• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Vinfast - ລົດໃຫຍ່ ຂອງ ຄົນຫວຽດ

ເຕັກໂນໂລຊີ ຂອງ ເອີຣົບ, ການອອກແບບ ຂອງ ອີຕາລີ, ວິທີ ເຮັດ ຂອງຄົນ ຫວຽດ, ຊື່ Vinfast ຕິດພັນກັບບັນດາສະຖິຕິໂລກ ໃນ ຂະແໜງອຸດສາຫະກຳ ລົດໃຫຍ່ ທີ່ໜຸ່ມນ້ອຍຂອງ ຫວຽດ ນາມ. ລົດໃຫຍ່ “made in Vietnam” ຫຼາຍຄັນແລ່ນຢູ່ຕາມ ທ້ອງຖະໜົນ ພາຍຫຼັງ ເລີ່ມລົງມືກໍ່ສ້າງໂຮງງານຜະລິດລົດໃຫຍ່ Vinfast ມາເປັນເວລາ 21 ເດືອນ, ສ້າງສະຖິຕິໂລກ ກ່ຽວກັບ ເວລາທີ່ມີພາຫະນະການຄ້າ. 
ໃນມື້ວັນຊາດ ຫວຽດນາມ ເມື່ອ 4 ປີກ່ອນ, ໂຮງງານຜະລິດລົດ ໃຫຍ່ Vinfast ໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. ເຫດ ການນີ້ ແມ່ນການຕັດສິນໃຈ ເຂົ້າສູ່ອຸດສາຫະກຳ ລົດຍົນ ຂອງ ກຸ່ມບໍລິສັດ VinGroup. ເປົ້າໝາຍນີ້ ຂອງ Vinfast ໄດ້ສ້າງ ຄວາມສົງໄສ ຈາກຜູ້ບໍລິໂພກ ຫວຽດ ໃນທັນທີ່. ນັ້ນແມ່ນສິ່ງທີ່ ເຂົ້າໃຈງ່າຍ ເພາະວ່າ ຄວາມຝັນກ່ຽວກັບລົດໃຫຍ່ “made in Vietnam” ໄດ້ມີມາຫຼາຍປີ ແລ້ວ, ແຕ່ຍັງບໍ່ທັນກາຍເປັນ ຄວາມ ຈິງ. 

ແຕ່ວ່າ ຄວາມຝັນຄັ້ງນີ້ ກ່ຽວກັບລົດໃຫຍ່ ຂອງຄົນ ຫວຽດ ໄດ້ ຂຽນດ້ວຍ Vinfast, ສະມາຊິກຂອງກຸ່ມວິສາຫະກິດເອກະຊົນໃຫຍ່ທີ່ສຸດ ຫວຽດນາມ - VinGroup, ກຸ່ມບໍລິສັດ ທີ່ມັກສ້າງ ສະ ຖິຕິໃນບັນດາຂົງເຂດການລົງທຶນ. ເພາະສະນັ້ນ ຊາວ ຫວຽດ ນາມ ຈຶ່ງມີຄວາມມຸ່ງມາດປາຖະໜາໃໝ່ວ່າ Vinfast ຈະປະສົບ ຄວາມສຳເລັດທີ່ມະຫັດສະຈັນ ໃນການຜະລິດ ລົດໃຫຍ່ “made in Vietnam”. 

ບໍ່ເຮັດໃຫ້ຜູ້ບໍລິໂພກ ຫວຽດ ຜິດຫວັງ, ພາຍຫຼັງ 1 ເດືອນ ຫຼັງ ຈາກເລີ່ມລົງມືກໍ່ສ້າງ, Vinfast ໄດ້ນໍາສະເໜີ ລົດໃຫຍ່ 2 ແບບ ໃນຈຳນວນ 20 ຕົວແບບ ເຊິ່ງໄດ້ອອກແບບໂດຍ studio 4 ແຫ່ງ ທີ່ມີຊື່ສຽງຈາກ ອີຕາລີ ຄື: Pininfarina, Torino, Zagato ແລະ Ital Design. ນີ້ລ້ວນແຕ່ເປັນຊື່ ທີ່ມີຄວາມສະໜິດຕິດ ພັນ ກັບບັນດາຕົວແບບລົດໃຫຍ່ ຂອງ ລົດ ຍີ່ຫໍ້ ທີ່ມີຊື່ສຽງຄື: Audi, Bentley, Porsche, Rolls-Royce, Jaguar, Ferrari, Lamborghini ແລະ ອື່ນໆ.


ບັນດານັກວິສາວະກອນ ພວມປະຕິບັດຂັ້ນຕອນການ ກວດກາ ນໍ້າສີ. ພາບ: Vinfast


ຫຸ່ນຍົນ ປະຕິບັດຂັ້ນຕອນການເຄືອບສີ. ພາບ: Vinfast


ຫຸ່ນຍົນ ກໍ່ໄດ້ຕິດຕັ້ງທີ່ໂຮງງານຜະລິດເຄື່ອງຈັກ. ພາບ: Vinfast


ຂັ້ນຕອນການເຄືອບສີ ໃຫ້ແກ່ຂອບລົດ ປະຕິບັດ ດ້ວຍ ຫຸ່ນຍົນ. ພາບ: Vinfast


ຫຸ່ນຍົນ ກໍ່ໄດ້ຕິດຕັ້ງທີ່ໂຮງງານຜະລິດເຄື່ອງຈັກ. ພາບ: Vinfast


ບັນດານັກວິສາວະກອນ ພວມປະຕິບັດຂັ້ນຕອນ ການ ກວດກາ ນໍ້າສີ. ພາບ: Vinfast


ພາບໃນໂຮງງານຜະລິດເຄື່ອງຈັກ ຂອງ Vinfast.  ພາບ: Vinfast


ຕ່ອງໂສຜະລິດສຸດທ້າຍ ທີ່ໜ່ວຍງານຜະລິດໃຫຍ່, ລົດຈັກ ຂອງ Vinfast ກວ້າງ 35 ເຮັກຕາ ທີ່ເຂດອຸດສາຫະກຳ ດິ່ງຫວູ, ຫາຍຝ່ອງ.  ພາບ: Vinfast
ອີກໜຶ່ງປີຕໍ່ມາ, ລົດໃຫຍ່ 2 ແບບ ຂອງ Vinfast ໄດ້ນໍາມາ ສະ ເໜີໃນເຫດການ Paris Motorshow 2018 ເມື່ອເດືອນ ຕຸລາ 2018. ນີ້ແມ່ນ 2 ຕົວແບບ ທີ່ Pininfarina ອອກແບບ ແລະ ເປັນ 2 ຕົວແບບ ໄດ້ຮັບການເລືອກ ຈາກຜູ້ບໍລິໂພກ ຫຼາຍທີ່ສຸດ. 

ເກືອບ 2 ປີ ພາຍຫຼັງເລີ່ມລົງມືກໍ່ສ້າງ ໜ່ວຍຜະລິດລົດໃຫຍ່, ລົດ ຈັກ ແລະ ກວ່າ 1 ປີ ນັບຕັ້ງແຕ່ນໍາສະເໜີລົດໃຫຍ່ 2 ຕົວແບບ ທຳອິດ ຢູ່ງານວາງສະແດງ Paris Motorshow 2018, ໂຮງ ງານຜະລິດລົດໃຫຍ່ Vinfast ໄດ້ເປີດນໍາໃຊ້ ຢ່າງເປັນທາງການ ເມືອເດືອນ ມິຖຸນາ 2019. ໂຮງງານຜະລິດລົດໃຫຍ່ Vinfast ທີ່ທັນສະໄໝ ແຖວໜ້າໃນພາກພື້ນ ໄດ້ສຳເລັດການກໍ່ສ້າງ ຢ່າງ ວ່ອງໄວ. 

Vinfast ເລີ່ມສົ່ງລົດໃຫຍ່ ຄັນທໍາອິດ ໃຫ້ແກ່ລູກຄ້າ ເມື່ອ ທ້າຍ ເດືອນ ກໍລະກົດ 2019. ລົດໃຫຍ່ “made in Vietnam” ຫຼາຍ ຄັນແລ່ນຢູ່ທ້ອງຖະໜົນ ພາຍຫຼັງການເລີ່ມລົງມືກໍ່ສ້າງໂຮງງານ ຜະລິດລົດໃຫຍ່ Vinfast ມາເປັນເວລາ 21 ເດືອນ, ສ້າງສະຖິຕິ ໂລກ ກ່ຽວກັບເວລາ ທີ່ມີພາຫານະການຄ້າ. ຈາກການຜະລິດ ສິ້ນສ່ວນ ຫັນມາເປັນເຈົ້າການ ໃນການຜະລິດ ແລະ ເປັນເຈົ້າ ຂອງ ຕ່ອງໂສ້ມູນຄ່າ ລະດັບໂລກພາຍໃຕ້ເຄື່ອງໝາຍການຄ້າ ຫວຽດ. ນີ້ແມ່ນເທ່ືອທຳອິດ ຫວຽດນາມ ມີລົດໃຫຍ່ ເພື່ອການຄ້າ ດ້ວຍເຄື່ອງໝາຍຢູ່ພາຍໃນ, ນຳຫວຽດນາມ ເຂົ້າໃນລາຍຊື່ບັນ ດາປະເທດ ມີຂະແໜງຜະລິດລົດໃຫຍ່ ເປັນຂອງຕົນເອງ. 


Vinfast ຫວ່າງສະແດງຕົວແບບລົດໃຫຍ່ VinFast President. ພາບ: Vinfast


ຕົວແບບລົດ ໃຫຍ່ ດັ່ງກ່າວ ໄດ້ອອກແບບໂດຍ Pininfarina ແລະ ເປັນ 2 ຕົວແບບ ໄດ້ຮັບການເລືອກ ຈາກຜູ້ບໍລິໂພກ ຫຼາຍທີ່ສຸດ.  ພາບ: Vinfast


ເວົ້າເຖິງເຫດການສະເໜີຕົວແບບລົດໃຫຍ່ VinFast President. ວາລະສານກ່ຽວກັບລົດໃຫຍ່ ຂອງ ອິນໂດເນເຊຍ -  Hops ໃຫ້ຮູ້ວ່າ ບໍລິສັດຜະລິດລົດໃຫຍ່ຂອງ ອິນໂດເນເຊຍ ຕ້ອງຮຽນ Vinfast ກ່ຽວກັບເລື່ອງກໍ່ສ້າງເຄື່ອງໝາຍການຄ້າລົດໃຫຍ່ແຫ່ງຊາດ. ພາບ: Vinfast


ທ້າຍປີ 2019, Vinfast ໄດ້ຮັບໃບສັ່ງຊື້ສິນຄ້າກວ່າ 17.000 ສະບັບ. ເດືອນ ກໍລະກົດ 2020, Vinfast ຂາຍ ອອກ ໄດ້ກວ່າ 11.000 ຄັນ. ຈຳນວນລົດໃຫຍ່ ທີ່ Vinfast ຈໍາໜ່າຍອອກສູ່ຕະຫຼາດທັງໝົດແມ່ນເກືອບ 30.000 ຄັນ. ພາບ: Vinfast


ນັກເຕະບານ ອັງກິດ David Beckham ຖ່າຍຮູບພ້ອມກັບລົດ Vinfast ໃນເວລາເຂົ້າຮ່ວມເຫດການ Paris Motorshow 2018. ພາບ: Vinfast


H
ລົດໃຫຍ່ 2 ປະເພດຄື Lux A 2.0 ແລະ  Lux SA 2.0 ກາຍເປັນຄວາມເອກອ້າງທະນົງໃຈຂອງ ຫວຽດນາມ. ພາບ: ກົງດາດ/VNP  

Vinfast - ຫັນຄວາມຝັນລົດໃຫຍ່ຂອງ ຄົນ ຫວຽດ ກາຍເປັນຄວາມຈິງ.


ລົດໃຫຍ່ 2 ແບບ ຂອງ Vinfast ໄດ້ນໍາມາ ສະ ເໜີໃນເຫດການ Paris Motorshow 2018 ເມື່ອເດືອນ ຕຸລາ 2018. ນີ້ແມ່ນ 2 ຕົວແບບ ທີ່ Pininfarina ອອກແບບ ແລະ ເປັນ 2 ຕົວແບບ ໄດ້ຮັບການເລືອກ ຈາກຜູ້ບໍລິໂພກ ຫຼາຍທີ່ສຸດ. 
ພາບ: Vinfast

ທ້າຍເດືອນ ຕຸລາ 2019, ທີ່ Melaka (ມາເລເຊຍ), Vinfast ໄດ້ຮັບໃບຮັບຮອງຄວາມປອດໄພ ຢູ່ລະດັບສູງສຸດ ຈາກ ໂຄງ ການປະເມີນລົດໃຫຍ່ ໃໝ່ ໃນພາກພື້ນ ອາຊີ ຕາເວັນອອກ ສ່ຽງ ໃຕ້ (ASEAN NCAP). ທັງສອງປະເພດ VinFast Lux SA2.0 ແລະ Lux A2.0 ໄດ້ຮັບ ໃບຮັບຮອງ ຄວາມປອດໄພ ສູງ ສຸດ ລະດັບ 5 ດາວ. ໃນນັ້ນລົດໃຫຍ່ Fadil ໄດ້ຮັບ 4 ດາວ, ດ້ວຍນາມມະຍົດ “ລົດໃຫຍ່ ປອດໄພທີ່ສຸດ” ຢູ່ຕະຫຼາດ ຫວຽດ ນາມ.  
ຄາດວ່າ ໃນປີ 2021, Vinfast ຈະຂາຍປະເພດ ລົດໄຟຟ້າ ຄັນທຳອິດ ທີ່ຕະຫຼາດ ສ ອາເມລິກາ. 

ຜູ້ຊ່ຽວຊານ ກ່ຽວກັບ ລົດໃຫຍ່ ຫງວຽນແທງຮາຍ, ຜູ້ເຄີຍຮັບ ຜິດຊອບການຕະຫຼາດໃຫ້ກັບ ລົດ ລາຄາແພງ ຍີ່ຫໍ້ Bentley ແລະ Lam borghini ຫວຽດນາມ ເຫັນວ່າ Vinfast ເປັນຜູ້ນໍາ ເກມ ອີກຄັ້ງໜຶ່ງ ດ້ວຍການຮັບຮອງ ASEAN NCAP, Vinfast ກໍາລັງ ສ້າງແຮງພັກດັນ ເພື່ອປ່ຽນແປງຄວາມຮັບຮູ້ ແລະ ລະດັບຄວາມສໍາຄັນ ຂອງຊາວ ຫວຽດນາມ ທ່ີມີລົດໃຫຍ່  ເມື່ອຄວາມປອດໄພ ເປັນສິ່ງສຳຄັນ ເໜືອສິ່ງອື່ນໃດ. 
 
ບົດ: ຖາວວີ - ພາບ: ກົງດາດ, Vinfast ສະໜອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top