• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF ASEAN2018: ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ2018ປະສົບຜົນສຳເລັດຢ່າງຈົບງາມ

ຕອນບ່າຍວັນທີ 13 ກັນຍາ ຢູ່ ຫໍປະຊຸມແຫ່ງຊາດ, ທ່ານ Borge Brende ປະທານເວທີປາໄສເສດຖະກິດໂລກ (WEF) ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ, ຫົວຫນ້າຄະນະຈັດຕັ້ງກອງປະຊຸມ ເປັນປະທານຮ່ວມການປະຊຸມຂ່າວເພື່ອແຈ້ງ ວ່າ ກອງປະຊຸມ WEF ປະສົບຜົນສຳເລັດຢ່າງຈົບງາມ.

ທ່ານ ບູ່ຍແທງເຊີນ ແລະ ທ່ານ Borge Brende ທີ່ການປະຊຸມຂ່າວ
ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Borge Brende  ປະທານເວທີປາໄສເສດຖະກິດໂລກ ຕີລາຄາສູງການຮ່ວມມືຂອງຫວຽດນາມ ເວົ້າສະເພາະ ແລະ ພາກພື້ນ ອາຊຽນ ເວົ້າລວມ ຕໍ່ກັບເວທີປາໄສເສດຖະກິດໂລກໃນໄລຍະຜ່ານມາ ແລະ ຂອບໃຈການຫນູນຊ່ວຍຕັ້ງຫນ້າ, ເປັນເຈົ້າການ ຈາກຝ່າຍຫວຽດນາມ.  ທ່ານ Borge Brende  ເນັ້ນຫນັກວ່າ: ອາຊຽນ ແມ່ນພາກພື້ນ ມີຄວາມຂະຫຍັນຂັນເຄື່ອນ ແລະ ເຕີບໂຕຢ່າງວ່ອງໄວເມື່ອທຽບໃສ່ພາກພື້ນອື່ນໃນໂລກ. ພິເສດ ຫວຽດນາມ ໄດ້ຮັກສາລະດັບເຕີບໂຕດີທີ່ສຸດ ດ້ວຍຕົວເລກຫນ້າປະທັບໃຈ. ນີ້ແມ່ໄລຍະທາງມີຄວາມໝາຍຂອງຫວຽດນາມ ໃນວິວັດການສູ້ຊົນບັນລຸຜົນງານກ່ຽວກັບການຫລຸດຜ່ອນຄວາມທຸກຍາກ ກາຍເປັນຈຸດນັດພົບດີງາມກ່ຽວກັບການລົງທຶນຕ່າງປະເທດ. ທ່ານຮອງລັດຖະມົນຕີ ບູ່ຍແທງເຊີນ ໃຫ້ຮູ້ວ່າ: ໃນ 27 ປີແຫ່ງການຈັດຕັ້ງ ກອງປະຊຸມຂອງ   WEF ກ່ຽວກັບພາກພື້ນ ອາຊຽນ ແລະ ອາຊີຕາເວັນອອກ, WEF ASEAN 2018 ແມ່ນກອງປະຊຸມປະສົບຜົນສຳເລັດທີ່ສຸດໃນຫລາຍແງ່ມູມ.  ເນື້ອໃນກອງປະຊຸມແມ່ນສອດຄ່ອງກັບບັນດາປະເທດ ອາຊຽນ ແລະຫວຽດນາມ ໃນສະພາບການບັນດາປະເທດລ້ວນແຕ່ຕ້ອງບືນຕົວຂຶ້ນໃນການປະຕິວັດອຸດສາຫະກຳ 4.0 ຖ້າຫາກບໍ່ຢາກປະໄວ້ຢູ່ທາງຫລັງ. ພອ້ມກັນນັ້ນ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ພວມໃນວິວັດການສ້າງປະຊາຄົມສະຫນິດຕິດພັນ, ສາມັກຄີ, ວັດທະນາຖາວອນ, ໝັ້ນຄົງ, ເລື່ອງຈັດຕັ້ງກອງປະຊຸມໄດ້ດຶງດູດຄວາມສົນໃຈຈາກປະຊາຄົມວິສາຫະກິດເປັນຈຳນວນຫລາຍ ແລະ ລັດຖະບານບັນດາປະເທດ. ການນຳຂັ້ນສູງ 9 ທ່ານຂອງບັນດາປະເທດ ອາຊຽນ ກໍຄືນອກພາກພື້ນ ມາເຂົ້າຮ່ວມ, ມີກວ່າ 1000 ວິສາຫະກິດແຖວຫນ້າຂອງໂລກ, ສະມາຊິກ ຂອງ WEF. ຕາມທ່ານ ບູ່ຍແທງເຊີນແລ້ວ, ມີ 7890 ບົດຂຽນໃຫ້ຂ່າວກ່ຽວກັບກອງປະຊຸມ WEF ASEAN 2018.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top