• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

Vinmart-ແງ່ຫວັງຂອງຂະແໜງຂາຍຍ່ອຍ ຫວຽດນາມ

ມີໜ້າຢູ່ຕະຫຼາດ ຫວຽດນາມ ຍັງບໍ່ທັນຮອດ 2 ປີ, ດ້ວຍຕົວເລກຂະຫຍາຍຕົວໄດ້ຮັບການຕີລາຄາວ່າ ໄວທີ່ສູດໃນປະຫວັດສາດ
ຂອງຂະແໜງການ ຂາຍຍ່ອຍພາຍໃນ, ປະຈຸບັນ Vinmart (ຂຶ້ນກັບກຸ່ມບໍລິສັດ Vingroup) ພວມເປັນໜຶ່ງໃນບັນດາ ເຄື່ອງໝາຍການຄ້າຂາຍຍ່ອຍແຖວໜ້າ ຫວຽດນາມ. ບັນດາ ນັກຊ່ຽວຊານດ້ານເສດຖະກິດຫວັງວ່າ Vingroup ຈະສ້າງຄວາມຊັ່ງຊາດຸນດຽງໃຫ້ແກ່ວິສາຫະກິດ ຫວຽດນາມ ຕໍ່ບັນດາ ກຸ່ມບໍລິສັດຂາຍຍ່ອຍຕ່າງປະເທດ. 
ວັນທີ 20 ພະຈິກ 2014, ເຄື່ອງໝາຍການຄ້າ Vinmart ມີໜ້າຢູ່ຕະຫຼາດ ຫວຽດນາມ ຢ່າງເປັນທາງການຜ່ານເຫດການ ເປີດຮ້ານຊັບພະສິນຄ້າ 9 ແຫ່ງທີ່ນະຄອນ ຮ່າໂນ້ຍ. ປະຈຸບັນ, Vinmart ມີທັງໝົດ 50 ຮ້ານຊັບພະສິນຄ້າພ້ອມກັບຮ້ານຂາຍເຄື່ອງ Vinmart+ 830 ຮ້ານໃນທົ່ວປະເທດ. ຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ ສະເລັ່ຍໜຶ່ງເດືອນ ມີ 3 ຮ້ານຊັບພະສິນຄ້າ Vinmart ແລະ 46 ຮ້ານຂາຍເຄື່ອງ Vinmart+ ໄດ້ເປີດນຳໃຊ້.

ເພື່ອພັດທະນາໄດ້ຄືແນວນັ້ນ, Vinmart ມີທ່າແຮງທີ່ຍິ່ງໃຫຍ່ ແມ່ນແຫຼ່ງກຳລັງແຮງບົ່ມຊ້ອນດ້ານການເງິນທີ່ເຂັ້ນແຂງຈາກກຸ່ມບໍລິສັດ Vingroup. ແຕ່ຄວາມຈິງພິດສູດໃຫ້ເຫັນວ່າ ເພື່ອຄົງຕົວໄດ້ຢູ່ຕະຫຼາດຂາຍຍ່ອຍຂອງ ຫວຽດນາມ, ມີພຽງກຳລັງແຮງບົ່ມຊ້ອນດ້ານການເງິນແມ່ນຍັງບໍ່ພໍເທື່ອ, ຍັງຕ້ອງມີຄວາມ ສາມາດໃນການຄຸ້ມຄອງບໍລິຫານ, ປະສົບການ ແລະ ມີວິໄສ ທັດຍຸດທະສາດໃນໄລຍະຍາວ.
 
ກ່ອນອື່ນໝົດແມ່ນຕ້ອງເວົ້າເຖິງຍຸດທະສາດເປີດລະບົບຮ້ານ ຂາຍເຄື່ອງ Vinmart+ ໃນທົ່ວປະເທດ. ຮ້ານຂາຍເຄື່ອງດັ່ງກ່າວມີເນື້ອທີ່ບໍ່ເກີນ 500 ຕາລາງແມັດ, ໄດ້ເປີດຢູ່ບັນດາຖະໜົນ, ທາງຮ່ອມ, ເຂດຊຸມຊົນເພື່ອຊ່ວຍເຮັດໃຫ້ການຊື້ເຄື່ອງຂອງ ລູກຄ່າໄດ້ສະດວກສະບາຍກວ່າ.
 
ບໍ່ພຽງແຕ່ຕອບສະໜອງຢ່າງຄົບຖ້ວນບັນດາປະເພດສິນຄ້າທີ່ຈຳເປັນຕ້ອງຂອງປະຊາຊົນຄືຮ້ານຂາຍເຄື່ອງຕ່າງໆ, Vinmart+ ຍັງຮັບໃຊ້ບັນດາປະເພດສິນຄ້າທີ່ຍັງສົດ, ຜັກ ແລະ ໝາກໄມ້ປອດສານພິດມີແຫຼ່ງກຳເນີດຢ່າງຊັດເຈນ, ໄດ້ຄວບຄຸມຢ່າງເຄັ່ງຄັດຕາມກຳນົດຂອງລະບົບ, ດ້ວຍຄຸນນະພາບ ແລະ ລາຄາທີ່ເໝາະສົມ.

ເປັນເຈົ້າໃນການຄວບຄຸມແຫຼ່ງສະໜອງຜັກ, ໝາກໄມ້ ທີ່ປອດສານພິດ, ປະຈຸບັນ ເຄື່ອງໝາຍການຄ້າ VinEco
ພວມມີທ່າແຮງໃນການແກ່ງແຍ້ງກັນໃນຂະແໜງຂາຍຍ່ອຍ
ຂອງ Vingroup. ພາບ: ເຈີ່ນແທງຢາງ



ທ່ານນາຍົກລັດຖະມົນຕີ ນິວຊີແລນ (ຜູ້ທີສອງຈາກຊ້າຍ) ກຳລັງຢ້ຽມຢາມລະບົບ
ຮ້ານຊັບພະສິນຄ້າ Vinmart ເນື່ອງໃນ ໂອກາດມາ ຢ້ຽມຢາມ ຫວຽດນາມ. ພາບ: ເອກະສານ Vingroup



ຜະລິດຕະພັນສິນທະເລທີ່ຍັງສົດໄດ້ປຸງແຕ່ງຢູ່ຮ້ານຊັບພະສິນຄ້າ. ພາບ: ເຈີ່ນແທງຢາງ


Vinmart ມີລະບົບຮ້ານຂາຍເຄື່ອງທີ່ສວຍງາມ ແລະ ສະດວກຢູ່ເຂດເມື່ອງໃຫຍ່ຄື:
Time City, Royal City, Vincom Center ຫງວຽນຈີແທງ,  Vincom ບ່າຈ້ຽວ ແລະ ອື່ນໆ.​ ພາບ: ເຈີ່ນແທງຢາງ



ມູມໜຶ່ງຂອງຮ້ານຊັບພະສິນຄ້າ Vinmart ທີ່ Vincom Center ຫງວຽນຈີແທງ. ພາບ: ເຈີ່ນແທງຢາງ


ເຄື່ອງໝາຍການຄ້າຜັກປອດສານພິດ VinEco ໄດ້ຈຳໜ່າຍ ຢ່າງຜູກຂາດໃນລະບົບ Vinmart
ແລະ Vinmart+. ພາບ: ເຈີ່ນແທງຢາງ



ບັນດາຮ້ານຂາຍເຄື່ອງໃນລະບົບ Vinmart ໄດ້ຈັດກຽມຢ່າງ
ລະບຽບ ແລະ ສະດວກທີ່ສຸດໃຫ້ແກ່ລູກຄ້າມາເລືອກຊື້.  ພາບ: ເຈີ່ນແທງຢາງ



ເຂດວາງສະແດງບັນດາຜະລິດຕະພັນທີ່ເປັນຂອງຂວັນໃນລາຍ
ການ “ຕອນບຸນແທນຄຸນລູກຄ້າຂອງ Vinmart”. ພາບ: ເຈີ່ນແທງຢາງ



ຜະລິດຕະພັນຜັກ, ໝາກໄມ້ປອດສານພິດ ທີ່ຈຳໜ່າຍໃນ ລະບົບ Vinmart
ລ້ວນແຕ່ໄດ້ຂຽນແຫຼ່ງກຳນົດຢ່າງຈະແຈ້ງ. ພາບ: ຮວ່າງກວາງຮ່າ



ລູກຄ້າກຳລັງເລືອກຊື້ຜະລິດຕະພັນເນື່ອງໃນໂອກາດ “ຕອນບຸນ ແທນຄຸນລູກຄ້າ”
ຂອງລະບົບ Vinmart. ພາບ: ຮວ່າງກວາງຮ່າ

Vinmart+ ກຳລັງກໍ່ສ້າງແບບແຜນຊື້ເຄື່ອງໃໝ່ທີ່ປອດໄພ, ສະຫຼາດ ຕໍ່ບັນຫາຄວາມສະຫງົບປອດໄພດ້ານສະບຽງອາຫານພວມແມ່ນບັນຫາທີ່ເປັນໄພທີ່ບັນດາຕະຫຼາດມູນເຊື້ອ. ນີ້ແມ່ນຍຸດທະສາດໄດ້ຮັບການຕີລາຄາວ່າ ມີແບບມີແຜນ, ເປັນມື ອາຊີບຂອງ Vingroup, ພ້ອມນັ້ນ ກໍ່ແມ່ນຄວາມແຕກຕ່າງຂອງ Vinmart ເມື່ອທຽບກັບບັນດາເຄື່ອງໝາຍການຄ້າຂາຍຍ່ອຍຕ່າງໆ ທີ່ຕະຫຼາດ ຫວຽດນາມ.
 
ຖັດໄປແມ່ນຍຸດທະສາດກ່ຽວກັບລະບົບສະໜອງສິນຄ້າກະສິກຳປອດສານພິດຂອງເຄື່ອງໝາຍການຄ້າ VinEco ໃນບັນດາ ຮ້ານຊັບພະສິນຄ້າຂອງ Vinmart ແລະ Vinmart+. VinEco ເປັນເຄື່ອງໝາຍການຄ້າສະບຽງອາຫານປອດສານພິດ ທີ່ໄດ້ຮັບການມອບສົ່ງຈາກເຕັກໂນໂລຊີ, ເຕັກນິກ, ແນວປູກ ແລະ ເຄື່ອງຈັກຈາກບັນດາພື້ນຖານກະສິກຳທີ່ມີຊື່ສຽງໃນໂລກຄື: ອິສຣາແອນ, ຍີ່ປຸ່ນ, ໂຮນລັງ…ສະໜອງຜັກ, ໝາກໄມ້ ປອດສານ ພິດໃຫ້ແກາຕະຫຼາດຕາມມາດຕະຖານຂອງ VietGAP, GlobalGAP. ຈາກນັ້ນ, Vinmart ເປັນເຈົ້າ ໃນການ ສະໜອງຜະລິດຕະພັນ.
 
ຫວ່າງແລ້ວນີ້, ກຸ່ມບໍລິສັດ Vingroup ໄດ້ປະກາດແຜນການ“ຮ່ວມທາງ, ຊ່ວຍເຫຼືອ ແລະ ຊຸກຍູ້ການຜະລິດຢູ່ພາຍໃນ”. ແຜນການດັ່ງກ່າວໄດ້ຈັດຂຶ້ນເພື່ອຊ່ວຍເຫຼືອບັນດາວິສາຫະກິດພາຍໃນຜະລິດເຄື່ອງໃຊ້ຂອງສອຍ, ປະກອບສ່ວນຜະລິດແຫຼ່ງສະບຽງອາຫານທີ່ປອດສານພິດ ແລະ ເຄື່ອງໃຊ້ຂອງສອຍທີ່ມີ ຄຸນນະພາບດີໃຫ້ແກ່ຕະຫຼາດ; ພ້ອມນັ້ນແມ່ນກໍ່ສ້າງບັນດາເຄື່ອງໝາຍການຄ້າແຫ່ງຊາດ, ຫັນໄປເຖິງເປົ້າໝາຍກໍ່ສ້າງເຄື່ອງ ໝາຍການຄ້າລະດັບສາກົນ. ພິເສດ, ດ້ວຍຫົວຂໍ້ “ເພື່ອຊີວິດທີ່ດີງາມຂອງຄົນ ຫວຽດນາມ”, ແຜນການດັ່ງກ່າວຖືເປັນສຳຄັນກຸ່ມຜະລິດຕະພັນສະບຽງອາຫານປອດສານພິດ, ເພື່ອປະກອບສ່ວນປົກປ້ອງສຸຂະພາບໃຫ້ແກ່ປະຊາຄົມ ກໍ່ຄືອະນາຄົດທີ່ຍາວນານຂອງຄົນລຸ້ນຫຼັງ.
 
ຕາມນັ້ນ, ບັນດາວິສາຫະກິດທີ່ເຂົ້າຮ່ວມໃນແຜນການດັ່ງກ່າວຈະໄດ້ຈຳໜ່າຍຜະລິດຕະພັນເຂົ້າລະບົບຮ້ານສັບພະສິນຄ້າຂອງ Vinmart. ສຳລັບສະບຽງອາຫານສົດບໍ່ທັນປຸງແຕ່ງ, Vingroup ຈະນຳໃຊ້ນະໂຍບາຍຂາຍບໍ່ເອົາກຳໄລໃນປີໜຶ່ງ. ເງິນທີ່ຫັກຈາກການຂາຍຜະລິດຕະພັນອອກຈະໄດ້ສົ່ງກັບຄືນໃຫ້ຜູ້ສະໜອງດ້ວຍຈຸດປະສົງເພື່ອໃຫ້ຜູ້ສະໜອງມີທຶນ ແລະ ເງື່ອນໄຂເພື່ອສຸມໃສ່ເຂົ້າໃນຄຸນນະພາບຂອງຜະລິດຕະພັນ, ປະຕິບັດຢ່າງເຄັ່ງຄັດບັນດາມາດຕະຖານ, ກົດລະບຽບກ່ຽວກັບຄວາມປອດໄພດ້ານສະບຽງອາຫານ.
 
ນອກຈາກການປະພຶດແບບພິເສດໃນດ້ານຈຳໜ່າຍ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ ຈະໄດ້ Vingroup ຊ່ວຍເຫຼືອໃນດ້ານເຕັກໂນໂລຊີ, ການຄຸ້ມຄອງ ບໍລິຫານ, ລະບົບກວດກາຄວບຄຸມຄຸນນະພາບ, ວຽກງານ ຂາຍເຄື່ອງ…Vingroup ກໍ່ພ້ອມແລ້ວເຂົ້າຮ່ວມໃນການໂຮມທຶນ, ລົງທຶນເພື່ອພ້ອມກັບວິສາຫະກິດຜະລິດໃຫ້ດີທີ່ສຸດ, ຍົກສູງຄຸນນະພາບຜະລິດຕະພັນ.
 
ແຜນການດັ່ງກ່າວ ອີກເທື່ອໜຶ່ງສະແດງໃຫ້ເຫັນການ ຮັບຜິດຊອບທາງສັງຄົມ ແລະ “ຈິດໃຈເພື່ອປະເທດຊາດໃນການເຄື່ອນໄຫວຜະລິດເຮັດທຸລະກິດ” ຂອງ Vingroup. ມັນບໍ່ພຽງແຕ່ຄົ້ນຄືນຈິດໃຈຖືສຳຄັນຄຸນນະພາບຜະລິດຕະພັນ ແລະ ການພັດທະນາຢ່າງຍາວນານຂອງປະຊາຄົມວິສາຫະກິດເທ່ົານັ້ນ, ຫາກຍັງປະກອບສ່ວນຍົກສູງຄວາມສາມາດໃນການ
ແກ່ງແຍ້ງກັນໃຫ້ແກ່ພື້ນຖານຜະລິດຢູ່ພາຍໃນອີກດ້ວຍ.

ບົດ: ຖາວວີ - ພາບ: ເຈີ່ນແທງຢາງ, ຮວ່າງກວາງຮ່າ ແລະ ເອກະສານ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top