• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງທັບເຮືອປະຊາຊົນ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ

      ມື້ນີ້ ວັນທີ 5 ສິງຫາ ແມ່ນວັນຄົບຮອບ 57 ປີ ແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຕີໄຊຊະນະບັ້ນບຸກໂຈມຕີທຳອິດ (5/8/1964 – 5/8/2021). ວິລະກຳຕີໄຊຊະນະບັ້ນທຳອິດຂອງກອງທັບເຮືອປະຊາຊົນ ຫວຽດນາມ ແມ່ນເຫດການພົ້ນເດັ່ນແກ່ເຈດຈຳນົງຕັດສິນໃຈຕໍ່ສູ້, ຍາດເອົາໄຊຊະນະ, ຄຸນນະທາດ ແລະ ພູມປັນຍາຂອງຫວຽດນາມ, ໃນການຕີໄຊຊະນະ ຈັກກະພັດ ອາເມລິກາ ມາຮຸກຮານ ຂອງກອງທັບເຮືອປະຊາຊົນ ຫວຽດນາມ ແລະ ຂອງກອງທັບ ແລະ ປະຊາຊົນພາກເໜືອ.
ກອງທັບປະຊາຊົນ ຫວຽດນາມ ຕີໄຊຊະນະບັ້ນບຸກໂຈມຕີທຳອິດ (ພາບເອກະສານ)
      ທ່ານ ພັນຕີ ຟານແທງເຈື່ອງ, ກັບຕັນເຮືອ 012, ກອງພັນນ້ອຍ 162, ເຂດ 4 ກອງທັບເຮືອ, ໃຫ້ຮູ້ວ່າ:
        ປັດຈຸບັນ, ບັນດາພະນັກງານ, ນັກຮົບກຳປັ່ນ 012 ຍັງສືບຕໍ່ໝູນໃຊ້ບັນດາບົດຮຽນ, ປະສົບການຈາກໄຊຊະນະຄັ້ງນັ້ນເຂົ້າໃນວຽກງານຊ້ອມຮົບຕົວຈິງ, ກຽມພ້ອມສູ້ຮົບ, ເປັນເຈົ້າຂອງການປະກອບອາວຸດປະເພດໃໝ່. ພະນັກງານ, ນັກຮົບກຳປັ່ນ 012 ໄດ້ສຸມຈິດສຸມໃສ່ຕໍ່ໜ້າທີ່ທີ່ໄດ້ຮັບການມອບໝາຍ, ຍອມເສຍສະຫຼະເພື່ອປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ”.
ທ່ານພົນຕີ ຫງວຽນວັນບົ໊ງ, ຜູ້ຮັບຜິດຊອບວຽກງານການເມືອງເຫຼົ່າທັບເຮືອ ຢັ້ງຢືນວ່າ:
ໃນຕະຫຼອດໄລຍະແຫ່ງການຝຶກຝົນຫຼໍ່ຫຼອມ, ຕໍ່ສູ້ ແລະ ເຕີບໃຫຍ່, ພະນັກງານ, ນັກຮົບກອງທັບເຮືອລຸ້ນຕ່າງໆ ບໍ່ວ່າຈະຢູ່ໃນສະຖານະການໃດ, ເງື່ອນໄຂໃດ ກໍ່ລ້ວນແຕ່ກຳນົດວ່າ ຕ້ອງຈົງຮັກພັກດີຕໍ່ພັກ, ລັດ ແລະ ປະຊາຊົນ. ພິເສດ, ພ້ອມແລ້ວທີ່ຈະຮັບໜ້າທີ່ ແລະ ສູ້ຮົບ, ປະຕິບັດສຳເລັດໜ້າທີ່ຂອງກຳລັງຫຼັກແຫຼ່ງໃນການປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ໄຫຼ່ທະວີບອັນສັກກະລະບູນຊາຂອງຊາດ ເຊິ່ງພັກ, ກອງທັບ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີທີ່ສຸດ.
 (ແຫຼ່ງຄັດຈາກ VOV)
 

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top