• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

WEF ASEAN 2017 ແລະ ບັນດາຂໍ້ລິເລີ່ມ ສຳຄັນ ຂອງ ຫວຽດນາມ

ທີ່ເວທີປາໄສເສດຖະກິດໂລກ ວ່າດ້ວຍ ອາຊຽນ ຄັ້ງທີ 26 (WEF ASEAN 2017) ຊຶ່ງຈັດຂຶ້ນ ຢູ່ລາຊະອານາຈັກ ກຳປູເຈຍ (ແຕ່ ວັນ ທີ 11-12 ພຶດສະພາ), ໃນຖານະຈະເປັນເຈົ້າພາບ ກອງປະ ຊຸມ WEF ASEAN ຄັ້ງທີ 27 ໃນປີ 2018, ທ່ານ ຫງວຽນຊວນ ຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ສົ່ງສານສຳ ຄັນ ກ່ຽວກັບການຕັດສິນໃຈປ່ຽນແປງໃໝ່ ຂອງ ຫວຽດນາມ, ຍູ້ ແຮງການຫັນປ່ຽນ ໂຄງປະກອບ ເສດຖະກິດ, ປັບປຸງ ສະພາບ ການລົງທຶນ, ສົ່ງເສີມການດຳເນີນທຸລະກິດ, ປ່ຽນແປງໃໝ່, ມີຫົວ ຄິດ ປະດິດສ້າງ... ກໍຄືສະເໜີຂໍ້ລິເລີ່ມທີ່ສຳຄັນ ແນໃສ່ຊຸກຍູ້ ການ ພັດທະນາລວມ ຂອງອາຊຽນ ໃນສະຖານະການສາກົນ ແລະ ພາກພື້ນ ພວມມີການ ຫັນປ່ຽນຫຼາຍຢ່າງ ຍາກທີ່ຈະ ຄາດຄະເນລ່ວງໜ້າ. 
ກ່າວປາໄສໃນວາລະການປະຊຸມຕ່າງໆ, ທ່ານນາຍົກລັດຖະ ມົນ ຕີ ເນັ້ນໜັກວ່າ, ການພັດທະນາຢ່າງຂະຫຍັນຂັນເຄື່ອນ ຂອງ ອາ ຊຽນ ກຳລັງ ເປີດອອກກາລະໂອກາດທີ່ສະດວກສະບາຍ ໃຫ້ ແກ່ ບັນດາວິສາຫະກິດ, ໃນນັ້ນ ຫວຽດນາມ ເປັນໜຶ່ງ ໃນບັນດາ ພື້ນ ຖານເສດຖະກິດ ທີ່ຂະຫຍັນຂັນແຂງທີສຸດ ກັບຍອດ ຜະລິດຕະ ພັນພາຍໃນ (ຈີດີພີ) ໄລ່ສະເລ່ຍເພີ່ມຂຶ້ນ 6% ໃນ 30 ປີຜ່ານມາ ແລະ ຄາດວ່າເພີ່ມຈະຂຶ້ນ 6,5-7% ໃນປີ 2017-2020.

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ຄືກັນກັບບັນດາ ປະເທດ ອາຊຽນ, ຫວຽດນາມ ມີຕະຫຼາດທີ່ມີ ຄວາມສາມາດ ບົ່ມຊ້ອນ ຢ່າງໃຫຍ່ຫຼວງ ກ່ຽວກັບການປ່ຽນໃໝ່ ຄວາມປະດິດສ້າງ ກັບຈຳ ນວນພົນລະເມືອງທີ່ໜຸ່ມແໜ້ນ ແລະ ອຸດົມສົມບູນ, ໃນນັ້ນ ມີພົນ ລະເມືອງ 60% ມີອາຍຸຕ່ຳກວ່າ 35 ປີ ແລະ ມີພົນລະເມືອງ ປະມານ 52% ໃຊ້ອິນເຕີແນັສ; ກຳລັງສືບຕໍ່ຍູ້ແຮງ ການເຊື່ອມໂຍງ ເຂົ້າກັບສາກົນ ໂດຍຜ່ານການລົງນາມສັນຍາການຄ້າເສລີ (FTA) ຫຼາຍສະບັບ, ໃນນັ້ນມີ FTA ມາດຕະຖານສູງ ແລະ ພ້ອມກັບບັນດາປະເທດອາຊຽນ ກ້າວໄປເຖິງຕະຫຼາດ ອາຊຽນ ລວມເປັນໜຶ່ງດຽວ.

ບົນຈິດໃຈດັ່ງກ່າວນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກຂໍ້ລິເລີ່ມ ເວທີປາໄສ  WEF ASEAN ຕ້ອງພິຈາລະນາ ຈັດຕັ້ງກຸ່ມປະຕິບັດງານຂຶ້ນ ເພື່ອການຄົ້ນຄວ້າ, ນຳມາຂໍ້ສະເໜີ ນະໂຍບາຍການສຶກສາ, ສ້າງອາຊີບ, ຊຸກຍູ້ ການກຳເນີດຂຶ້ນຕະຫຼາດ ແນວຄວາມຄິດ ເລີ່ມຕົ້ນທຸລະກິດ ມີຫົວຄິດປະດິດສ້າງ (start-up) ແລະ ສົ່ງເສີມບັນດາວິສາຫະກິດລົງທຶນພັດທະນາ ຫຼື ຊື້ແນວຄວາມຄິດ start-up ຂອງບັນດາຊາວໜຸ່ມອາຊຽນ ຜູ້ມີ ຄວາມສາມາດ.

ທ່ານ ນາຍົກລັດຖະມົນຕີ ຢືນຢັນວ່າ: “ຫວຽດນາມຈະເຮັດສຸດ ຄວາມສາມາດຂອງຕົນ ພ້ອມກັບອາຊຽນ ແລະ ບັນດາ ຄູ່ຮ່ວມມື ໃນການປະຕິບັດເພື່ອບັນລຸເປົ້າໝາຍທີ່ສູງສົ່ງນີ້”. 

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກັບ ບັນດາ ຫົວໜ້າ ຄະນະເຂົ້າຮ່ວມວາລະປະຊຸມຄົບຄະນະ
ພາຍໃຕ້ຫົວຂໍ້ທີ່ວ່າ “ອາຊຽນ 50 ປີ ທີ່ໜຸ່ມແໜ້ນ” . ພາບ: ຖົ໋ງເຍິດ/VNA



ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກ່າວປາໄສ ທີ່ວາ ລະ ປະຊຸມ “ອາຊຽນ 50 ປີ ທີ່ໜຸ່ມແໜ້ນ”. ພາບ: ຖົ໋ງເຍິດ/VNA


ພາບໃນວາລະປະຊຸມຄົບຄະນະ “ອາຊຽນ 50 ປີ ທີ່ໜຸ່ມແໜ້ນ”.. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສົນທະນາກັບການນຳບັນດາວິສາຫະກິດ WEF ວ່າດ້ວຍເສດ ຖະກິດ
ຫວຽດນາມ. ໃນພາບ: ທ່ານນາຍົກລັດຖະມົນຕີ ກັບບັນ ດາທ່ານຜູ້ແທນ. ພາບ: ຖົ໋ງເຍິດ/VNA



ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວ ປາໄສທີ່ ກອງປະຊຸມເວທີ ສົນທະນາວ່າດ້ວຍ
“ລົງທຶນເຂົ້າສູ່ ພື້ນ ຖານໂຄງລ່າງທີ່ສະຫຼາດ”. ພາບ: ຖົ໋ງເຍິດ/VNA



T
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ກ່າວ ປາໄສ ປິດກອງປະຊຸມ WEF ASEAN 2017 . ພາບ: ຖົ໋ງເຍິດ/VNA


ທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີ ຂອງປະເທດ ເຈົ້າ ພາບ WEF ASEAN 2017 ມອບລະຄັງໃຫ້ແກ່ ທ່ານ ນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ
ທີ່ພິທີມອບຕຳແໜ່ງ ເປັນປະເທດ ເຈົ້າພາບກອງປະຊຸມ WEF ASEAN 2018 ໃຫ້ແກ່ຫວຽດນາມ. ພາບ: ຖົ໋ງເຍິດ/VNA

ໃນກອງປະຊຸມສົນທະນາກ່ຽວກັບ ຫວຽດນາມ, ທ່ານ ນາຍົກລັດ ຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດ ນາມ ພວມຕັດສິນໃຈ ສ້າງລັດຖະບານ ພັດທະນາ ແລະ ຢືນຢັນ ແຜນນະໂຍບາຍ ພັດທະນາ ວິສາຫະກິດ ເອກະຊົນ ຮັກສາ ບົດ ບາດສຳຄັນໃນພື້ນຖານເສດຖະກິດ, ຍູ້ແຮງປະຕິຮູບ, ສ້າງເງື່ອນ ໄຂທີ່ ສະດວກສະບາຍໃຫ້ແກ່ ວິສາຫະກິດ ແລະ ປະຊາຊົນ, ໂດຍສະເພາະຢ່າງຍິ່ງແມ່ນໄວໜຸ່ມ, ຍາດແຍ່ງເອົາກາລະໂອ ກາດ ຂອງ ປະຕິວັດອຸດສາຫະກຳ 4.0, ຊຸກຍູ້ການສຶກສາ ໃຫ້ມີ ຄວາມຈະເລີນໝັ້ນຄົງ, ເສີມຂະຫຍາຍ ນຳ້ໃຈ ເລີ່ມຕົ້ນທຸລະກິດ, ຄວາມອາດສາມາດໃນການປະດິດສ້າງ ແລະ ການຂະຫຍັນ ຂັນແຂງຂອງທົ່ວທັງຊາດອີກດ້ວຍ.

ບົນຈິດໃຈດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາໃຫ້ ບັນດາວິສາຫະກິດ, ນັກລົງທຶນສາກົນ ຮ່ວມມື ກັບ ຫວຽດນາມ ເພື່ອຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ພ້ອມກັນ ຍາດເອົາໄຊຊະນະ ແລະ ບັນລຸຜົນສຳເລັດ.

ໂອກາດນີ້, ໃນຖານະປະເທດ ເຈົ້າພາບກອງປະຊຸມອາເປັກ 2017, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງ ຄວາມຊົມເຊີຍ ຕໍ່ບັນດາ ຜູ້ແທນ ທີ່ເຂົ້າຮ່ວມກັບຫວຽດນາມ ໃນການເຄື່ອນໄຫວ ຂອງ ອາເປັກ ເພື່ອແບ່ງປັນຄວາມ ຄິດສ້າງສັນ, ກາລະໂອກາດ ການຮ່ວມມື ເພື່ອຄວາມ ວັດຖະນາຖາວອນລວມ ຂອງ ພາກພື້ນ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ແລະ ພົບປະສົນທະນາກັບ ຜູ້ນຳບັນດາອົງການ ຈັດຕັ້ງ, ກຸ່ມບໍລິສັດລາຍໃຫຍ່ຂອງພາກພື້ນ ແລະ ໂລກເຊັ່ນ: ທ່ານ Philipp Roesler ຜູ້ອຳນວຍການໃຫຍ່ຄຸ້ມຄອງບໍລິຫານ WEF, ທ່ານ ຈີນ ລີ ຈີວຽນ (Jin Liqun)  ປະທານທະນາຄານ ລົງທຶນ ພື້ນຖານໂຄງລ່າງທະວີບອາຊີ (AIIB), ທ່ານ Goh Seow Hiong, ຜູ້ອຳນວຍການທົ່ວໜ່ວຍພິພົບ ກຸ່ມບໍລິສັດ Cisco,  ທ່ານ Magesvaran Surajan ປະທານຮັບຜິດຊອບ ພາກພື້ນອາຊີ-ປາຊີຟິກ ຂອງກຸ່ມບໍລິສັດ P&G, ທ່ານ Doreen Steidle ຜູ້ ອຳ ນວຍການພາກພື້ນທະນາຄານ HSBC, ທ່ານນາງ Linda Seah ຮອງປະທານກຸ່ມບໍລິສັດ Shire, ທ່ານ Christian Bennett ຮອງ ປະທານກຸ່ມບໍລິສັດ GE ແລະ ອື່ນໆ...

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Philipp Roesler ຜູ້ ອຳນວຍການຄຸ້ມຄອງບໍລິຫານ
ເວທີປາ ໄສ ເສດຖະກິດໂລກ. ພາບ: ຖົ໋ງເຍິດ/VNA

 

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ ຈີນ ລີ ຈີວຽນ (Jin Liqun) ປະທານທະນາຄານ
ລົງທຶນພື້ນຖານ ໂຄງລ່າງ ທະວີບອາຊີ (AIIB)  . ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Goh Seow Hiong ຜູ້ ອຳນວຍການ
ທົ່ວໜ່ວຍພິພົບກຸ່ມບໍລິສັດ CISCO. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Magesvaran Surajan Surajan ປະທານຮັບຜິດຊອບ
ພາກ ພື້ນອາຊີ-ປາຊີຟິກ ຂອງກຸ່ມບໍລິສັດ P&G, ພາບ: ຖົ໋ງເຍິດ/VNA

 

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Doreen Steidle ຜູ້ ອຳນວຍການພາກພື້ນທະນາຄານ HSBC. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຕ້ອນຮັບທ່ານນາງ Linda Seah ຮອງປະທານກຸ່ມບໍລິສັດ Shire. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Christian Bennett ຮອງປະທານກຸ່ມບໍລິສັດ GE.  ພາບ: ຖົ໋ງເຍິດ/VNA
 
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top