຍ ກັບທ່ານລັດຖະມົນຕີ ການຕ່າງ ປະເທດ ອິນໂດເນເຊຍ Retno Marsurdi. ພາບ: VNA


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ນິວຊີແລນ. ພາບ: VNA


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ອິນເດຍ.  ພາບ: VNA

ບັນດາປະເທດ ອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ພະຍາ ຍາມປະຕິບັດຖະແຫຼງການວ່າດ້ວຍການປະພຶດຕໍ່ຂອງຝ່າຍ ຕ່າງໆ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ,ບັນລຸໄດ້ປະມວນກວດລະບຽບການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (COC) ໂດຍໄວ.

ກ່າວປາໄສທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໄດ້ແຈ້ງຂ່າວ ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ໃນນັ້ນ ມີບັນດາການ ເຄື່ອນໄຫວຝ່າຍດຽວຄື: ຫັນເປັນການທະຫານ, ຈັດຕັ້ງການຝຶກ ສອບດ້ານການທະຫານ, ພິເສດແມ່ນກຳປັ່ນສຳຫຼວດ ໝາຍເລກ HD-8 ຂອງ ສປ ຈີນ ປະຕິບັດການເຄື່ອນໄຫວ ສໍາຫຼວດກວດກາໃນເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເນັ້ນໜັກວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນລະເມີດສິດອະທິປະໄຕ ແລະ ສິດພິພາກສາ ຂອງ ຫວຽດ ນາມ ຕາມສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍກົດໝາຍ ທະເລ 1982. ບັນດາເຫດການດັ່ງກ່າວ ໄດ້ທຳລາຍ ຄວາມໄວ້ ເນື້ອເຊື່ອໃຈ, ເພີ່ມຄວາມເຄັ່ງຕຶງ ແລະ ສ້າງຜົນສະທ້ອນໂດຍ ກົງ ຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພດ້ານການ ເດີນເຮືອທະເລ ແລະ ການເດີນອາກາດຢູ່ທະເລຕາເວັນອອກ, ລະ ເມີດ DOC ແລະ ບໍ່ປະຕິບັດກັບຄໍານສັນຍາ ຮັກສາສະພາບແວດ ລ້ອມທີ່ສະດວກໃຫ້ແກ່ການເຈລະຈາ COC.
 
ໃນສະພາບການດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ສະເໜີອາຊຽນ ຕ້ອງຮັກສາຄວາມສາມັກຄີ, ຢັ້ງຢືນຄືນໃໝ່ບັນດາ ຫຼັກການ ແລະ ຄຳໝັ້ນສັນຍາ ໃຫ້ແກ່ຄວາມສັນຕິພາບ, ສະຖຽນລະພາບ. ຮຽກ ຮ້ອງໃຫ້ທຸກຝ່າຍ ຕ້ອງມີຄວາມອົດກັ້ນ, ບໍ່ມີການ ເຄື່ອນໄຫວ ຝ່າຍດຽວ ຊຶ່ງສ້າງຜົນສະທ້ອນຕໍ່ການສົນທະນາ ແລະ ການຮ່ວມ ມືໃນພາກພື້ນ, ກີດຂວາງການ ເຄື່ອນໄຫວດ້ານ ເສດຖະກິດຂອງ ບັນດາປະເທດຢູ່ແຄມທະເລ ແລະ ພະຍາຍາມ ສ້າງ COC ໃຫ້ ມີຜົນສັກສິດ ແລະ ຕົວຈິງ.
ບົດ: VNP ສັງລວມ - ພາບ: VNA

ຊຸກຍູ້ການເຊື່ອມໂຍງ ຈຸດໝາຍປາຍທາງ ຂອງ ASEAN

ຊຸກຍູ້ການເຊື່ອມໂຍງ ຈຸດໝາຍປາຍທາງ ຂອງ ASEAN

ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຍົກ​ສູງ​ຄຸນ​ນະພາ​ບ ການ​ບໍລິ ການ​ທ່ອງ​ທ່ຽວ, ຊຸກຍູ້​ການ​ເຊື່ອມ​ໂຍງຈຸດໝາຍ​ປາຍທາງ​ ແລະ​ ​ພັດ ທະນາ​ການທ່ອງທ່ຽວ ​ແບບ​ຍືນ​ຍົງ​ ໃນ​ພາກ​ພື້ນ, ​ເວທີ​ປາ​ໄສ​ການ ທ່ອງທ່ຽວ​ ASEAN ATF 2024 ​ໄດ້​ສະເໜີ ​ຫຼາຍ​ຂໍ້​ລິ​ເລີ່​ມ ເພື່ອ​ຊຸກຍູ້​ການທ່ອງທ່ຽວ ​ພາຍ​ໃນກຸ່ມ ກໍ່ຄື​ລະຫວ່າງ​ ASEAN ກັບ​ຄູ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. 

Top