• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF ASEAN 2018: ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳ Facebook

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ Facebook ຄວນມີຄວາມຮັບຜິດຊອບສຳລັບ ກ່ວາ 60 ລ້ານບັນຊີຢູ່ ຫວຽດນາມ ໃນນັ້ນເລື່ອງຮັບປະກັນຄວາມໝັ້ນຄົງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳ Facebook

ຢູ່ນອກເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) 2018, ຕອນບ່າຍວັນທີ 13 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Simon Milner, ຮອງປະທານກ່ຽວກັບນະໂຍບາຍແຫ່ງລັດຢູ່ພາກພື້ນ ອາຊີ - ປາຊີຟິກ ຂອງ Facebook. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ Facebook ແລກປ່ຽນກັບບັນດາອົງການຂອງ ຫວຽດນາມ ເປັນປະຈຳ; ພ້ອມກັນແບ່ງປັນ, ແກ້ໄຂບັນດາສິ່ງຄົງຄ້າງເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ; ພ້ອມກັນນັ້ນ, ສ້າງກາລະໂອກາດເພື່ອໃຫ້ Facebook ສືບຕໍ່ພັດທະນາ.

        ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ Facebook ຄວນມີຄວາມຮັບຜິດຊອບສຳລັບ ກ່ວາ 60 ລ້ານລະຫັດ ຢູ່ ຫວຽດນາມ ໃນນັ້ນເລື່ອງຮັບປະກັນຄວາມໝັ້ນຄົງ, ປອດໄພ, ປົກປ້ອງຂໍ້ມູນສ່ວນຕົວຂອງປະຊາຊົນ.

        ສ່ວນທ່ານ Simon Milner, ຮອງປະທານກ່ຽວກັບນະໂຍບາຍແຫ່ງລັດຢູ່ພາກພື້ນ ອາຊີ - ປາຊີຟິກ ຂອງ Facebook ຢັ້ງຢືນວ່າ: Facebook ກຽມພ້ອມໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດກ່ຽວຂ້ອງເຖິງຍຸກດີຈີຕອນ; ກຽມພ້ອມແບ່ງປັນກັບ ຫວຽດນາມ ກ່ຽວກັບບັນດາບັນຫາເຊິ່ງຫຼາຍປະເທດພວມປະເຊີນໜ້າ, ພິເສດແມ່ນຄວາມໝັ້ນຄົງທາງອິນເຕີເນັດ ເພື່ອໃຫ້ 2 ຝ່າຍປຶກສາຫາລື, ສ້າງຮູບປະທຳບັນດາມາດຕະການແກ້ໄຂເໝາະສົມກັບແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top