• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF ASEAN 2018 ແລະ ຂີດໝາຍຫວຽດນາມ

      ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ 2018 (WEF ASEAN 2018), ເຊິ່ງແມ່ນໜຶ່ງໃນບັນດາເຫດການການທູດສຳຄັນທີ່ສຸດໃນປີ 2018 ຂອງຫວຽດນາມ, ເຊິ່ງອັດລົງໃນວັນທີ 13 ກັນຍາ ຢູ່ນະຄອນຫຼວງຮ່າໂນ້ຍ.

ໃນໄລຍະ 27 ປີແຫ່ງການຈັດຕັ້ງເວທີປາໄສ WEF ພາກພື້ນອາຊຽນ ແລະ ອາຊີຕາເວັນອອກ,
ນີ້ແມ່ນເວທີປາໄສບັນລຸຜົນສຳເລັດທີ່ສຸດ
(ພາບ: VGP)
      ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາບັນຫາລັດຖະບານ, ວິສາຫະກິດ ແລະ ປະຊາຊົນບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ ເຊິ່ງພວມໄດ້ຮັບຄວາມສົນໃຈເປັນພິເສດ ໃນສະພາບການປະຕິວັດອຸດສາຫະກຳ 4.0. ກອງປະຊຸມ WEF ASEAN ຄັ້ງນີ້ ໄດ້ກາຍເປັນວັນບຸນພົບປະແລກປ່ຽນກ່ຽວກັບແນວຄວາມຄິດ, ການປະດິດຄິດສ້າງຄືດັ່ງກຳລັງໜູນສົ່ງເສີມການເຕີບໂຕດ້ານເສດຖະກິດພາກພື້ນ. ແລະຫວຽດນາມ, ດ້ວຍຖານະບົດບາດເປັນປະເທດເຈົ້າພາບຈັດຕັ້ງ, ໄດ້ສ້າງຂີດໝາຍພິເສດດ້ວຍບົດບາດເຊື່ອມຕໍ່ ແລະ ກຳລັງຄວາມສາມາດໃນການຈັດຕັ້ງ.
        ຕາມການຕີລາຄາຈາກຄະນະຈັດຕັ້ງ, ກໍຄືຜູ້ຕາງໜ້າ WEF ແລ້ວ, ໃນໄລຍະ 27 ປີແຫ່ງການຈັດຕັ້ງເວທີປາໄສ WEF ພາກພື້ນອາຊຽນ ແລະ ອາຊີຕາເວັນອອກ, ນີ້ແມ່ນເວທີປາໄສບັນລຸຜົນສຳເລັດທີ່ສຸດ.
WEF ASEAN 2018 ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກປະຊາຄົມສາກົນ
        ໃນເວລາ 3 ມື້, ດ້ວຍວາລະປຶກສາຫາລື 60 ຄັ້ງ, ຜູ້ແທນເກືອບ 1.000 ທ່ານ ເຊິ່ງແມ່ນການນຳຂອງບັນດາປະເທດອາຊຽນ, ບັນດາກຸ່ມບໍລິສັດນາໆຊາດແຖວໜ້າຂອງໂລກ, ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຮ້ອນເຮັ່ງຂອງພາກພື້ນ ແລະ ສາກົນ, ແບ່ງປັນແນວຄວາມຄິດ, ປະດິດຄິດສ້າງໃນສະພາບການປະຕິວັດອຸດສາຫະກຳ 4.0 ພວມສົ່ງຜົນກະທົບເຖິງທຸກພື້ນຖານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງ.
        ເປັນຫຍັງ WEF ASEAN 2018 ໄດ້ຮັບການດຶງດູດຢ່າງໃຫຍ່ຫຼວງຄືແນວນັ້ນ? ຄຳຕອບຂໍ້ທຳອິດແມ່ນຍ້ອນຫົວຂໍ້ຂອງກອງປະຊຸມ WEF ASEAN 2018 ໄດ້ເຕື້ອງເຖິງຖືກກັບບັນດາບັນຫາເຊິ່ງທຸກປະເທດພວມມີຄວາມສົນໃຈ, ນັ້ນແມ່ນເຮັດແນວໃດເພື່ອນຳໃຊ້ກາລະໂອກາດຕໍ່ບັນດາຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0. ເນື້ອໃນຂອງກອງປະຊຸມແມ່ນເໝາະສົມກັບບັນດາປະເທດອາຊຽນ ແລະ ຫວຽດນາມ ພວມຢູ່ໃນສະພາບປະຈຸບັນ, ເມື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພວມສ້າງປະຊາຄົມສາມັກຄີ, ພັດທະນາແບບຍືນຍົງ. ແບ່ງປັນກ່ຽວກັບຜົນສຳເລັດຂອງກອງປະຊຸມ WEF ASEAN ຄັ້ງນີ້, ທ່ານ Borge Brende, ປະທານ WEF ຢັ້ງຢືນວ່າ.
        “ໃນໄລຍະ 27 ປີແຫ່ງການຈັດຕັ້ງເວທີປາໄສ WEF ພາກພື້ນອາຊຽນ ແລະ ອາຊີຕາເວັນອອກ, ນີ້ແມ່ນເວທີປາໄສບັນລຸຜົນສຳເລັດທີ່ສຸດ. ຫວຽດນາມ ແລະ ອາຊຽນ ພວມພັດທະນາຢ່າງໄວວາ ດ້ວຍລະດັບເຕີບໂຕເຊິ່ງຄາດວ່າບັນລຸກວ່າ 7% ໃນປີ 2018 ນີ້. GDP ຂອງຫວຽດນາມ ໄດ້ເພີ່ມຂຶ້ນທົບ 2 ເທົ່າ, ອັດຕາຄວາມທຸກຍາກໃນປະຈຸບັນຫຼຸດລົງເຫຼືອພຽງ 5%. ຫວຽດນາມ ໄດ້ຜ່ານຜ່າໄລຍະທາງແຫ່ງການພັດທະນາທີ່ໜ້າປະທັບໃຈຈາກກອງປະຊຸມອາຊີຕາເວັນອອກ ໃນປີ 2010 ແລະ ກອງປະຊຸມຄັ້ງນີ້ໄດ້ດຶງດູດການເຂົ້າຮ່ວມຂອງບັນດາການນຳປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ, ວິສາຫະກິດແຖວໜ້າ. ພວກຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຮັດວຽກກັບບັນດາຄູ່ຮ່ວມມືຫວຽດນາມ ແລະ ຕີລາຄາສູງບົດບາດຂອງຫວຽດນາມ ໃນການຈັດຕັ້ງກອງປະຊຸມຄັ້ງນີ້ໃຫ້ບັນລຸຜົນສຳເລັດ”.
        ດ້ວຍບົດບາດເປັນປະເທດເຈົ້າພາບ, ຫວຽດນາມ ພວມສ້າງການເຊື່ອມຕໍ່ດ້ານແນວຄວາມຄິດ, ກ່ຽວກັບການປ່ຽນແປງໃໝ່ ແລະ ນັບທັງການປະດິດຄິດສ້າງລະຫວ່າງອາຊຽນ ແລະ ເວທີປາໄສເສດຖະກິດໂລກ. ເລື່ອງສາກົນຕີລາຄາສູງບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແມ່ນຕົວຢ່າງໜຶ່ງ. ບັນດາແນວຄວາມຄິດເຊິ່ງທ່ານນາຍົກລັດຖະມົນຕີຫວຽດນາມ ຍົກອອກມາກ່ຽວກັບການຖືອາຊຽນ ເປັນໃຈກາງ, ສ້າງບັນດາຫຼັກການຂອງອາຊຽນ ໃນການຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ສ້າງຕັ້ງຂອບເຂດເຊື່ອມຕໍ່ບັນດາສູນປະດິດຄິດສ້າງແຫ່ງຊາດ ກັບເຄືອຂ່າຍສູງປະດິດຄິດສ້າງຂອງທົ່ວພາກພື້ນ… ລ້ວນແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມ, ຖືເປັນສຳຄັນການຮັບເອົາຢ່າງສຸດຈິດສຸດໃຈຂອງເພື່ອນມິດສາກົນ.
        ກອງປະຊຸມຄັ້ງນີ້ຍັງມີຄວາມແຕກຕ່າງກັບຄັ້ງກ່ອນ, ຍ້ອນມີການເຂົ້າຮ່ວມຂອງການນຳຂັ້ນສູງຫວຽດນາມ. ເປັນຄັ້ງທຳອິດໃນປະຫວັດສາດຂອງ WEF ມີການນຳສູງສຸດຂອງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ເຂົ້າຮ່ວມວາລະໄຂກອງປະຊຸມ. ບັນດາສະມາຊິກຂອງລັດຖະບານລວມມີ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ 7 ທ່ານ ລ້ວນແຕ່ເຂົ້າຮ່ວມບັນດາວາລະປຶກສາຫາລືທີ່ແຕກຕ່າງກັນຢ່າງຕັ້ງໜ້າ ເພື່ອແບ່ງປັນຄຳເຫັນ ແລະ ຮ່ຳຮຽນເອົາບົດຮຽນໃນການປະຕິບັດອຸດສາຫະກຳ 4.0.
ຢັ້ງຢືນຂີດໝາຍຫວຽດນາມ
        WEF ASEAN 2018 ບັນລຸຜົນສຳເລັດ, ໄດ້ສ້າງຂີດໝາຍກ່ຽວກັບຫວຽດນາມ ຢ່າງຈະແຈ້ງສຳລັບເພື່ອນມິດສາກົນ. ນັ້ນແມ່ນຄວາມຂະຫຍັນຂັນເຄື່ອນ, ເປີດອົກເປີດໃຈ, ຮັກແພງແຂກຄົນ, ມີກຳລັງຄວາມສາມາດໃນການເຊື່ອມຕໍ່, ປະສານງານ ແລະ ຈັດຕັ້ງບັນດາເຫດການສາກົນ. ແລະຍິ່ງກວ່າສິ່ງໃດໝົດ, ຜົນສຳເລັດຂອງ WEF ASEAN 2018 ໄດ້ຢືນຢັນອີກຄັ້ງໜຶ່ງບົດບາດນຳໜ້າຂອງຫວຽດນາມ ໃນກຸ່ມອາຊຽນ, ເຊິ່ງແມ່ນສະມາຊິກທີ່ຕັ້ງໜ້າໃນການເຊື່ອມຈອດອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ, ສ້າງປະຊາຄົມອາຊຽນ ວັດທະນາຖາວອນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ, ເນັ້ນໜັກວ່າ.
        “ພ້ອມກັບການເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ເສີມຂະຫຍາຍກຳລັງພາຍໃນ, ເປັນເຈົ້າຕົນເອງ, ອາຊຽນ ພວມເປີດປະຕູແຫ່ງການຮ່ວມມືກັບບັນດາພາກພື້ນ ແລະ ໃນໂລກ. ອາຊຽນ ປາດຖະໜາວ່າ WEF ສົມທົບກັບອາຊຽນ ໃນໄລຍະຈະມາເຖິງຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາແນວຄວາມຄິດ, ປະດິດຄິດສ້າງຢ່າງແທດຈິງຂອງຕົນ. ຜ່ານ WEF ASEAN 2018, ຫວຽດນາມ ປາດຖະໜາຢາກພ້ອມກັບ WEF ຊຸກຍູ້ການພົວພັນຕ່າງປະເທດ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມື, ເພື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງວັດທະນາຖາວອນ”.
        ຈາກຜົນສຳເລັດຂອງ WEF - ອາຊີຕາເວັນອອກ ປີ 2010, ປີ APEC 2017 ຕະຫຼອດຮອດ WEF ASEAN 2018, ຫວຽດນາມ ໄດ້ກາຍເປັນສະຖານທີ່ປອດໄພ, ມີຄວາມໄວ້ເນື້ອເຊື່ອໃຈດ້ວຍກຳລັງຄວາມສາມາດຈັດຕັ້ງບັນດາເຫດການໃຫຍ່ຂອງສາກົນ. ດ້ວຍຜົນສຳເລັດດັ່ງກ່າວ, ຫວຽດນາມ ມີຄວາມເອກອ້າງທະນົງໃຈສືບຕໍ່ກ້າວເດີນໃນວິວັດການເຊື່ອມໂຍງ ແລະ ພັດທະນາພ້ອມກັບປະຊາຄົມສາກົນ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top