• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vinfast ຄວນເປັນເຈົ້າການໃນການຮ່ວມສຳພັນ, ຮ່ວມມືກັບບັນດາຜູ້ຜະລິດລົດໂອໂຕ ຫວຽດນາມ

      ພາຍຫຼັງກໍ່ສ້າງສົມບູນແບບມາເປັນເວລາ 21 ເດືອນ, ວັນທີ 14 ມິຖຸນາ, ໂຮງງານລົດໂອໂຕ Vinfast ຢູ່ເຂດອຸດສາຫະກຳ ດິ່ງຫວູ໊, ກາດຫ໋າຍ, ຫ໋າຍຟ່ອງ, ໄດ້ຈັດພິທີເປີດສະຫຼອງໂຮງງານ, ກ້າວເຂົ້າດສູ່ໄລຍະ ຜະລິດລົດໂອໂຕເປັນຈຳນວນຫຼາຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຜູ້ແທນຕັດແຖບຜ້າເປືດສະຫຼອງ
ໂຮງງານລົດໂອໂຕ Vinfast  (ພາບ:TTXVN)
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊົມເຊີຍເຫດການສຳຄັນນີ້ິຂອງກຸ່ມບໍລິສັດ VinGroup  ແລະ ຂະແໜງອຸດສາຫະກຳ ລົດໂອໂຕ ຫວຽດນາມ.ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຖັນແຖວຜູ້ບັນຊາ, ພະນັກງານ, ວິສະວະກອນ, ກຳມະກອນ, ຜູ້ອອກແຮງງານຢູ່ໂຮງງານລົດໂອໂຕ Vinfast. ທ່ານນາຍົກລັດຖະມົນຕີຖືວ່າ ຄວາມວອງໄວໃນການກໍ່ສ້າງໂຮງງານລົດໂອໂຕ Vinfast ໄດ້ສະແດງໃຫ້ເຫັນຄວາມຄາດຫວັງອັນໃຫຍ່ຫຼວງໃນບັນດາຜູ້ “ທິີ່ຮ່ວມແຮງຮ່ວມໃຈ, ປະກອບສ່ວນພູມປັນຍາເພື່ອສ້າງຄວາມສຳເລັດທີ່ມະຫັດສະຈັນຂອງຂະແໜງລົດໂອໂຕ ຫວຽດນາມ ກໍ່ຄືໃນໂລກ”. ໝາກຜົນນີ້ບໍ່ພຽງແຕ່ພິສູດໃຫ້ເຫັນວ່າ ຊາວຫວຽດນາມກໍ່ສາມາດເຮັດໄດ້ບັນດາສິ່ງທີ່ໂລກເຮັດໄດ້, ສຳຄັນ ແລະ ແທດຈິງກ່ວາແມ່ນການປະກອບສ່ວນເຂົ້າໃນບັນດາຜົນງານເສດຖະກິດ - ສັງຄົມ ຂອງ ທ້ອງຖິ່ນ ແລະ ປະເທດຊາດ, ມຸ່ງໄປສູ່ເປົ້າໝາຍສ້າງສາປະເທດຊາດໃຫ້ມີຄວາມຮັ່ງມີພໍສົມຄວນ ໃນປີ 2045.
  (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top