• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ກວານເວີນຈ່ຽວ-ຜູ້ກຳເຄັດລັບ ຂອງ ຄ້າຍມວຍ ນິກາຍ ນາມຕົງ

ໃນລະຫວ່າງກາງ ສະຕະວັດ ທີ XX ຢູ່ ໄຊງ່ອນ ປະກົດມີ ຄ້າຍມວຍ ນາມຕົງ ເຊິ່ງ ໄດ້ດຶງດູດຊາວໜຸ່ມ ຈຳນວນຫຼາຍ ເຂົ້າຮຽນ ນັບຕັ້ງແຕ່ມື້ສ້າງຕັ້ງ. ໃນຈຳນວນລູກສິດ ທີ່ເຂົ້າ ເຝິກ ຢູ່ຄ້າຍມວຍ ນາມຕົງ ຂອງ ອາຈານມວຍ ເລວັນກ໊ຽນ ຄາວນັ້ນ, ມີທ້າວ ກວານເວີນຈ່ຽວ ອາຍຸ 15 ປີ. ຕາມວັນເວລາ, ຄວາມຫຼົງໄຫຼເມົາມົວ ໄປພ້ອມໆ ກັບຄວາມອາດສາມາດ ໄດ້ຊ່ວຍໃຫ້ ທ້າວ ຊຶ່ງມີຮ່າງກາຍທີ່ບອບບາງໃນຄາວນັ້ນ ໄດ້ກາຍ ເປັນອາຈານມວຍ ທີ່ມີຊື່ສຽງ ທັງເປັນຫົວໜ້າຄູເຝິກ ຂອງ ຄ້າຍມວຍ ທີ່ມີເອກະລັກນີ້.
ຈົນມາຮອດປັດຈຸບັນ, ເມື່ອເລົ່າຄືນເຖິງ ການຕົກລົງ ເຂົ້າມາ ເຝິກ ທີ່ຄ້າຍມວຍ ນາມຕົງ, ອາຈານມວຍ ກວານເວີນຈ່ຽວ ຍັງຮູ້ສຶກສະດຸ້ງໃຈ. ຄາວນັ້ນ, ໃນການໄປຊອກຫາ ບ່ອນເຝິກມວຍຫຼາຍແຫ່ງ, ທ່ານ ເຄີຍຢຸດຢູ່ຄ້າຍມວຍ ຂອງ ອາຈານ ເລວັນກ໊ຽນ (ຍັງມີຊື່ວ່າ ຕ໋າມກ໊ຽນ) ຕັ້ງຫຼາຍເທື່ອ.

ເມື່ອຢຸດເບິ່ງເທື່ອໃດ, ທ່ານ ລ້ວນແຕ່ເຫັນປະຈັກຕາຮູບພາບຕ່າງໆ ທີ່ບ່ໍເຄີຍມີຢູ່ແຫ່ງອື່ນ. ນັ້ນບ່ໍພຽງແຕ່ບ່ໍເກັບຄ່າຮຽນເທົ່ານັ້ນ, ຫາກວ່າ ຫຼັງການເຝິກແຕ່ລະມື້, ລູກສິດ ໄດ້ເຕົ້າໂຮມກັນ ເພື່ອຮັບຟັງການເລົ່າເລື່ອງ ຂອງອາຈານ ຕ໋າມກ໊ຽນ.

ໂດຍຜ່ານເລື່ອງລາວ ຕ່າງໆ, ອາຈານ ຕ໋າມກ໊ຽນ ໄດ້ລວບ ລວມເອົາບັນດາບົດຮຽນ ກ່ຽວກັບ ຄຸນສົມບັດ ຄວາມມີນ້ຳ ໃຈ ໃຫ້ແກ່ລູກສິດ ຫຼື ນຳເອົາແບບຢ່າງ ການເຝິກຝົນ ຢ່າງມານະອົດທົນ ຂອງລຸ້ນຄົນກ່ອນ ເພື່ອໃຫ້ ລູກສິດ ຖືເອົາເປັນແວ່ນແຍງ ໃນການຫຼ່ໍຫຼອມຕົນເອງ. ສ່ວນໃນຊົ່ວໂມງຮຽນ, ອາຈານ ກໍເປັນຜູ້ເຄັ່ງຂຶມ ແລະ ດັດປັບໃຫ້ລູກສິດ ທຸກທ່າທີກີລິຍາ ມາລະຍາດ. ຍ້ອນຄຸນທາດ ອັນຈົບງາມ ຂອງ ອາຈານ ໄດ້ເຮັດໃຫ້ຊາຍໜຸ່ມ ກວານເວີນຈ່ຽວ ມີຄວາມນິຍົມນັບຖື ແລະ ຂໍເຂົ້າຮຽນ. ພາຍລຸນມາ, ເມື່ອໄດ້ ກາຍເປັນຄູເຝິກຂອງ ຄ້າຍມວຍ, ທ່ານ ຍັງ ສືບຕ່ໍນຳໃຊ້ວິທີການນີ້ ຂອງອາຈານ ຕ໋າມກ໊ຽນ ເພື່ອຖ່າຍຖອດໃຫ້ລູກສິດ ຂອງຕົນ.


ຄ້າຍມວຍ ນາມຕົງ ເປັນທີ່ດຶງດູດລູກສິດມວຍ ເຂົ້າມາຮຽນ ເປັນຈຳນວນຫຼວງຫຼາຍ, ພິເສດແມ່ນພວກນ້ອງນ້ອຍເຍົາວະຊົນ ຈະໄດ້ຮັບການແນະນຳ, ເຝິກແອບນັບແຕ່ຂັ້ນພື້ນຖານ ຈາກອາຈານ ກວານເວີນຈ່ຽວ.  ພາບ: ທົງຫາຍ


ອາຈານມວຍ ກວານເວີນຈ່ຽວ ໃຫ້ການແນະນຳ ທ່າປ້ອງກັນຕົວ ໃຫ້ແກ່ລູກສິດ. ພາບ: ທົງຫາຍ


ລູກສິດມວຍ ແມ່ນໄດ້ຮັບການສິດສອນ ຢ່າງສຸດໃຈ ຈາກອາ ຈານມວຍ ກວານເວີນຈ່ຽວ. ພາບ: ທົງຫາຍ


ອາຈານມວຍ ກວານເວີນຈ່ຽວ ແນະນຳວິທີການເຕະ ໃຫ້ລູກ ສິດ. ພາບ: ທົງຫາຍ


ອາຈານມວຍ ກວານເວີນຈ່ຽວ ໃຫ້ການແນະນຳທ່າປ້ອງຕົວໃຫ້ແກ່ລູກສິດ.  ພາບ: ທົງຫາຍ


ອາຈານມວຍ ກວານເວີນຈ່ຽວ ເປັນຜູ້ບົ່ມສອນຄວາມຮູ້ມວຍ ພື້ນເມືອງ ຫວຽດນາມ.  ພາບ: ທົງຫາຍ


ອາຈານມວຍ ກວານເວີນຈ່ຽວ ຍາມໃດກໍໃຫ້ການສິດສອນ ລູກສິດຢ່າງສຸດໃຈ ດ້ວຍປະສົບການທີ່ມີ ໃນຕະຫຼອດຊີວິດ
ການເຝິກມວຍຂອງຕົນ.  ພາບ: ທົງຫາຍ



ໂດຍເອົາແບບຢ່າງຂອງມື້ລາງອາຈານມວຍ ຕ໋າມກ໊ຽນ, ອາ ຈານມວຍ ກວານເວີນຈ່ຽວ ຍາມໃດກໍຖືການເຝິກແອບຄວາມ ມີນ້ຳໃຈ ໃຫ້ແກ່ລູກສິດມວຍ ຫຼັງຊົ່ວໂມງເຝິກແອບ ດ້ວຍການລົມເລື່ອງຄຸນສົມບັດຕ່າງໆ ທີ່ມີຄວາມໝາຍ.  ພາບສຳເນົາ

ຄ້າຍມວຍ ນາມຕົງ ມີຕົ້ນກຳເນີດ ມາຈາກນິກາຍ ແບກຮາກ  (ຈີນ) ແຕ່ເມື່ອເຂົ້າມາ ຫວຽດນາມ, ອາຈານມວຍ ຕ໋າມກ໊ຽນ   ໄດ້ມີການດັດປັບຢ່າງຄ່ອງແຄ້ວ ເພື່ອໃຫ້ກຳເນີດ ຄ້າຍມວຍ ນາມຕົງ ທີ່ໂດ່ງດັງ.

ຈຸດທີ່ເປັນສັນຍະລັກ ຂອງ ຄ້າຍມວຍ ນາມຕົງ ແມ່ນການນຳ ໃຊ້ ຫຼັກມູນ ເຄັ່ງ-ຍານ ຕາມປັດຊະຍາ ບວກ-ລົບ ເພື່ອປັບປ່ຽນກຳລັງແຮງ ໃນການບຸກໂຈມຕີ ຄູ່ຕ່ໍສູ້, ເອົາການອ່ອນ ໂຍນ ກຳຈັດ ໃນທຸກກໍລະນີ.

ວິທີການອອກໝັດ ຂອງ ນິກາຍມວຍນີ້ ແມ່ນຕ້ອງໄວ, ສະ ນັ້ນ ມັນຮຽກຮ້ອງຜູ້ຮຽນ ຕ້ອງມີ ຄວາມມານະອົດທົນ ໃນຊ່ວງໄລຍະຍາວນານ ຈຶ່ງບັນລຸໄດ້ມາດຖານ. ພິເສດ, ວິຊາມວຍນີ້ ອີງໃສ່ລີລາໂຕຮຸງ ເປັນພື້ນຖານ. ວິທີການຫຼອກລໍ້, ຫຼີກລ້ຽງການໂຈມຕີ, ໂບຸກໂຈມຕີເປົ້າໝາຍຢ່າງຊັດເຈນ ໃນຂະນະທີ່ຍັງຮັກສາຮ່າງກາຍໄວ້ໄດ້ ທ່າດຸນດຽ່ງ ດັ່ງ ນົກຮຸງ.

ດ້ວຍການສະໜິດຕິດພັນກັບຄ້າຍມວຍນີ້ຕະຫຼອດຊີວິດ, ອາ ຈານມວຍ ກວານເວີນຈ່ຽວ ໄດ້ມີການສະຫຼຸບໄວ້ວ່າ: “ເມື່ອ ບັນລຸເຖິງລະດັບໃດໜຶ່ງ, ຄົນເຝິກມວຍ ຈະຮັກສາໄວ້ໄດ້ ອາ ການດຸນດ່ຽງ ທັງທາງດ້ານຮ່າງກາຍ ແລະ ຈິດໃຈເປັນຢ່າງດີ ໃນທຸກສະພາບ, ທຸກກໍລະນີ. ລູກສິດສາມາດໃຊ້ກຳລັງພາຍ ໃນ ຂອງ ກະໂຕຄູ່ຕ່ໍສູ້ ເພື່ອບຸກຕີຄູ່ຕ່ໍສູ້ເອງ, ບ່ໍຕ້ອງຈັບມັດ ແຕ່ກໍ ເອົາຊະນະຄູ່ຕ່ໍສູ້, ປັບປ່ຽນກຳລັງແຮງ ຂອງ ຜູ້ປໍລະ ປັກ ໂດຍຕົວມັນເອງ”.

ຍ້ອນມີຈິດໃຈທີ່ ຫຼົງໄຫຼເມົາມົວ ກັບວິຊາມວຍ,  ກວານເວີນ ຈ່ຽວ ຈຶ່ງໄດ້ຮັບຄວາມຮັກແພງ ແລະ ຄຳແນະນຳບົ່ມສອນຢ່າງສຸດໃຈ ຈາກ ອາຈານ ຕ໋າມກ໋ຽນ. ດ້ວຍຮ່າງກາຍທີ່ບອບບາງ ແຕ່ແໜ້ນໜາ. ສະນັ້ນ, ເຖິງວ່າໄດ້ ກ້າວຜ່ານ ອາຍຸ 67 ປີແລ້ວກໍຕາມ, ແຕ່ທ່ານ ຍັງມີຈິດໃຈແຈ່ມໃສ, ທ່າທາງໝັ້ນທ່ຽງ ແລະ ຮັກສາການເຝິກມວຍເປັນປະຈຳ.

ນິກາຍມວຍ ນາມຕົງ ມີຂະບວນທ່າ ມືເປົ່າທັງໝົດ 7 ບົດ ເຊັ່ນ: ຕາມມົນກ່ວຽນ, ຕື້ມົນກ່ວຽນ, ເທີບບາດລຽນເຈົາ, ຫງູລິນກ່ວຽນ, ເທີ່ນກີມກຸຍ… ທ່ານຖືວ່າ ເປັນຜູ້ຖ່າຍທອດ ຂອງ ມື້ລາງ ອາຈານ ຕ໋າມກ໋ຽນ ເມື່ອມີຄວາມຖະນັດ ຂະບວນ ທ່າທັງໝົດ ຂອງ ຄ້າຍມວຍ.

ກ່ຽວກັບການນຳໃຊ້ອາວຸດ, ກວານເວີນຈ່ຽວ ແມ່ນຜູ້ທີ່ໄດ້ຮັບ ການຕົກທອດ ເຄັດລັບ ໃນການນຳໃຊ້ໄມ້ຄ້ອນຄູ່ ຈາກອາ ຈານ ເຊິ່ງນີ້ແມ່ນອາວຸດ ທີ່ເປັນສັນຍະລັກ ຂອງ ນິກາຍ ທີ່ບ່ໍຄ່ອຍມີຄົນສະແດງ ໄດ້ຢ່າງຊຳນານ. ນອກຈາກນັ້ນ, ຄ້າຍມວຍ ນາມຕົງ ຍັງມີອາວຸດ ອີກຫຼາຍຢ່າງຄື: ໄມ້ຄ້ອນ ສັ້ນ, ຍາວ, ດາບ, ງ້າວ, ຫຼາວ… ທັງໝົດນັ້ນອາຈານ ມວຍ ຜູ້ນີ້ລ້ວນແຕ່ ນຳໃຊ້ໄດ້ ຢ່າງຄ່ອງແຄ້ວ, ນິ້ມນວນ.

ອາຈານມວຍ ກວານເວີນຈ່ຽວ ສະແດງຂະບວນທ່າໃຊ້ມີດ ຢ່າງຄ່ອງແຄ້ວ. ພາບ: ທົງຫາຍ


ອາຈານມວຍກວານເວີນຈ່ຽວ ສະແດງການນຳໃຊ້ອາວຸດທີ່ ຄ່ອງແຄ້ວ. ນີ້ແມ່ນອາວຸດທີ່ເປັນເອກະລັກຂອງ ຄ້າຍມວຍ
ເຊິ່ງຍາກທີ່ຈະມີຄົນນຳໃຊ້ໄດ້.  ພາບ: ສຳເນົາ



ອາຈານມວຍ ກວານເວີນຈ່ຽວ ກັບທ່ານຳໃຊ້ ອາວຸດສ້ຽວດວງເດືອນ.  ພາບສຳເນົາ


ອາຈານມວຍ ກວານເວີນຈ່ຽວ ແມ່ນໜຶ່ງໃນຈຳນວນຜູ້ທີ່ຫາ ຍາກ ຊຶ່ງຍັງຮັກສາໄວ້ ເຄັດລັບ ຂອງ ຄ້າຍມວຍ ນາມຕົງ.  ພາບ: ທົງຫາຍ


ແຕ່ລະມື້, ອາຈານມວຍ ກວານເວີນຈ່ຽວ ຍັງເຝິກ ແລະ ຖ່າຍຖອດມວຍ ໃຫ້ແກ່ລູກສິດ. ພາບ: ທົງຫາຍ


ເຖິງວ່າອາຍຸສູງ ແລ້ວກໍຕາມ ແຕ່ອາຈານມວຍ ກວານເວີນ ຈ່ຽວ ຍັງຮັກສາໄວ້ໄດ້ ຄວາມຄ່ອງແຄ້ວ
ແລະ ທ່າທີຖະໜອມຖ່ອມຕົນ ຂອງ ຜູ້ເປັນອາຈານມວຍ. ພາບ: ທົງຫາຍ

ໂດຍສືບທອດມູນເຊື້ອ ຂອງ ນີກາຍມວຍ, ອາຈານມວຍ ກວານເວີນຈ່ຽວ ໄດ້ມີສ່ວນປະກອບອັນສຳຄັນ ພ້ອມກັບ ເພື່ອນຮ່ວມງານ ພັດທະນາ ນິກາຍມວຍ ໄປເຖິງຫຼາຍ ທ້ອງ ຖິ່ນ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ດຶງດູດລູກສິດ ເປັນຈຳນວນຫຼວງຫຼາຍມາສຶກສາ.

ສະເພາະຢູ່ນະຄອນໂຮ່ຈີມິນ, ອາຈານມວຍ ກວານເວີນຈ່ຽວ ໄດ້ເຂົ້າຮ່ວມ ແລະ ສ້າງຜົນງານອັນໃຫຍ່ຫຼວງ ໃຫ້ແກ່ທີມ ມວຍພື້ນເມືອງ ໃນຖານະເປັນນັກກິລາ ແລະ ຄູເຝິກ. ທຸກວັນ ນີ້ ເພິ່ນໄດ້ເປີດຄ້າຍເຝິກແອບຫຼາຍແຫ່ງ ພາຍໃນນະຄອນ, ດຶງດູດລູກສິດ ຫຼາຍພັນຄົນເຂົ້າຮຽນ.

ໃນຈຳນວນລູກສິດ, ນັກມວຍໜຸ່ມ ເຢືອງກວກເກື່ອງ ແມ່ນໜຶ່ງໃນຈຳນວນ ຜູ້ທີ່ໄດ້ຮັບການສືບທອດ ເຕັກນິກ ອັນເລີດລ້ຳ ຂອງການນຳໃຊ້ຄ້ອນຄູ່. ນັກກິລາ ອາຍຸ 22 ປີ ຄົນນີ້ຄວ້າ ໄດ້ຫຼາຍຫຼຽນຄຳ ທັງຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍເຕັກ ນິກ ການໃຊ້ຄ້ອນຄູ່ ໄດ້ຢ່າງຄ່ອງແຄ້ວ./.
ບົດ: ເຊີນເງ້ຍ - ພາບ: ທົງຫາຍ ແລະ ຂ້ໍມູນສຳເນົາ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top