• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

Vingroup-ກຸ່ມບໍລິສັດນຳໜ້າໃນດ້ານ ອະສັງຫາລິມະຊັບ ແລະ ທ່ອງທ່ຽວ

ເລີ່ມກໍ່ສ້າງເຄື່ອງໝາຍການຄ້າຢູ່ ຫວຽດນາມ  ແຕ່ປີ 2000, ຍຸດທະສາດການລົງທຶນ, ພັດທະນາຢ່າງໝັ້ນຄົງຂອງ Vingroup ແມ່ນຖືອະສັງຫາລິມະຊັບ ແລະ ການທ່ອງທ່ຽວເປັນຈຸດສຸມ. ມາເຖິງປະຈຸບັນນີ້, ພາຍໃຕ້ການຊີ້ນຳຂອງທ່ານ ຟ້າມເຍີດເວື້ອງ ພ້ອມຖັນແຖວ ພະນັກງານທີ່ມີປະສົບການ ແລະ ສຸດອົກສຸດໃຈ ນຳບໍລິສັດ, Vingroup ກາຍເປັນກຸ່ມບໍລິສັດເສດຖະກິດເອກະຊົນແຖວໜ້າ ຫວຽດນາມ ດ້ວຍບັນດາຜະລິດ ຕະພັນ ແລະ ບໍລິການສົມກັບລະດັບສາກົນ.
ຕົ້ນປີ 2012, Vingroup ໄດ້ກໍ່ສ້າງອົງປະກອບການຈັດຕັ້ງຄືນໃໝ່ ແລະ ເຄື່ອນໄຫວດ້ວຍຕົວແບບກຸ່ມບໍລິສັດທີ່ມີຊື່ວ່າ ກຸ່ມບໍລິສັດ Vingroup. ເພື່ອຫັນໄປເຖິງການພັດທະນາຢ່າງໝັ້ນຄົງ ແລະ ເປັນອາຊີບກວ່າ, ນອກ ຈາກເຄື່ອງໝາຍການຄ້າ Vincom ແລະ Vinpearl, Vingroup ສືບຕໍ່ກໍ່ສ້າງ ແລະ ພັດທະນາບັນດາເຄື່ອງໝາຍການຄ້າໃນຂົງເຂດຕ່າງໆ ຄື: Vinhomes (ລະບົບເຮືອນວິນນາ ແລະ ບໍລິການ ລະດັບສູງ), Vinpearl Land (ເຂດຫິ້ນກິນ ຜ່ອນຄາຍອາລົມ), Vinschool (ການສຶກສາ), VinEcom (ການຄ້າເອເລັກໂຕນິກ), Vincom Office (ບໍລິການຫ້ອງການໃຫ້ເຊົ່າ), Vinmart (ລະບົບຮ້ານຊັບພະສິນຄ້າ), Vincharm (ບໍລິການເສີມສວຍ), VinDs (ລະບົບຮ້ານຂາຍຍ່ອຍ), VinEco (ບໍລິການ ກະສິກຳ) ແລະ ອື່ນໆ.

ເຄື່ອງໝາຍການຄ້າ Vincom ແລະ Vinpearl ໄດ້ຖືເປັນແຂນສອງເບືອງຂອງ ingroup ເມື່ອຢຶດຄອງ ຕະຫຼາດອະສັງຫາລິມະຊັບ ແລະ ການທ່ອງທ່ຽວ ພາຍໃນ. ປະຈຸບັນ, Vincom ເປັນໜຶ່ງໃນຈຳນວນ ເຄ່ືອງໝາຍແຖວໜ້າຂອງ ຫວຽດນາມ ໃນດ້ານ ອະສັງຫາລິມະຊັບດ້ວຍບັນດາລະບົບຮ້ານຊັບພະສິນຄ້າ-ຫ້ອງການ-ເຮືອນວິນນາຢູ່ບັນດານະຄອນໃຫຍ່ຂອງ ຫວຽດນາມ.

ສະລອຍນຳ້ຮັບໃຊ້ໃຫ້ນັກທ່ອງທ່ຽວໃນຂົງເຂດບໍລິການ
ທ່ອງທ່ຽວລະດັບສູງໜຶ່ງຂອງກຸ່ມບໍລິສັດ Vingroup.



ຫວ່າງເວຫາສີຂຽວທີ່ເຂດທ່ອງທ່ຽວ Vinpearl ດ່າໜັງ ໂດຍກຸ່ມບໍລິສັດ Vingroup ລົງທຶນກໍ່ສ້າງ.


ເຂດທ່ອງທ່ຽວທະເລທີ່ Vinpearl ຝູ໋ກວັກ.


ໂຮງແຮມ 5 ດາວຂອງກຸ່ມບໍລິສັດ Vingroup.


ຫວ່າງເວຫາທີ່ເຕັມໄປດ້ວຍຄວາມເພີມຈີດຢູ່ເທິງເກາະຝູ໋ກວັກ.


ລະບົບຂົວແຂວນ Vinpearl ຍາຈາງ, ແຄງຮວ່າ.


ສູນການຄ້າ Vincom Mega Mail ຢູ່ເມືອງ 2, ນະຄອນ
ໂຮ່ຈີມິນ ໄດ້ເປີດນຳໃຊ້ໃນໄລຍະທ້າຍປີ 2015. 



ນັກທ່ອງທ່ຽວຕ່າງປະເທດ ມາຢ່ຽມຢາມ ແລະ ຊື້ເຄື່ອງ
ທີ່ສູນການຄ້າຂອງ Vingroup ທີ່ຖະໜົນ ເລແທງຕົງ, ເມືອງ 1, ນະຄອນ ໂຮາຈີມິນ.



ວາງສະແດງໂຄງການກໍ່ສ້າງບ້ານພັກລະດັບສູງສຳລັບ
ໃຫ້ຄົນຊັ້ນກາງ ແລະ ຊັ້ນສູງຢູ່ເມືອງ ບິ່ງແທກ, ນະຄອນ ໂຮ່ຈີມິນ. 

ປີ 2015, Vingroup ບັນລຸໄດ້ລາຍຮັບ 33.829 ຕື້ດ່ົງ,
ເພີ່ມ 23% ທຽບກັບປີ 2014, ໃນນັ້ນ ສະເພາະລາຍຮັບ
ຈາກອະສັງຫາລິມະຊັບບັນລຸໄດ້ 10.184 ຕື້ດົ່ງ, ເພີ່ມ 131% ທຽບກັບໄລຍະດຽວກັນຂອງປີກ່ອນ. 
ປະຈຸບັນ, Vingroup ພວມມີສູນກາງຄ້າໃຫຍ່ 13 ແຫ່ງ, ຕັ້ງຢູ່ບັນດານະຄອນຄື: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ກວາງນິງ, ດ່າໜັງ, ຝູ໋ກວັກ… ສະໜອງບັນດາບໍລິການຫຼິ້ນກິນ ແລະ ຊື່ເຄື່ອງດ້ວຍຄວາມສະດວກສະບາຍ, ທັນສະໄໝຕາມຫຼັກນຳ “ທຸກສິງທຸກຢ່າງຢູ່ໃນບ່ອນດຽວ”ໃຫ້ແກ່ຊຸມຊົນໃນຂົງເຂດ. ຄາດຄະເນວ່າ ຈົນເຖິງໄລຍະໝົດປີ 2016, ກຸ່ມບໍລິສັດ Vingroup ຈະມີສູນການຄ້າປະມານ 40 ແຫ່ງເຄື່ອນໄຫວເທິງ 20 ແຂວງ, ນະຄອນໃນທົ່ວປະເທດ.
 
ຄຽງຂ້າງນັ້ນ, Vinpearl ກຳລັງໄປນຳໜ້າໃນຂົງເຂດ ທ່ອງທ່ຽວດ້ວຍລະບົບໂຮງແຮມ, ເຂດພັກຜ່ອນ, ເຮືອນວິນນາ… ບັນລຸມາດຕະຖານສາກົນ. ໄລຍະທ້າຍປີ 2015, Vinpearl ມີໂຮງແຮມ 7 ແຫ່ງ, Resort 5 ດາວກັບບັນດາບໍລິການຕ່າງໆ ທີ່ສະດວກສະບາຍ.
 
ເປົ້າໝາຍທີ່ Vingroup ຢາກຮັບໃຊ້ແມ່ນຄົນຊັ້ນກາງ, ຄົນຊັ້ນສູງ ແລະ ນັກທ່ອງທ່ຽວຕ່າງປະເທດ, ສະນັ້ນ ບັນດາຜະລິດຕະພັນບໍລິການໄດ້ຮັບການລົງທຶນແບບທັນສະໄໝເພື່ອນຳຄຸນນະພາບດີທີ່ສຸດມາໃຫ້ແກ່ລູກຄ້າ.ບັນດາຂົງເຂດຕົ້ນຕໍ່ຂອງ Vingroup ມີການກໍ່ສ້າງເປັນລະບົບຜະລິດຕະພັນ ແລະ ບໍລິການ, ດ້ວຍເປົ້າໝາຍ ນຳແບບແຜນຊີວິດການເປັນຢູ່ທີ່ທັນສະໄໝ, ສະດວກ ສະບາຍມາໃຫ້ແກ່ລູກຄ້າ. ໃນຂົງເຂດໃດໆ, Vingroup ກໍ່ສະແດງໃຫ້ເຫັນບົດບາດເປັນຜູ້ໄປນຳໜ້າ, ນຳພາຜູ້ບໍລິໂພກມີຄວາມປ່ຽນແປງທ່າອ່ຽງໃນການນຳໃຊ້ບໍລິການ ຂອງຕົນ.

ບົດ: ເຊີນເຫງ້ຍ - ພາບ: ດັ້ງກິມເຟືອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top