• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຕີລາຄາຄວາມອາດສາມາດຊົມໃຊ້ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ໃນຂົງເຂດສາທາລະນະສຸກ

      ການນຳອົງການອະນາໄມໂລກ (WHO), ອົງການຊັບສິນທາງປັນຍາຂອງໂລກ (WIPO) ແລະ ອົງການການຄ້າໂລກ (WTO) ໃນຫ່ວາງແລ້ວນີ້ໄດ້ປະກາດບົດຄົ້ນຄ້ວາອັບເດດການຕີລາຄາຄວາມອາດສາມາດຊົມໃຊ້ບັນດາເຕັກໂນໂລຢີ ແລະ ມີການປ່ຽນແປງໃໝ່ໃນຂົງເຂດສາທາລະນະສຸກ.

ນັກເຕັກນິກເຮັດວຽກກັບລະບົບຜະລິດວັກຊິນຢູ່ບໍລິສັດSanof ປະເທດຝລັ່ງ (ພາບ: AFP/TTXVN) 
      ບາງຈຸດໃໝ່ໃນບົດຄົ້ນຄ້ວາອັບເດດລວມມີ: ສຸມໃສ່ລົງເລິກໄຈ້ແຍກບັນດາປັດໄຈຫຼັກ ຕັດສິນຄວາມອາດສາມາດໃນການຊົມໃຊ້ເຕັກໂນໂລຢີ ແລະ ມີການປ່ຽນແປງໃໝ່ໃນຂົງເຂດສາທາລະນະສຸກ (ວັກຊິນ, ຢາ, ບົ່ງມະຕິພະຍາດ), ຍົກອອກບັນດາບົດຮຽນຕົວຈິງທີ່ຖອດຖອນມາໄດ້ຈາກວິວັດການສົມທົບກັນລະຫວ່າງ ສາທາລະນະສຸກປະຊາຄົມ, ຊັບສິນທາງປັນຍາ ແລະ ການຄ້າ. ນອກຈາກນັ້ນ, ບົດລາຍງານຍັງສະໜອງການສັງເກດລວມກ່ຽວກັບສະພາບການໂລກລະບາດ Covid – 19, ບັນດາມາດຕະການໄດ້ປະຕິບັດເພື່ອຮັບມືກັບໂລກລະບາດ Covid – 19.
            ທ່ານ ຜູ້ອຳນວຍການໃຫຍ່ WHO ໄດ້ຮຽກຮ້ອງໃຫ້ຍົກເລີກບັນດາຮົ້ວກີດຂວາງ ການຊົມໃຊ້ບໍລິການສາທາລະນະສຸກ, ພ້ອມທັງເນັ້ນໜັກວ່າ ໂລກລະບາດ Covid – 19 ສະແດງໃຫ້ເຫັນຄວາມຈຳເປັນທີ່ຕ້ອງເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດເພື່ອສາມາດກູ້ເອົາຊີວິດ ແລະ ປ່ຽນແປງອາການສຸຂະພາບຂອງປະຊາຊົນນັບຕື້ຄົນໃນທົ່ວໂລກ.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top