• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

UNIS -ໂຮງຮຽນແຫ່ງມິດຕະພາບ

ໂຮງຮຽນສາກົນສະຫະປະຊາຊາດ ຮ່າໂນ້ຍ (UNIS) ຖືກສ້າງໂດຍສະຫະປະຊາຊາດ ແລະ ລັດຖະບານ ຫວຽດນາມ, UNIS ກາຍເປັນສັນຍະລັກຂອງຄວາມມິດຕະພາບໃນພື້ນ ຖານການ ສຶກສາສາກົນ. ປະຈຸບັນ, ໂຮງຮຽນແຫ່ງນີ້ມີນັກ ຮຽນ ທັງໝົດ ກວ່າ 1.000 ຄົນ ທີ່ມາຈາກ 60 ປະເທດ ໃນໂລກ. ປີ 2018, UNIS ໄດ້ຈັດການສະເຫຼີມສະຫຼອງ 30 ປີ ແຫ່ງວັນ ສ້າງຕັ້ງຢູ່ ຫວຽດນາມ.
UNIS ໄດ້ຮັບການສ້າງຕັ້ງເມື່ອປີ 1988 ເບື້ອງຕົ້ນ ມີນັກຮຽນ ພຽງ 13 ຄົນ ແລະ ມີອາຈານສອນພຽງຜູ້ດຽວ. ປະຈຸບັນ UNIS ມີ 3 ຊັ້ນຮຽນຄື: ປະຖົມສຶກສາ, ມັດທະຍົມ ຕອນຕົ້ນ ແລະ ມັດ ທະຍົມຕອນປາຍ. ໂຮງຮຽນ ຍັງມີໂຮງລະຄອນບັນຈະຜູ້ຊົມໄດ້ 400 ບ່ອນນັ່ງ, ສະລອຍນຳ້, ຫ້ອງຮຽນພິເສດສຳລັບວິທະຍາ ສາດ ແລະ ອອກແບບ. ມີບ່ອນໃຫ້ນັກຮຽນຫຼິ້ນມ່ວນຊື່ນ ທີ່ ກວ້າງຂວາງ ພາຍຫຼັງການຮຽນ.

ປີ 2010, ເນື່ອງໃນໂອກາດສະເຫຼີມສະຫຼອງ 1.000 ປີ ທັງ ລອງ-ຮ່າໂນ້ຍ, ໂຮງຮຽນສາກົນ UNIS ມີກຽດໄດ້ຕ້ອນຮັບ ທ່ານ Ban Ki Moon, ເລຂາທິການໃຫຍ່ສະຫະປະຊາຊາດ ມາຢ້ຽມຢາມ. ກ່າວປາໄສໃນງານພົບປະ, ທ່ານ Ban Ki Moon ສະແດງຄວາມຍິນດີເມື່ອເຫັນບັນດາເປົ້າໝາຍ ພັດທະ ນາແບບຍືນຍົງ ຂອງ ສປຊ ໄດ້ນຳມາສອນໃນ​ວິຊາ ສຶກສາພົນ ລະເມືອງ ຢູ່ໂຮງຮຽນ UNIS. 



ໂຮງຮຽນສາກົນສະຫະປະຊາຊາດ ຮ່າໂນ້ຍ ຖືກສ້າງຕັ້ງແຕ່ ປີ 1988, ກາຍເປັນສັນຍະລັກແຫ່ງມິດຕະພາບໃນ ການສຶກສາ ສາກົນ. ພາບ: ເອກະສານ


ຊົ່ວໂມງຮຽນວິຊາເລກ ທີ່ໂຮງຮຽນ UNIS. ພາບ: ແຄງລອງ


ຊົ່ວໂມງຮຽນໜຶ່ງຂອງນັກຮຽນຊັ້ນປະຖົມສຶກສາ ທີ່ໂຮງຮຽນ UNIS. ພາບ: ເອກະສານ


ອາຈານ ແນະນຳນັກຮຽນປະຕິບັດຕົວຈິງ ທີ່ໂຮງງານ ສອນວິຊາ ຊີບ. ພາບ: ແຄງລອງ


ອາຈານ ແລະ ນັກຮຽນໃນຊົ່ວໂມງ ທ່າມກາງບັນຍາກາດ ທີ່ມີ ຊີວິດຊີວາ. ພາບ: ເອກະສານ


ບັນດານັກຮຽນຕ່າງປະເທດ ຕັ້ງໃຈຮຽນໃນຊົ່ວໂມງຮຽນຕັດ ຫຍິບ, ຖັກແສ່ວ ຢູ່ໂຮງຮຽນ. ພາບ: ເອກະສານ


ຊົ່ວໂມງ ຮຽນປະຕິບັດຕົວຈິງ ຂອງ ນັກຮຽນຊາຍ. ພາບ: ແຄງລອງ


ໂຮງງານສອນວິຊາຊີບ ມີເຄື່ອງຈັກ, ອຸປະກອນ ຄົບຊຸດເພື່ອໃຫ້ ນັກຮຽນໄດ້ຮຽນຫຼາຍອາຊີບທີ່ແຕກຕ່າງກັນ. ພາບ: ແຄງລອງ


ນັກຮຽນຂອງໂຮງຮຽນ UNIS ສຳພັດເປັນຊ່າງກໍ່ຫ້ອງນ້ຳຢູ່ທ້ອງ ຖິ່ນຈຳ ນວນໜຶ່ງ ໃນການລົງເຄື່ອນໄຫວ. ພາບ: ເອກະສານ


ນັກຮຽນຕ່າງປະເທດ ຮຽນຂຽນຄຳປະພັນຄູ່ດ້ວຍພາສາ ຫວຽດ. ພາບ: ເອກະສານ


ຊົ່ວໂມງຮຽນດົນຕີ ຂອງ ນັກຮຽນຊັ້ນປະຖົມສຶກສາ ເຕັມໄປ ດ້້ວຍຄວາມຟົດຟື້ນ ແລະ ມີຊີວິດຊີວາ. ພາບ: ເອກະສານ


ເດັກອະນຸບານ ມີບ່ອນຮຽນສະເພາະ. ພາບ: ແຄງລອງ

UNIS ໄດ້ຮັບການຕີລາຄາວ່າ ເປັນໂຮງຮຽນສາກົນມີການຮຽນ ຫຼາກຫຼາຍຮູບແບບທີ່ສຸດຢູ່ ຮ່າໂນ້ຍ, ນັກຮຽນຢູ່ທີ່ນີ້ ຈະໄດ້ຮຽນ ຫຼັກການສະເໝີພາບຂອງ ສປຊ, ຊອກຮູ້ບັນດາບັນຫາທີ່ຮ້ອນ ເດັ່ນຂອງຍຸກສະໄໝຄື: ການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມທຸກຍາກ ແລະ ເພີ່ມທະວີການຮ່ວມມື ສາກົນ. UNIS ສ້າງຄວາມສະໜິດຕິດພັນລະຫວ່າງການກໍ່ສ້າງ ແລະ ສຶກສາສະຕິຮູ້ສຶກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ອະ ນຸລັກຮັກສາວັດທະນະທຳ ຫວຽດນາມ, ມອບສິດໃຫ້ແກ່ຜູ້ຍິງ. ບັນດາຊັ້ນຮຽນຂອງ UNIS ລ້ວນແຕ່ມີບ່ອນຮຽນ ສະເພາະ ຂອງ ຕົນ, ມີເດີ່ນຫຍ້າ, ເດີ່ນບານ, ສະໜາມກິລາ, ສະລອຍນຳ້ ທີ່ທັນສະໄໝ, ສິ່ງດັ່ງກ່າວ ຊ່ວຍເຮັດໃຫ້ນັກຮຽນມີສຸຂະພາບ, ເຂົ້າຮ່ວມໃນການ ຮຳ່ຮຽນຢູ່ໂຮງຮຽນ ຢ່າງຕັ້ງໜ້າ. 

ໂຮງຮຽນ UNIS ມີນັກຮຽນທັງໝົດ 1.140 ຄົນ, ອາຈານ ແລະ ພະນັກງານ 315 ຄົນ, ໃນນັ້ນ 40% ແມ່ນຄົນ ອາເມລິກາ, ນອກ ນັ້ນແມ່ນມາຈາກປະເທດຕ່າງໆ ຄື: ອັງກິດ, ການາດາ, ນິວຊີແລນ ແລະ ອື່ນໆ. ຄູສອນ ແລະ ພະນັກງານຂອງໂຮງ ຮຽນ ກວ່າ 50% ຮຽນຈົບປະລິນຍາໂທ ແລະ ປະລິນຍາເອກ.
ສຳລັບນັກຮຽນ ຮ່າໂນ້ຍ ມີສະພາບການເປັນຢູ່ທີ່ທຸກຍາກ, ໂຮງ ຮຽນຈະບໍ່ເກັບຄ່າຮຽນ 100% ຈົນຮຽນຈົບ. ປະຈຸບັນ, UNIS ມີທັງໝົດ 8 ຄົນ, ໃນນັ້ນມີໜຶ່ງຄົນຮຽນຈົບແລ້ວ.
 
ເວລາມາຢ້ຽມຢາມໂຮງຮຽນ UNIS, ພວກຂ້າພະເຈົ້າໄດ້ຟັງ ກ່ຽວກັບນັກຮຽນ ທ້າວ ຫງວຽນນາມ. ປີ 2012, ຫງວຽນນາມ ໄດ້ມາຮຽນຊັ້ນມັດທະຍົມຕອນປາຍຢູ່ໂຮງຮຽນ UNIS. ໄລຍະ ທຳອິດ, ລາວປະສົບຄວາມຫຍຸ້ງຍາກນາໆ ປະການຄື ບໍ່ເກ່ັງພາ ສາອັງກິດ. ແຕ່ວ່າ ພາຍຫຼັງ 3 ປີ, ຫງວຽນນາມ ກາຍເປັນ ໜຶ່ງ ໃນຈຳນວນນັກຮຽນ ມີຜົນງານການຮຽນດີ ເດັ່ນທີ່ສຸດຂອງ UNIS, ໄດ້ຮັບໃບປະກາດຈົບຊັ້ນມັດທະຍົມ ສຶກສາສາກົນ (IB). ຜົນງານດັ່ງກ່າວ ຊ່ວຍໃຫ້ ຫງວຽນນາມ ຍາດໄດ້ທຶນໄປ ຮຽນຢູ່ໂຮງຮຽນ Williams College, ສ. ອາເມລິກາ.
 
ທ້າວ ຫງວຽນນາມ ໃຫ້ຮູ້ວ່າ: “ຊີວິດຂອງຂ້າພະເຈົ້າມີການປ່ຽນ
ແປງຫຼາຍ ຫຼັງຈາກທີ່ໄດ້ເຂົ້າມາຮຽນຢູ່ UNIS. ຢູ່ທີ່ນີ້, ຂ້າພະ ເຈົ້າ ມີຄວາມຕັ້ງໃຈໃນການຮໍ່ຳຮຽນ ເພື່ອປະສົບ ຜົນສຳເລັດ ເໝືອນ ດັ່ງຄວາມຕັ້ງໃຈ”.


ໂຮງຮຽນ UNIS ມີເນື້ອທີ່ກວ້າງ 9,2 ເຮັກຕາ ຢູ່ Ciputral ຮ່າໂນ້ຍ. ພາບ: ເອກະສານ


ໃນໄລຍະບຸນປີໃໝ່ປະຈຳຊາດ, ໂຮງຮຽນໄດ້ຈັດຕັ້ງການເຄື່ອນ ໄຫວເຕັມໄປດ້ວຍສີສັນວັດທະນະທຳ ຫວຽດນາມ ຄື: ເຊີດມັງ ກອນ, ເຊີດສິງໂຕ ແລະ ຫຼິ້ນພື້ນເມືອງ. ພາບ: ເອກະສານ


ລາຍການສະແດງ ຟ້ອນວີ ໂດຍນັກຮຽນ ໂຮງຮຽນ UNIS ໃນເຫດການ ສຳຄັນຂອງໂຮງຮຽນ. ພາບ: ເອກະສານ


ໂຮງລະຄອນ ຂອງ ໂຮງຮຽນ ບັນຈຸຜູ້ຊົມໄດ້ 400 ບ່ອນນັ່ງ ແລະ ເວທີ ທີ່ທັນສະໄໝ ສຳລັບຊົ່ວໂມງຮຽນ ດົນຕີຂອງ ນັກ ຮຽນ. ພາບ: ແຄງລອງ


ໃນໄລຍະບຸນໄຫວ້ພະຈັນ, ນັກຮຽນຢູ່ທີ່ນີ້ ໄດ້ຫຼິ້ນບັນດາ ການ ຫຼິ້ນພື້ນເມືອງຂອງ ຫວຽດນາມ. ພາບ: ເອກະສານ


ນັກຮຽນຈະໄດ້ເຂົ້າຮ່ວມບັນດາເຫດການ, ວັນບຸນທີ່ສຳຄັນຂອງ
ໂຮງຮຽນ ແລະ ວັດທະນະທຳຫວຽດນາມ. ພາບ: ເອກະສານ



ສະໜາມກິລາໃນຮົ່ມທີ່ທັນສະໄໝ ແລະ ມີຂະໜາດໃຫຍ່ຊ່ວຍ ເຮັດໃຫ້ນັກຮຽນມີສຸຂະພາບ ພາຍຫຼັງການຮຽນ. ພາບ: ແຄງ ລອງ
ບົດ: ບິກເວີນ, ມິງເຮີບ - ພາບ: ແຄງລອງ ແລະ ເອກະສານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top