• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

Vietcraft - ຂົວກ່າຍເຊື່ອມຕໍ່ສົ່ງອອກສິນຄ້າຫັດຖະກຳ ສິລະປະກຳ

ໃນຊຸມປີຜ່ານມາ, ສະມາຄົມສົ່ງອອກສິນຄ້າຫັດຖະກຳ ສິລະປະກຳ ຫວຽດນາມ (Vietcraft) ເປັນຫົວໜ່ວຍເຊື່ອມຕໍ່ຍົກສູງຮູບພາບ ແລະ ຄວາມສາມາດໃນການແກ່ງແຍ້ງຂອງຂະແໜງສິນຄ້າຫັດຖະກຳສິລະປະກຳ ຫວຽດນາມ ໃນຕະຫຼາດສາກົນ.
ດ້ວຍເປົ້າໝາຍ “ທຸກສິງທຸກຢ່າງເພື່ອການພັດທະນາຂອງ ຂະແໜງຫັດຖະກຳສິລະປະກຳ ຫວຽດນາມ”, ພຽງ 8 ປີ ພາຍຫຼັງການສ້າງຕັ້ງ, Vietcraft ມີສະມາຊິກ 280 ຄົນທີ່ເປັນ ວິສາຫະກິດ, ອົງການຕ່າງໆ ເຄື່ອນໄຫວໃນຂົງເຂດຜະລິດ ແລະ ຄ້າຂາຍສິນຄ້າຫັດຖະກຳສິລະປະກຳ ໃນທົ່ວປະເທດ.

ດ້ວຍບົດບາດທີ່ເປັນຂົວກ່າຍເຊື່ອມຕໍ່ຍົກສູງຮູບພາບຂອງຂະແໜງຫັດຖະກຳສິລະປະກຳ ຫວຽດນາມ, Vietcraft ໄດ້ມີ ການກໍ່ສ້າງ ເວັບໄຊ ສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາຕະຫຼາດທີ່ມີທ່າແຮງບົ່ມຊ້ອນຂອງສິນຄ້າຫັດຖະກຳສິລະປະກຳຫວຽດນາມ ຄື: ຍີ່ປຸ່ນ, ອາເມລິກາ, ອົສຕາລີ, ການາດາ ແລະ ອື່ນໆ. ນອກຈາກນັ້ນ, Vietcraft ຍັງກໍ່ສ້າງຫໍສະໝຸດຫຼັງໜຶ່ງທີ່ມີປື້ມຫຼາຍຫົວ ເພື່ອສະໜອງແຫຼ່ງຂໍ້ມູນກ່ຽວກັບເຕັກນິກການຜະລິດສິນຄ້າຫັດຖະກຳສິລະປະກຳໃນທົ່ວໂລກ, ຂໍ້ມູນຂ່າວ ສານການຕະຫຼາດ...ໃຫ້ແກ່ບັນດາວິສາຫະກິດ ເພື່ອເຂົາເຈົ້າ
ສາມາດກໍ່ສ້າງຍຸດທະສາດສົ່ງອອກຂອງຕົນໂດຍຕ່າງຫາກ. 

ເຄື່ອງຫັດຖະກຳສິລະປະທີ່ໄດ້ສານດ້ວຍໄມ້ໄຜ່ຂອງບໍລິສັດ ງອກຢຸງ (ຮ່ານາມ) ທີ່ Hanoi Gift Show 2015.


ນັກທ່ອງທ່ຽວສາກົນກຳລັງຊອກຫາຂໍ້ມູນຂ່າວສານກ່ຽວກັບ
ເຄື່ອງຫັດຖະກຳສິລະປະກຳ ຫວຽດນາມ ທີ່ Hanoi Gift Show 2015.



Hanoi Gift Show ໄດ້ຈັດຕັ້ງເປັນປະຈຳ, ເປັນເຫດການໜຶ່ງ ໄດ້ຈັດຂຶ້ນເພື່ອໂຄສະນາ,
ຊ່ວຍເຫຼືອໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າຫັດຖະກຳສິລະປະກຳຂອງ ຫວຽດນາມ.



ເຄື່ອງປັ້ນດິນເຜົາຂອງ ຫວຽດນາມ ໄດ້ຮັບການນິຍົມຊົມຊື້ຫຼາຍຢູ່ຕະຫຼາດ.


ເຄື່ອງຫັດຖະກຳສິລະປະກຳທີ່ເຮັດດ້ວຍໄມ້ໄຜ່ຂອງ ບໍລິສັດ Tan an Handcraft Manufacture.


ຜະລິດຕະພັນຈຳນວນໜຶ່ງ ຮັບໃຊ້ໃຫ້ແກ່ການບູຊາ ຂອງໝູ່ບ້ານອາຊີບ ຝູ໋ວິງ (ຮ່າໂນ້ຍ).


ຫີບ, ຖົງປື້ມ, ກະເປົ່າໃສ່ຂອງ ໄດ້ເຮັດດ້ວຍໄມ້ໄຜ່. 


ກະຕ່າ, ກະເປົ່າໃສ່ຂອງເຮັດດ້ວຍໄມ້ໄຜ່ ໄດ້ເຮັດຢ່າງລະອຽດລະອໍ ແລະ ມີຮູບຊົງທີ່ທັນສະໄໝ. 


ຜະລິດຕະພັນເຮັດດ້ວຍໄມ້ໄຜ່ ໄດ້ເຄືອບສີດຳ.


ເຄື່ອງທີ່ລະນຶກ ໄດ້ເຮັດດ້ວຍໄມ້ໄຜ່.


ເຄື່ອງປັ້ນດິນເຜົາ ບາດຈ່າງ ໄດ້ມີຊື່ສຽງໃນຕະຫຼາດ ແຕ່ດົນແລ້ວ.

ຕາມການຕີລາຄາຂອງນັກຊ່ຽວຊານ, ຕະຫຼາດເຄື່ອງຫັດຖະກຳສິລະປະກຳໃນທ່ົວໂລກ ສາມາດຈຳໜ່າຍໄດ້ປະມານ 100 ຕື້ USD, ໃນນັ້ນ, ຕະຫຼາດຕົ້ນຕໍ່ແມ່ນ ອາເມລິກາ, ເຢຍລະມັນ, ຝຣັ່ງ, ອັງກິດ, ແອສະປາບ, ໂຮນລັງ, ຍີ່ປຸ່ນ, ໂຮງກົງ (ຈີນ) ແລະ ປະເທດຈຳນວນໜຶ່ງຢູ່ ເອີຣົບ ຕາເວັນອອກ. ພິເສດ, ອາເມລິກາ ແມ່ນຕະຫຼາດໃຫຍ່ທີ່ສຸດດ້ວຍລະດັບຈຳໜ່າຍ ປະມານ 67,5 ຕື້ USD, ຖັດໄປແມ່ນບັນດາປະເທດຢູ່ ເອີຣົບ ດ້ວຍລະດັບຈຳໜ່າຍປະມານ 13 ຕື້ USD. 
ໃນຊຸມປີຜ່ານມາ, Vietcraft ໄດ້ປະຕິບັດຫຼາຍການພິຈາລະນະກ່ຽວກັບສະພາບຕົວຈິງຂອງການສະຫຼອງວັດຖຸດິບຮັບໃຊ້ໃຫ້ການຜະລິດເຄື່ອງຫັດຖະກຳສິລະປະກຳ, ເປັນຕົ້ນແມ່ນ ຫວາຍ, ໄມ້ໄຜ່, ດິນໜຽວ, ໄມ້, ຫີນ ແລະ ແພໄໝ ເພື່ອ ຕີລາຄາປະລິມານ ແລະ ຄຸນນະພາບ ເພື່ອຊອກຫາການຊ່ວຍເຫຼືອຂອງລັດຖະບານ ກ່ຽວກັບນະໂຍບາຍ, ບັນດາແຜນການ ແລະ ໂຄງການອຸປະຖຳຂອງສາກົນ.
 
ໃນວຽກງານໂຄສະນາເຄື່ອງໝາຍການຄ້າຂອງເຄື່ອງຫັດຖະກຳສິລະປະກຳ ຫວຽດນາມ, Vietcraft ໄດ້ມີການສົມທົບກັບຫຼາຍຫົວໜ່ວຍຈັດຕັ້ງບັນດາຕະຫຼາດນັດຄື: ຕະຫຼາດນັດ ຂອງຕ້ອນ ເຄື່ອງຫັດຖະກຳສິລະປະກຳ ຮ່າໂນ້ຍ ປີ 2014 (Hanoi Gift Show 2014), ຕະຫຼາດນັດ OVOP ຫວຽດນາມ, ຕະຫຼາດນັດ ສາກົນສິນຄ້າຫັດຖະກຳສິລະປະກຳ, ເຄື່ອງໄມ້ ແລະ ຂອງຕ້ອນ - LifeStyle Vietnam ຄັ້ງທີ 5 ແລະ ອື່ນໆ.​
 
ຈາກບັນດາງານຕະຫຼາດນັດດັ່ງກ່າວ, ຫວຽດນາມ ໄດ້ຮັບຫຼາຍໃບສັ່ງຊື້ສິນຄ້າຈາກ ຈີນ, ຍີ່ປຸ່ນ, ສ້າງໂອກາດທີ່ດີໃຫ້ແກ່ ຂະແໜງຫັດຖະກຳສິລະປະກຳ ຫວຽດນາມ ບັນລຸໄດ້ມູນຄ່າ ສົ່ງອອກ 1,6 ຕື້ USD ໃນປີ 2014.
 
ພ້ອມກັນນັ້ນ,  Vietcraft ໄດ້ປະຕິບັດການຄັດເລືອກ ກຸ່ມວິສາຫະກິດ ມີທ່າແຮງແກ່ງແຍ້ງກັນ ເພື່ອເຂົ້າຮ່ວມຕະຫຼາດຈຳນວນໜຶ່ງຂອງບັນດາປະເທດຄື: ຍີ່ປຸ່ນ, ອາເມລິກາ, ການາດາ, ອົສຕາລີ ແລະ ອື່ນໆ.
 
ກໍ່ຕາມທ່ານ ເລບາຫງອກ, ເລຂາທິການໃຫຍ່ຂອງ Vietcraft ໃຫ້ຮູ້ວ່າ ບັນດາວິສາຫະກິດ ຫວຽດນາມ ກໍ່ກຳລັງສຸມໃສ່ຂຸດຄົ້ນບັນດາຕະຫຼາດໃໝ່ໃນກຸ່ມ BRICS, ລວມມີ: ເບີຣາຊີນ, ສ.ລັດເຊຍ, ອິນເດຍ, ຈີນ, ອາຟຣິກາໃຕ້. ຂຸດຄົ້ນຕະຫຼາດ ດັ່ງກ່າວ, ຫວຽດນາມ ຈະປະສົບຄວາມສະດວກໃນດ້ານ ພູມສາດ, ຄົ້ນຄວ້າການຕະຫຼາດ, ຂົນສົ່ງສິນຄ້າ. ໃນກຸ່ມ BRICS, ແຕ່ລະປີ, ຫວຽດນາມ ບັນລຸໄດ້ມູນຄ່າສົ່ງອອກກວ່າ100 ລ້ານ USD.
ເຄື່ອງຫັດຖະກຳສິລະປະກຳຈຳນວນໜຶ່ງຂອງ ຫວຽດນາມ: 


















ບົດ: ຖາວວີ - ພາບ: ຈິ້ງວັນໂປ້




 

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top