• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF 2019: ກາລະໂອກາດເພື່ອໃຫ້ຫວຽດນາມເພີ່ມທະວີການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

      ຫວຽດນາມ ແລະ  WEF ຈະໄດ້ລົງນາມໃນບົດບັນທຶກການຮ່ວມມືກ່ຽວກັບການສ້າງຕັ້ງສູນປະຕິວັດອຸດສາຫະກໍາ 4.0 ຈໍານວນໜຶ່ງ
            ໂດຍໄດ້ຮັບຄຳເຊີນຂອງທ່ານ Klaus Schwab ປະທານກໍ່ຕັ້ງແລະບໍລິຫານເວທີປາໄສເສດຖະກິດໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວນຟຸກນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມເຂົ້າຮ່ວມກອງປະຊຸມປະຈຳເວທີປາໄສເສດຖະກິດໂລກ (WEF) ຢູ່ Davos ປະເທດສະວິດແຕ່ວັນທີ 22-25 ມັງກອນ. ນີ້ແມ່ນການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍທີ່ສຳຄັນຂອງຫວຽດນາມໃນປີ 2019, ມີຄວາມໝາຍຫລາຍດ້ານກ່ຽວກັບດ້ານການເມືອງ, ການຕ່າງປະເທດ, ປະກອບສ່ວນສຳຄັນຍົກສູງທີ່ຕັ້ງບົດບາດແລະອິດທິພົນຂອງຫວຽດນາມໃນເວລາສາກົນ.
            ເວທີປາໄສເສດຖະກິດໂລກ 2019 (WEF 2019) ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 3.000 ຄົນ, ໃນນັ້ນມີປະມຸກລັດ, ການນຳລັດຖະບານບັນດາປະເທດແລະອົງການຈັດຕັ້ງສາກົນ 50 ທ່ານ. ດ້ວຍຫົວຂໍ້ “ໂລກາພິວັດ 4.0: ສ້າງໂຄງປະກອບທົ່ວໂລກໃນສັງກາດປະຕິວັດອຸດສາຫະກຳຄັ້ງທີ 4 ໃຫ້ເປັນຮູບປະທຳ”, ກອງປະຊຸມWEF 2019ປີນີ້ ຈະປຶກສາຫາລືຫລາຍບັນຫາຈຸດສຸມ, ກ່ຽວຂ້ອງເຖິງທຸກດ້ານຂອງຊີວິດສັງຄົມຈາກການເມືອງ, ເສດຖະກິດ, ເຕັກໂນໂລຊີຕະຫລອດຮອດສັງຄົມແລະສິ່ງແວດລ້ອມ.
ປຶກສາຫາລືຫລາຍບັນຫາສະຖານະການ
ກ່ຽວກັບດ້ານການເມືອງ, ການປຶກສາຫາລື, ຕີລາຄາຜົນກະທົບ, ແງ່ຫວັງແກ້ໄຂບັນດາບັນຫາພູມສາດການເມືອງແມ່ນບັນຫາຮ້ອນເຮັ່ງໃນໂລກ, ເລື່ອງປະຕິຮູບບັນດາອົງການໃນທົ່ວໂລກເພື່ອຮັບມືກັບສະພາບການໃຫມ່, ສ້າງບັນດາຂໍ້ກຳນົດແລະ ລະບອບນະໂຍບາຍໃຫມ່ເພື່ອແນໃສ່ຊຸກຍູ້ການຮ່ວມມືແກ້ໄຂບັນດາບັນຫາທົ່ວໂລກ.
ກ່ຽວກັບດ້ານເສດຖະກິດ - ເຕັກໂນໂລຊີ.ກອງປະຊຸມWEF 2019ຈະຕີລາຄາການກະທົບຫລາຍຢ່າງແລະຄວາມເລິກເຊິ່ງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ສຳລັບບັນດາຂະແຫນງ, ຂົງເຂດ, ເປັນຕົ້ນແມ່ນການກະທົບເຮັດໃຫ້ໂຄງປະກອບເສດຖະກິດຖືກຫັນປ່ຽນ, ບັນດານະໂຍບາຍຮັບປະກັນການພັດທະນາແບບຍືນຍົງແລະກວມລວມ.
ບັນດາຜູ້ແທນກໍ່ປຶກສາຫາລືບັນດາການປ່ຽນແປງໃຫມ່ຢ່າງແຮງກ່ຽວກັບແຮງງານ, ວຽກເຮັດງານທຳຈາກການກະທົບຂອງການປະຕິວັດອຸດສາຫະກຳ 4.0, ບັນດາມາດຕະການປັບປຸງໂດຍພື້ນຖານການຄຸ້ມຄອງສິ່ງແວດລ້ອມຊີວະພາບຢູ່ຂັ້ນທົ່ວໂລກ, ພາກພື້ນແລະ ແຫ່ງຊາດ.
ຫວຽດນາມ ກໍາແໜ້ນກາລະໂອກາດ
ກອງປະຊຸມ WEF  Davos  ແມ່ນເວທີປາໄສແຫ່ງແນວຄວາມຄິດໃຫຍ່ທີ່ສຸດໃນໂລກໃນປີ. ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມ, ພົບປະ ແລະ ແລກປ່ຽນຄໍາເຫັນໃນກອງປະຊຸມ ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມເຊື່ອມຕໍ່ກັບບັນດາພື້ນຖານ ເສດຖະກິດໃຫຍ່ທີ່ສຸດໃນໂລກ, ສໍາຜັດກັບບັນດາແນວຄວາມຄິດໃໝ່, ກໍາແໜ້ນທ່າອ່ຽງພັດທະນາຂອງໂລກ, ໂດຍສະເພາະແມ່ນທ່າອ່ຽງພັດທະນາຂອງການປະຕິວັດອຸດສາຫະກໍາ ຄັ້ງທີີ 4. ບົນພື້ນຖານນັ້ນ ໝູນໃຊ້ເຂົ້າໃນການສ້າງ, ຜັນຂະຫຍາຍບັນດາຍຸດທະສາດພັດທະນາປະເທດຊາດ ກໍຄື ໃນການບໍລິຫານເສດຖະກິດ - ສັງຄົມ.

(ພາບປະກອບ: TTXVN)
               ໃນຂອບເຂດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມບັນດາວາລະປຶກສາຫາລື, ເຈລະຈາກັບການນໍາຂັ້ນສູງປະເທດຕ່າງໆ, ບັນດາກຸ່ມບໍລິສັດແຖວໜ້າ ກ່ຽວກັບບັນຫາໃຫຍ່ ທີ່ມີຜົນສະທ້ອນເຖິງການພັດທະນາເສດຖະກິດ - ສັງຄົມ ພ້ອມທັງຍາດແຍ່ງການຮ່ວມມືຂອງ WEF ແລະບັນດາຄູ່ຮ່ວມມື ເພື່ອຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງຫວຽດນາມ ຢູ່ WEF ອາຊຽນ 2018. ພິເສດ, ເປັນຄັ້ງທໍາອິດ ຫວຽດນາມສົມທົບກັບ  WEF ຈັດຕັ້ັງເຫດການເຈລະຈາເສດຖະກິດຫວຽດນາມ ໂດຍມີການເຂົ້າຮ່ວມຂອງປະທານ WEF ແລະ ຫຼາຍກຸ່ມບໍລິສັດແຖວໜ້າ.
        ເນື່ອງໃນໂອກາດນີ້, ຫວຽດນາມ ແລະ  WEF ຈະໄດ້ລົງນາມໃນບົດບັນທຶກການຮ່ວມມືກ່ຽວກັບການສ້າງຕັ້ງສູນປະຕິວັດອຸດສາຫະກໍາ 4.0 ຈໍານວນໜຶ່ງ; ຈົດໝາຍສະແດງເຈດຈໍານົງ ກ່ຽວກັບການຮ່ວມມືໃນບັນຫາບໍາບັດຂີ້ເຫຍື້ອ ພລາສະຕິກ... ຮັບຮູ້ກ່່ຽວກັບບັນດາກາລະໂອກາດຂອງຫວຽດນາມ ທີ່ກອງປະຊຸມເວທີປາໄສເສດຖະກິດໂລກ 2019, ສາດສະດາຈານ, ປອ. ຟ້າມກວາງມິນ, ຜູ້ອໍານວຍການມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ຕີລາຄາວ່າ:
        ເວທີປາໄສຫຼາຍຝ່າຍ ຄື Davos ແມ່ນເວທີປາໄສທີ່ດີ ໃຫ້ແກ່ຜູ້ນໍາລັດຖະບານ ໄດ້ສົ່ງສານໄປເຖິງບັນດາເພື່ອນມິດສາກົນ ກ່ຽວກັບເລື່ອງທີ່ຫວຽດນາມ ມີພື້ນຖານການເມືອງທີ່ໝັ້ນຄົງ, ສະພາບການລົງທຶນສະດວກສະບາຍ. ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອດຶງດູດ ແຫຼ່ງເງິນລົງທຶນ ໂດຍກົງຈາກຕ່າງປະເທດ ແລະ ຫວຽດນາມ ສະໜັບສະໜູນລັດທິການຄ້າເສລີ. ເສດຖະກິດຫວຽດນາມ ພາຍຫຼັງ 32 ປີ ແຫ່ງການປ່ຽນແປງໃໝ່ ໄດ້ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນພື້ນຖານເສດຖະກິດໂລກ,ສະນັ້ນ ຈິ່ງມີຄວາມສະຖຽນລະພາບທາງດ້ານການເມືອງ, ມີຄວາມສະດວກດ້ານການລົງທຶນ ກໍຄື ການຄ້າ ແນ່ນອນວ່າ ນີ້ແມ່ນສານທີ່ສໍາຄັນທີ່ສຸດ ເຊິ່ງທ່ານນາຍົກລັດຖະມົນຕີ ຢາກແຈ້ງໃຫ້ກອງປະຊຸມໄດ້ຮັບຊາບ.
        ນັບແຕ່ເມື່ອເຂົ້າຮ່ວມເວທີປາໄສເສດຖະກິດໂລກ ໃນປີ 1989, ການພົວພັນລະຫວ່າງຫວຽດນາມ ກັບ ເວທີປາໄສເສດຖະກິດໂລກ ພັດທະນາຢ່າງໄວວາໃນຫຼາຍຂົງເຂດ. ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມລະດັບພາກພື້ນ ຂອງ WEF ຫຼາຍຄັ້ງ. ບັນດາວິສາຫະກິດໃຫຍ່ຂອງຫວຽດນາມ ໄດ້ນໍາໃຊ້ WEF ເພື່ອກໍ່ສ້າງເຄືອຂ່າຍການຮ່ວມມື, ແລກປ່ຽນບົດຮຽນໃນການພັດທະນາວິສາຫະກິດເທື່ອລະກ້າວ..
        ເລື່ອງທີ່ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ WEF Davos 2019 ຈະສືບທອດບັນດາຄວາມມານະພະຍາຍາມໃນການເຊື່ອມໂຍງຂອງຫວຽດນາມ, ດຶງດູດການລົງທຶນຈາກຕ່າງປະເທດ, ອໍານວຍຄວາມສະດວກໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດສັງຄົມ. 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top