• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

VINAPI - ນ້ຳເຜິ້ງທີ່ແສນຫອມຫວານ

ໂດຍໝູນໃຊ້ທ່າທີ່ໄດ້ປຽບຂອງດິນຟ້າອາກາດທຳມະຊາດທີ່ເອື້ອອໍານວຍ ແລະ ແຫຼ່ງດອກໄມ້ປ່າທີ່ອຸອົມສົມບູນຢູ່ເຂດພູດອຍທາງພາກເໜືອຂອງປະເທດ, ບໍລິສັດຫຸ້ນສ່ວນນ້ຳເຜິ້ງສູນກາງ (VINAPI) ໄດ້ສ້າງຕັ້ງນິຄົມລ້ຽງເຜິ້ງຫຼາຍແຫ່ງ ເພື່ອຜະລິດນ້ຳເຜິ້ງຊະນິດຕ່າງໆທີ່ບໍລິສຸດ ແລະ ມີຄຸນນະພາບສູງອອກມາ. ຜະລິດຕະພັນຂອງບໍລິສັດໄດ້ສົ່ງອອກໄປສູ່ບັນດາປະເທດເອີຣົບ, ຍີ່ປຸ່ນ, ອາເມລິກາ ແລະ ການາດາ.
ຫວ່າງ​ແລ້ວ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​​ໄປ​ຢ້ຽມຢາມ​ນິຄົມ​ລ້ຽງ​ເຜິ້ງຈຳນວນ​ໜຶ່ງຂອງ VINAPI ຢູ່​ແຂວງ ຮວ່າ​ບິ່ງ ​ແລະ ຝູ໋​ເຖາະ. ທ່ານ ຫງວຽນ​ວັນ​ນ້ຽ​ມ, ຮອງ​ອຳນວຍ​ການ​ໃຫຍ່ VINAPI ​ໃຫ​້ຮູ້​ວ່າ ນີ້​ເປັນພຽງ​ໜຶ່ງ​ໃນ​ຈຳນວນ​ເຂດ​ສະໜອງ​ແຫຼ່ງວັດຖຸ​ດິບ​ຂອງ​ບໍລິສັດ​ທີ່​ມີຢູ່​ທົ່ວ​ພາກ​ເໜືອ. ທ່ານ​ ນ້ຽມ ຍັງ​ໃຫ້​ຮູ້​ອີກ​ວ່າ, ຢູ່​ໃນ​ບັນດາ​ນິຄົມ​​​ເຫຼົ່າ​ນີ້ ຂັ້ນ​ຕອນ​ການລ້ຽງ​ເຜິ້ງ ​ແລະ ຂຸດ​ຄົ້ນ​ນ້ຳ​ເຜິ້ງ ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ ຂອງ​ນ້ຳ​ເຜິ້ງ​​ໃຫ້​ເປັນ​ທໍາ​ມະ​ຊາດ​ແທ້. 

ໜຶ່ງ​ໃນ​ຈຳນວນ​ນິຄົມ​ລ້ຽງ​ເຜິ້ງຂອງ​ບໍລິສັດ​ຫຸ​້ນສ່ວນ​ນ້ຳ​ເຜິ້ງສູນ​ກາງ. ພາບ: ຫວຽດ​ເກື່ອງ/VNP

ແຫຼ່ງດອກ​ໄມ້​ປ່າ​ທີ່​ອຸດົມສົມບູນ ​ເຮັດ​ໃຫ້​​ແມ່ເຜິ້ງ ຜະລິດ​ນ້ຳ​ເຜິ້ງທຳ​ມະ​ຊາດ ​
ແລະ ບໍລິສຸດອອກ​ມາ.
ພາບ: ຫວຽດ​ເກື່ອງ/VNP


ບັນດາແນວ​ພັນເຜິ້ງທີ່​ຮັບ​ການລ້ຽງຢູ່​ບໍລິສັດ​​
ຍາມ​ໃດ​ກໍ່​ໄດ້​ຜ່ານ​ການ ຄັດ​ເລືອກ​ຢ່າງ​ລະອຽດ.
ພາບ: ຫວຽດ​ເກື່ອງ/VNP


ບັນດາ​ພະນັກງານ​ເຕັກນິກ​ຂອງ VINAPI ພວມ​ກວດກາ​ຄຸນ​ນະພາ​ບຂອງ​​ແມງເຜິ້ງ. ພາບ: ຫວຽດ​ເກື່ອງ/VNP

ທ່ານ ຫງວຽນ​ວັນ​ນ້ຽມ, ຮອງ​ອຳ​ນວນ​ການ​ໃຫຍ່ VINAPI (​ເບື້ອງ​ຊ້າຍມື) ​ພວມໄປ​ກວດກາ​ຄຸນ​ນະພາ​ບ
ການ​ລ້ຽງ​ເຜິ້ງ​ໂດຍ​ກົງ​ຢູ່​ນິຄົມລ້ຽງ​ເຜິ້ງທີ່​ແຂວງ ຝູ້​ເຖາະ. ພາບ: ຫວຽດ​ເກື່ອງ/VNP


ນິຄົມ​ລ້ຽງ​ເຜິ້ງຢູ່ ຮ່ວາ​ບິ່ງ ​ໃນ​ລະດູ​ເກັບ​ກ່ຽວ​ນ້ຳ​ເຜິ້ງ. ພາບ: ຫວຽດ​ເກື່ອງ/VNP

ຂີ້​ເຜິ້ງທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ເຜິ້ງ. ພາບ: ຫວຽດ​ເກື່ອງ/VNP

ຂັ້ນ​ຕອນ​ການ​ດຶງເອົາ​ນ້ຳ​ເຜິ້ງຈາກ​ຂີ້​ເຜິ້ງ. ພາບ: ຫວຽດ​ເກື່ອງ/VNP

ນ້ຳ​ເຜິ້ງຜັກ​ກ້ານ​ກໍ່າ ແລະ ນ້ຳ​ເຜິ້ງດອກ​ລຳ​​ໄຍ ​ແມ່ນ ຜະລິດ​ຕະພັນຕົ້ນຕໍ ​ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ນ້ຳ​ເຜິ້ງສູນ​ກາງ ​
ດ້ສົ່ງ​ອອກ​ໄປອາ​ເມ​ລິ​ກາ ​ແລະ ​ເອີຣົບ.
ພາບ: ຫວຽດ​ເກື່ອງ/VNP


ຜະ​ລິດຕະພັນ​ນ້ຳ​ເຜິ້ງອື່ນໆຂອງ VINAPI ຄື: ນ້ຳ​ເຜິ້ງດອກ​ໄມ້​ປ່າ ​ແລະ ນ້ຳນົມ​ແມ່ນາງ​ເຜິ້ງ. ພາບ: ຫວຽດ​ເກື່ອງ/VNP

ະຈຸ​ບັນ, ທາງ​ບໍລິສັດ​ໄດ້​ຂະ​ຫຍາ​ຍ​ເຂດສະໜອງ​ແຫຼ່ງ ວັດຖຸ​ດິບ​ເຂົ້າ​ໄປ​ເຖິງ​ບັນດາ​ເຂດ​ຫ່າງ​ໄກ​ຄື: ຮ່າ​ຢາງ, ອຽນບ້າຍ, ​ເຊີນ​ລາ, ລາຍ​ເຈົາ ​ແລະ ​ແຂວງ​ອື່ນໆ ​ຊຶ່ງ​ເປັນ​ເຂດທີ່​ມີ​ທ່າ​ແຮງ​ດ້ານ​ໄມ້​ປ່າທີ່​ອຸດົມສົມບູນ. ຢູ່ທີ່​ນີ້, ທາງ  ບໍລິສັດ​ໄດ້​ຄັດ​ເລືອກ​ເອົາ​ຜູ້​ລ້ຽງ​ເຜິ້ງທີ່​ໜ້າ​ເຊື່ອ​ຖື, ມີ​ປະສົບ​ການ​ເພື່ອຈັດຕັ້ງການ​ເຝິກອົບຮົມ, ກໍ່ສ້າງ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ​ເພື່ອຊ່ວຍ​​ເຫຼືອ​​ໃຫ້​ເຂົາ​ເຈົ້າ​ຂະ​ຫຍາ​ຍ​ນິຄົມ​ລ້ຽງ​ເຜິ້ງ. ດ້ວຍ​ເຫດ​ນັ້ນ, ການ​ລ້ຽງ​ເຜິ້ງ​ໄດ້​ກາຍ​ເປັນ​ອາຊີບ​ໜຶ່ງ​ທີ່ຊ່ວຍ​ໃຫ້​ຊາວ​ກະສິກອນ​ລົບ​ລ້າງ​ຄວາມທຸກ​ຢາກ​ໃນ​ປະຈຸ​ບັນ.ຄຽງ​ຄູ່​ກັບ​ການ​ລົງທຶນ​ກໍ່ສ້າງ​ບັນດາ​ນິຄົມ​ລ້ຽງ​ເຜິ້ງທີ່​ມີ​ຄຸນ​ນະພາ​ບສູງ, VINAPI ຍັງ​​ໄດ້ນຳ​ໃຊ້​ມາດຕະຖານ HACCP – ISO ​ເຂົ້າ​ໃນ​ທຸກ​ຂັ້ນ​ຕອນ​ ນັບ​ແຕ່​ຂັ້ນຕອນ​ ​ລ້ຽງ​ເຜິ້ງ, ຜະລິດ​ນ້ຳ​ເຜິ້ງ, ​ແກ້​ໄຂ​ບັນຫາ​ສິ່ງ​ເສດ​ເຫລືອ, ຫຸ້ມ​ຫໍ່ ຈົນ​ເຖິງ​ສົ່ງ​ຜະລິດ​ຕະພັນອອກ​ຈໍາໜ່າຍ.

ຄຽງ​ຄູ່​ກັນ​ນັ້ນ, VINAPI ຍັງ​ລົງທຶນ​ກໍ່ສ້າງ​ຫ້ອງ​ທົດ​ລອງ ທີ່ປະກອບດ້ວຍພາ​ຫະນະ ອຸປະກອນທີ່​ທັນ​ສະ​ໄໝ, ສາມາດ​ໄຈ້​ແຍກ​​ໄດ້ບັນດາຕົວ​ເລກ​ຄາດໝາຍ​ເພື່ອ​ຕີ​ລາຄາ​ຄຸນ​ນະພາ​ບ ຜະລິດ​ຕະພັນ​ສົ່ງ​ອອກ​ ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ ລູກຄ້າ​ຕ່າງປະ​ເທດ; ​ປັບປຸງ​ສູນ​ຄົ້ນຄວ້າ ​ແລະ ພັດທະນາ ກ່ຽວ​ກັບເຜິ້ງ​ໃຫ້​ກາຍ​ເປັນ​ຫົວໜ່ວຍ​ນຳ​ໜ້າ​ຂອງຂະ​ແໜງ​ເຜິ້ງ ຫວຽດນາມ ​ໃນຂົງ​ເຂດ​ຕ່າງໆຄື: ຄົ້ນຄວ້າ​ວິ​ທະ​ຍາ​ສາດ, ກໍ່​ສ້າງ, ​ໃຫ້​ຄໍາປຶກສາ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ… VINAPI ກໍ່​​​ເປັນ​ການຈັດ​ຕັ້ງ​ໜຶ່ງ​ທີ່​ໄດ້​ໃຫ້​ຄໍາ​ປຶກສາ​ ​ເປັນ​ເສນາ​ທິການໃຫ​້​ແກ່ກະຊວງ​ກະສິ ກຳ ​ແລະ ພັ​ດທະ​ນາ​ຊົນນະບົດ ​ໃນ​ການສ້າງ ​ແລະ ກໍານົດ​​ແຜນ​ຍຸດ​ທະ​ສາດ​ພັດທະນາອາຊີບ​ລ້ຽງ​ເຜິ້ງຢູ່ ​ຫວຽດນາມ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ​ເພື່ອຂະຫຍາຍ​ກວ້າງ​ແຫຼ່ງວັດຖຸ​ດິບ, ທາງ​ບໍລິສັດ​ຍັງ​ເປີດ​ກວ້າງ​ເຄືອ​ຂ່າຍ ດ້ວຍ​ການ ກໍ່ສ້າງ ​ແລະ ສົ່ງ​ເສີມ​ຊາວ​ກະສິກອນ​ລ້ຽງ​ເຜິ້ງ ຢູ່​ປະ​ເທດ​ຕ່າງໆ ຄື: ລາວ, ກຳປູ​ເຈຍ, ​ເນ​ປານ, ອິນ​ເດຍ, ມາ​ເລ​ເຊຍ, ​​ເຊ​ເນ​ການ, ມາດາ​ກາສະ​ກາ ​ແລະ ອື່ນໆ.
 

ບັນດາ​ຜະລິດ​ຕະພັນ​ນ້ຳ​ເຜິ້ງຂອງ VINAPI, ​ເປັນ​ຕົ້ນ​ແມ່ນ​ຜະລິດ​ຕະພັນນ້ຳນົມສົດ​​ແມ່ນາງເຜິ້ງ, ທີ່​ອຸດົມ​ດ້ວຍ protein gluco, ວິຕາມິນ​ກຸ່ມ B, ພິ​ເສດ​ແມ່ນ​ວິຕາມິນ B12 ​ແລະ ​ແຮ່​ທາດ​ທີ່​ຈຳ​ເປັນອື່ນໆ​ ຫຼາຍຢ່າງ​ສໍາລັບ​ຮ່າງກາຍ ຂອງ​ຄົນ​ເຮົາ. ດ້ວຍ​ເຫດ​ນັ້ນ, ບັນດາ​ຜະລິດ​ຕະພັນ​ນ້ຳ​ເຜິ້ງຄຸນ​ນະພາ​ບສູງ​ຂອງ VINAPI ​ຈຶ່ງໄດ້​ມີໜ້າ​ຢູ່ ຍີ່ປຸ່ນ, ​ເອີຣົບ, ອາ​ເມ​ລິ​ກາ, ກາ​ນາ​ດາ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ບໍລິ​​​ໂພ​ກຢ່າງ​ຫຼວງ​ຫຼາຍ. ​ໂດຍກຳນົດ​ໄດ້​ວ່າ, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ນ້ຳ​ເຜິ້ງ ​ເປັນ​ໜຶ່ງ​ໃນ​ບັນດາ​ຍຸດທະ​ສາດອັນ​ຍາວ​ນານ. ສະ​ນັ້ນ, VINAPI ພວມ​ຊຸກ​ຍູ້ວຽກ​ງານ​ກະກຽມເປີດສູນ​​ແນະນຳ​ຜະລິດ​ຕະພັນ​ນ້ຳ​ເຜິ້ງ​ຢູ່​ອາ​ເມ​ລິ​ກາ. ຖ້າ​ຫາກ​ວ່າ ວຽກ​ງານ​ດັ່ງກ່າວ​ນີ້ ໄດ້​ຮັບ​ຜົນສຳ​ເລັດ ຈະສ້າງ​ໂອກາດ​ອັນ​ໃຫຍ່ຫຼວງ​ຕື່ມ​ອີກ​ໃຫ້​ແກ່​ຂະ​ແໜງ​ນ້ຳ​ເຜິ້ງ ຫວຽດນາມ ​ໃນ​ການພັດທະນາ​ໃນ​ຕໍ່ໜ້າ. 
ບໍລິສັດ​ຫຸ​້ນສ່ວນ​ນ້ຳ​ເຜິ້ງສູນ​ກາງ - VINAPI
ທີ່​ຢູ່: ​ເຮືອນ​ເລກທີ 19 ຖະໜົນ ຈຸກ​ເຄ, ຕາ​ແສງ ລາງ​ຮ້າ, ​
ເມືອງດົ໋ງ​ດາ, ນະຄອນຮ່າ​ໂນ​້ຍ.
ໂທ: 043.8357853
ແຟັກ: 043.8352725
ອີເມ​ວ: vinapi@hn.vnn.vn
 
ບົດ: ບິ​ກ​ເວິນ - ພາບ: ຫວຽດ​ເກື່ອງ

bichlien

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top