• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

VKDC: ຊ່ວຍໜູນຍົກສູງ ເຄື່ອງໝາຍການຄ້າຫວຽດ

ໄດ້ຮັບການສ້າງຕັ້ງບົນພື້ນຖານຄວາມຮ່ວມມື ລະຫວ່າງ ກົມ ຊຸກຍູ້ການຄ້າ ຫວຽດນາມ ແລະ ສະຖາບັນຊຸກຍູ້ການອອກແບບ ສ.ເກົາຫຼີ, ສູນອອກແບບຫວຽດນາມ-ສ.ເກົາຫຼີ (VKDC) ເປັນ ສະຖານທີ່ ເຊື່ອມຕໍ່ ແລະ ຊ່ວຍໜູນ ບັນດາວິສາຫະກິດ ຫວຽດ ນາມ ຍົກສູງ ຄຸນນະພາບເຄື່ອງໝາຍການຄ້າ, ເຮັດໃຫ້ ການຮັບ ຮູ້ ຜະລິດຕະພັນ ກັບສີສັນວັດທະນະທຳຫວຽດ ມີຄວາມສະໜິດ ຕິດພັນກັນ. 
ສູນອອກແບບ ຫວຽດນາມ-ສ.ເກົາຫຼີ ໄດ້ຈັດຕັ້ງ ການເຄື່ອນໄຫວ ຕ່າງໆ ຢ່າງເປັນປະຈຳເຊັ່ນ: ຈັດກອງປະຊຸມ, ສຳມະນາ, ບັນດາ ຊຸດຝຶກອົບຮົມ ແລະ ເຜີຍແຜ່ຄວາມຮູ້ ກ່ຽວກັບ ການອອກແບບ ໃຫ້ວິສາຫະກິດ, ຊ່ວຍໜູນວິສາຫະກິດ ຫວຽດນາມ ອອກແບບ ຜະລິດຕະພັນ, ດັດແປງຕົວແບບ, ເຄື່ອງຫຸ້ມຫໍ່ຜະລິດຕະພັນ, ສ້າງເຄື່ອງໝາຍການຄ້າ, ສະໜອງ ສະຖານທີ່ພົບປະສັງສັນ, ແລກປ່ຽນ ແນວຄວາມຄິດອອກແບບ, ແບ່ງປັນບົດຮຽນ ລະຫວ່າງ ບັນດານັກອອກແບບ ຫວຽດນາມ ແລະ ສ.ເກົາຫຼີ ກໍຄື ວາງສະແດງ ບັນດາຜະລິດຕະພັນ ອອກແບບທີ່ດີ ຂອງວິສາ ຫະກິດ ຢູ່ພາຍໃນ ແລະ ຕ່າງປະເທດ.

ມີຫຼາຍວິສາຫະກິດ ຫວຽດນາມ ໄດ້ກົມຊຸກຍູ້ເຄື່ອງໝາຍການຄ້າ ແລະ ສູນອອກແບບ ສ.ເກົາຫຼີ-ຫວຽດນາມ ຊ່ວຍໜູນ ການອອກ ແບບເຄື່ອງໝາຍການຄ້າ, ຕົວແບບເຄື່ອງຫຸ້ມຫໍ່ຜະລິດຕະພັນ, ຮ້ານວາງສະແດງ ຕົວແບບຜະລິດຕະພັນ ຢູ່ງານຕະຫຼາດນັດ. ໂສມໜ້າຕົວແບບໃໝ່ ຂອງຜະລິດຕະພັນ ໄດ້ຮັບການຕີລາຄາ ສູງ ຈາກລູກຄ້າ, ຢືນຢັນຄວາມສວຍງາມ ແບບຊັ້ນນຳ ຂອງ ຜະລິດຕະພັນ ເມື່ອໄດ້ຮັບການວາງຂາຍ ຢູ່ຕາມບັນດາ ຮ້ານສັບພະສິນຄ້າ.


ສູນອອກແບບ ຫວຽດນາມ-ສ.ເກົາຫຼີ ມີສຳນັກງານໃຫຍ່ ຕັ້ງຢູ່ ເຮືອນ ເລກທີ 17 ຖະໜົນ ອ໋ຽດກຽວ, ຮ່າໂນ້ຍ. 


ສະຖານທີ່ວາງສະແດງ ບັນດາຜະລິດຕະພັນ ທ່ີໄດ້ຮັບການ ອອກແບບທີ່ສວຍງາມຂອງ VKDC ຢູ່ຮ່າໂນ້ຍ. 


ສູນອອກແບບ ຫວຽດນາມ-ສ.ເກົາຫຼີ ໄດ້ຮັບການສ້າງຕັ້ງ ດ້ວຍ ຈຸດປະສົງ ສະໜອງ ບັນດາບໍລິການທີ່ຫຼາກຫຼາຍຮູບແບບ ຊ່ວຍ ໜູນວິສາຫະກິດ ພັດທະນາການອອກແບບ ແລະ ເຄື່ອງໝາຍ ການຄ້າ, ຍົກສູງມູນຄ່າເພີ່ມ ຂອງຜະລິດຕະພັນ ຫວຽດນາມ ໂດຍຜ່ານ ບັນດາການເຄື່ອນໄຫວ ທີ່ເປັນ ປະຈຳເຊັ່ນ: ງານສຳ ມະນາ, ບັນດາຊຸດຝຶກອົບຮົບ ແລະ ເຜີຍແຜ່ຄວາມຮູ້ ກ່ຽວກັບ ການອອກແບບ...


ນີ້ກໍແມ່ນຍ່ານເວຫາແຫ່ງການພົບປະສັງສັນ, ເຊື່ອມຕໍ່ ບັນດາ ນັກອອກແບບ ຂອງ ສອງປະເທດ ເພື່ອແລກປ່ຽນ
ແນວຄວາມ ຄິດ, ແບ່ງປັນປະສົບການ...



ພິເສດ ສູນກໍເປັນບ່ອນເຊື່ອມຕໍ່ວິສາຫະກິດ ກັບບັນດາ ນັກອອກ ແບບ ຢູ່ພາຍໃນ ແລະ ຕ່າງປະເທດ ແນໃສ່ ເປັນທ່ີປຶກສາ
ກ່ຽວກັບການອອກແບບ ກໍຄືຊ່ວຍໜູນວິສາຫະກິດ ຫວຽດນາມ.



ບັນດານັກອອກແບບ ຫວຽດນາມ ແບ່ງປັນບົດຮຽນ, ແນວຄວາມຄິດ ກ່ຽວກັບການອອກແບບ
ຂອງຕົນ ໃນການພັດທະນາ ເຄື່ອງ ໝາຍການຄ້າ. 



ນັກອອກແບບ ສ.ເກົາຫຼີ ແນະນຳ ບັນດາບົດຮຽນອອກແບບໃໝ່ ຊຶ່ງໄດ້ໝູນໃຊ້ເຂົ້າໃນການເຄື່ອນໄຫວຜະລິດ,
ດຳເນີນທຸລະກິດ ທີ່ສູນອອກແບບ ຫວຽດນາມ-ສ.ເກົາຫຼີ.



ນີ້ແມ່ນບ່ອນວາງສະແດງ ບັນດາຜະລິດຕະພັນ ທີ່ມີການ ອອກແບບທີ່ດີ ຂອງ ຫວຽດນາມ ແລະ ສ.ເກົາຫຼີ.


ຜູ້ຊົມຜ່ານປະສົບການຕົວຈິງໃນຍ່ານເວຫາ ບັນດາຜະລິດ ຕະພັນ ມີການອອກແບບທີ່ສວຍງາມ ຢູ່ VHDC.


ໜຶ່ງໃນບັນດາຜະລິດຕະພັນເຄື່ອງຫຸ້ມຫໍ່ ໄດ້ຮັບການອອກແບບ ຢ່າງມືອາຊີບ ຂອງ ຫວຽດນາມ ໄດ້ວາງສະແດງ
ໃນງານ ວາງ ສະແດງ ກ່ຽວກັບການອອກແບບເຄື່ອງຫຸ້ມຫໍ່ ຊຶ່ງໄດ້ຮັບການ ຈັດຕັ້ງ ຢູ່ VKDC.



ຶ່ງໃນບັນດາຜະລິດຕະພັນມີການອອກແບບທີ່ສວຍງາມ ຂອງ ຫວຽດນາມ ໄດ້ແນະນຳຢູ່ ສະຖານທີ່ວາງສະແດງ ຂອງ VKDC.


ນີ້ກໍແມ່ນສະຖານທີ່ເພື່ອໃຫ້ນັກສຶກສາ ຜູ້ກຳລັງຮຽນກ່ຽວກັບ ການ ອອກແບບ, ບັນດານັກອອກແບບໜຸ່ມ ຫວຽດນາມ ທີ່ມາ
ເພື່ອການສຶກສາຄວາມຮູ້ ແລະ ແລກປ່ຽນບົດຮຽນ. 

 
 
ເມື່ອກະກຽມນຳສະເໜີຜະລິດຕະພັນໃໝ່, ວິສາຫະກິດ Vinatea ໄດ້ສູນຊ່ວຍໜູນ ອອກແນວຄວາມຄິດ ເຮັດໃຫ້ຕົວ ແບບ ເຄື່ອງຫຸ້ມຫໍ່ຜະລິດຕະພັນ ໄດ້ປ່ຽນໃໝ່ ທັງໝົດ. ທ່ານນາງ ຫງວຽນທູຮວ່ຽນ (ກົມຊຸກຍູ້ການຄ້າ, ກະຊວງອຸດສາຫະກຳ ການ ຄ້າ) ໄດ້ສັງເກດວ່າ: ຜົນການອອກແບບໃໝ່ ຂອງ ບັນດາຜະລິດຕະພັນ Vinatea ໄດ້ໝູນໃຊ້ ບັນດາແບບ ລາຍດອກ ມູນເຊື້ອ ຈາກມວນຊົນທັງຫຼາຍ ເພື່ອປະດິດສ້າງ ເປັນຕົວແບບ ຜະລິດຕະພັນ ທີ່ເປັນເອກະລັກ ແລະ ມີຄວາມສວຍງາມ ແບບຊັ້ນນຳ.

ບໍລິສັດຫຸ້ນສ່ວນ Visimex ໄດ້ສູນອອກແບບ ຫວຽດນາມ-ສ.ເກົາຫຼີ ຊ່ວຍໜູນອອກແບບ ປ່ຽນໃໝ່ຕົວແບບ ເຄື່ອງຫຸ້ມຫໍ່ ຜະລິດຕະພັນ, ປະກອບສ່ວນ ຍົກສູງລັກສະນະ ຮັບຮູ້ ເຄື່ອງ ໝາຍການຄ້າ. ການອອກແບບໃໝ່ ໄດ້ກໍ່ສ້າງ ບົນພື້ນຖານ ຮູບພາບ ຊາວກະສິກອນປູກແຄ ແລະ ທຳມະຊາດ ມີຄວາມສະ ໜິດຕິດພັນກັນ. ເມື່ອຕົວແບບນີ້ ໄດ້ນຳສະເໜີ ອອກສູ່ຕະຫຼາດ ຜະລິດຕະພັນ ຂອງ Visimex ໄດ້ຮັບຮອງ ແລະ ສ້າງຜົນກະທົບ ຢ່າງຕັ້ງໜ້າ.

ທ່ານ Sungwon Choi, ຜູ້ຕາງໜ້າ ສູນອອກແບບ ຫວຽດນາມ-ສ.ເກົາຫຼີ ໃຫ້ຮູ້ວ່າ: ຢູ່ ຫວຽດນາມ, ມີແຫຼ່ງຕົວແບບລາຍດອກ ມູນເຊື້ອອັນລຳ້ຄ່າ. ຈາກນັ້ນ ນັກອອກແບບສາມາດຂຸດຄົ້ນ ເພື່ອ ປະດິດສ້າງເປັນສ່ວນລາຍລະອຽດ ໃຫ້ແຕ່ລະຜະລິດຕະພັນ, ທັງຢືນຢັນ ໄດ້ສີສັນວັດທະນະທຳຂອງຄົນ ຫວຽດ, ທັງເຮັດ ໃຫ້ ຜົນການອອກແບບ ມີພະລັງຊີວິດ ແລະ ຈິດວິນຍານ ຢູ່ໃນ ນັ້ນ ອີກດ້ວຍ.

ທ່ານ Sungwon Choi ຢຶນຢັນວ່າ ສູນອອກແບບ ຫວຽດນາມ-ສ.ເກົາຫຼີ ພ້ອມແລ້ວທີ່ຈະຊ່ວຍໜູນ ບັນດາວິສາຫະກິດ ຫວຽດ ຍົກສູງການອອກແບບ ເພື່ອໃຫ້ມີບັນດາຕົວແບບຜະລິດຕະພັນ ມີຄວາມສວຍງາມ, ຕອບສະໜອງກັບລົດນິຍົມຂອງລູກຄ້າ.

 
ພ້ອມກັບບັນດາການເຄື່ອນໄຫວປຶກສາການອອກແບບ, ສູນ ອອກແບບ ຫວຽດນາມ-ສ.ເກົາຫຼີ ກໍໄດ້ຈັດຕັ້ງ ງານວາງສະແດງ ບັນດາຜະລິດຕະພັນ ຂອງ ວິສາຫະກິດ ຫວຽດນາມ ເພື່ອການ ແຜ່ຂະຫຍາຍ ແລະ ເຊື່ອມຕໍ່ ຜະລິດຕະພັນ ເຖິງຜູ້ບໍລິໂພກ. ມີຫຼາຍເຄື່ອງໝາຍການຄ້າ ໄດ້ຮັບການ ວາງສະແດງ ຢູ່ສູນແຫ່ງ ນີ້ເຊັ່ນ: ແພໄໝ ຍາຊ໋າ, ຊາ ຕື່ເວິນ, Rice Maker ຊຶ່ງໄດ້ຮັບ ການ ຕີລາຄາສູງຈາກລູກຄ້າ. 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top