• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Vietnam Airlines ແລະ Air France ລົງນາມໃນສັນຍາຮ່ວມທຸລະກິດຮ່ວມມືຢ່າງຮອບດ້ານ

      ຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ບໍລິສັດໃຫຍ່ການບິນແຫ່ງຊາດຫວຽດນາມ (Vietnam Airlines) ແລະ ບໍລິສັດການບິນແຫ່ງຊາດຝລັ່ງ (Air France) ໄດ້ລົງນາມໃນສັນຍາຮ່ວມທຸລະກິດຮ່ວມມືຮອບດ້ານ.

(Vietnam Airlines ແລະ Air France ລົງນາມໃນສັນຍາຮ່ວມທຸລະກິດຮ່ວມມືຢ່າງຮອບດ້ານ)
ສັນຍາຮ່ວມທຸລະກິດລະຫວ່າງ 2 ບໍລິສັດຈະໄດ້ຮັບການຜັນຂະຫຍາຍແຕ່ວັນທີ 1 ພະຈິກ 2017. ຕາມສັນຍາທີ່ໄດ້ຮັບການລົງນາມແລ້ວ, ບົນພື້ນຖານການຮ່ວມມືຮອບດ້ານ ແລະ ເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ, Vietnam Airlines ແລະ Air France ຈະສະໜອງບັນດາການຄັດເລືອກ ແລະ ຄວາມສະດວກຫຼາຍຢ່າງຕື່ມອີກໃຫ້ຜູ້ໂດຍສານຜ່ານການຮ່ວມມືເຄືອຂ່າຍການບິນຂອງ 2 ບໍລິສັດ, ກໍຄືຜ່ານບັນດາສູນສົ່ງຕໍ່ຂອງພາກພື້ນ ແລະ ໂລກແມ່ນສະໜາມບິນ ໂນ້ຍບ່າຍ, ເຕີນເຊີນເຍີດ ແລະ Paris – Charles De Gaulle ເຖິງ 50 ສະໜາມບິນຢູ່ເອີລົບ ຂອງ Air France ແລະ 21 ສະໜາມບິນພາຍໃນປະເທດຂອງ Vietnam Airlines. ຈາກນັ້ນ, ສືບຕໍ່ເຊື່ອມຕໍ່ເຄືອຂ່າຍສາຍການບິນຂອງບັນດາບໍລິສັດການບິນສະມາຊິກໃນສະຫະພັນການບິນທົ່ວໂລກ Skyteam ກວ່າ 1.000 ສະໜາມບິນໃນທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top