• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

TTCS: ຄວາມຍອດຍິ່ງຂອງຂະແໜງຜະລິດຕະພັນນໍ້າຕານ

ແມ່ນຜະລິດຕະພັນຕົ້ນຕໍ ຄື ນຳ້ຕານປຸງແຕ່ງທີ່ ບັນລຸ ມາດ ຕະຖານສາກົນ, ບໍລິສັດຫຸ້ນສ່ວນນຳ້ຕານ ແທ່ງ ແທ່ງກົງ ໄຕ ນິງ (TTCS) ໄດ້ປະສົບຜົນສຳເລັດໃນການສົ່ງອອກຜະລິດ ຕະພັນດັ່ງກ່າວ ໄປສູ່ຫຼາຍປະເທດ ແລະ ເຂດແຄວ້ນຕ່າງໆ ໃນໂລກຄື: ສິງກະໂປ, ຟິລິບປິນ, ມຽນມາ, ສປ ຈີນ ແລະ ບັນດາປະເທດຢູ່ພາກຕາເວັນອອກກາງ. 
ໄດ້ຮັບການສ້າງຕັ້ງແຕ່ປີ 1995, ປະຈຸບັນ TTCS ເປັນ ສະ ມາຊິກຂອງກຸ່ມບໍລິສັດ TTC, ແຕ່ກ່ອນແມ່ນບໍລິສັດຫຸ້ນສ່ວນ Bourbon ໄຕນິງ (ການຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດ Bourbon-ຝຣັ່ງ, ສະຫະບໍລິສັດຜະລິດ ນຳ້ຕານ II ແລະ ບໍລິສັດຜະລິດ ນຳ້ຕານ ໄຕນິງ).
 
ໃນຫຼາຍປີມານີ້, TTCS ໄດ້ຍູ້ແຮງການລົງທຶນໃຫ້ແກ່ວຽກງານຄົ້ນຄວ້າ ແລະ ພັດທະນາ (R&D) ຜະລິດຕະພັນໃໝ່ ຄື: ນຳ້ຕານສີເຫຼືອງ, ນຳ້ຕານສີໝາກກະເບົາ, ນຳ້ຕານແຫຼວ. ບໍລິສັດຍັງຍູ້ແຮງການພັດທະນາບັນດາຜະລິດຕະພັນທີ່ກ່ຽວ ຂ້ອງເຖິງນຳ້ຕານ, ລົງທຶນປະຕິບັດໂຄງການ ຜະລິດນຳ້ຕານ ອິນຊີ ແຫ່ງທຳອິດຢູ່ ຫວຽດນາມ ແລະ ໄດ້ຮັບໃບຮັບຮອງ ບັນລຸ ມາດຕະຖານ ເອີຣົບ (EC 834/2007) ແລະ ອາເມ ລິກາ (USDA-NOP).
 
TTCS ປະສົບຜົນສໍາເລັດໃນການພັດທະນາ ແລະ ຈໍາ ໜ່າຍ ອອກສູ່ຕະຫຼາດ ຜະລິດຕະພັນນຳ້ອ້ອຍບໍ່ຫວານ Miaqua -ຊະນິດນຳ້ດື່ມທີ່ໄດ້ປຸງແຕ່ງຈາກການຜະລິດ ນຳ້ ຕານ, ມີລົດຊາດຂອງນຳ້ອ້ອຍ. ໃນອະນາຄົດTTCS ຈະ ສືບຕໍ່ພັດທະນາບັນດາຜະລິດຕະພັນໃໝ່ຈາກ ເສດອ້ອຍ ແລະ ນຳເຕັກໂນໂລຊີຜະລິດ ທັນສະໄໝ ໃຫ້ບັນດາ ບໍລິສັດ ທີ່ເປັນສະມາຊິກ. 


ສຳນັກງານໃຫຍ່ຂອງບໍລິສັດຫຸ້ນສ່ວນຜະລິດ ນຳ້ຕານ ແທ່ງ ແທ່ງກົງ ໄຕນິງ (TTCS) ຕັ້ງຢູ່ຕາແສງ ເຕິນຮຶງ, ເມືອງ ເຕິນ ເຈົາ, ແຂວງ ໄຕນິງ. ພາບ: ຫງວຽນລວນ/VNP

ໃນລະດູການ 2016-2017, TTCS ໄດ້ມີການສົມທົບ ກັບ ພະແນກ ກະສິກຳ ແລະ ພັດທະນາຊົນນະບົດແຂວງ ໄຕນິງ ເພື່ອກໍ່ສ້າງໂຄງການປູກຕົ້ນອ້ອຍ ໃນເນື້ອທີ່ 20 ເຮັກຕາ.ພາບ: ຫງວຽນລວນ/VNP


ເກັບກ່ຽວອ້ອຍດ້ວຍເຄື່ອງຈັກ. ພາບ: ເອກະສານ


ຕົ້ນອ້ອຍ ຖືກຂົນສົ່ງ ມາຍັງໂຮງງານຜະລິດ. ພາບ: ຫງວຽນລວນ/VNP


ຕ່ອງໂສ້ປຸງແຕ່ງອ້ອຍທີ່ TTCS ໃນລະດູການຜະລິດ 2016-2017. ພາບ: ຫງວຽນລວນ/VNP


ສູນຄວບຄຸມ ແລະ ກວດກາຕ່ອງໂສ້ການຜະລິດ ແບບອັດ ຕະໂນມັດ. ພາບ: ຫງວຽນລວນ/VNP


TTCS ມີໂຮງງານຜະລິດທີ່ທັນສະໄໝ, ຄົບວົງຈອນ ທັນສະ ໄໝ ດ້ວຍເຕັກໂນໂລຊີ ເອີຣົບ. ພາບ: ຫງວຽນລວນ/VNP


ກຳມະກອນກວດກາ ຕ່ອງໂສ້ການຜະລິດ ນໍ້າຕານ. ພາບ: ຫງວຽນລວນ/VNP


ກຳມະກອນກວດກາຄວາມດັນ ແລະ ອຸ່ນຫະພູມ. ພາບ: ຫງວຽນລວນ/VNP


ກວດກາຄຸນນະພາບຜະລິດຕະພັນທີ່ຫ້ອງທົດລອງ. ພາບ: ເອກະສານ


TTCS ມີການຮ່ວມມືກັບອົງການສາກົນຄື: Control Union, Peterson Consultancy ແນໃສ່ຂໍໃບຮັບຮອງ ບັນລຸມາດຕະຖານຂອງ ເອີຣົບ (EC 834/2007) ແລະ ອາເມລິກາ (USDA - NOP). ພາບ: ເອກະສານ


ການຊັບຊ້ອນນຳ້ຕານ ທີ່ສຳເລັດຮູບ ຢູ່ສາງ. ພາບ: ຫງວຽນລວນ/VNP
ປະຈຸບັນ ຢູ່ຕະຫຼາດພາຍໃນ, ບັນດາພະລິດຕະພັນ ຂອງ TTCS ໄດ້ວາງຂາຍຢູ່ທົ່ວທຸກແຂວງ, ພິເສດ ກຳລັງມີໜ້າ ຢູ່ ຕະຫຼາດ ບັນດາແຂວງພາກຕາເວັນອອກສ່ຽງໃຕ້ ແລະ ນະຄອນ ໂຮ່ຈີມິນ.
 
TTCS ຍັງໄດ້ມີການສົມທົບກັບພະແນກ ກະສິກໍາ ແລະ ພັດທະນາຊົນນະບົດແຂວງ ໄຕນິງ ເພື່ອສ້າງໂຄງການປູກ ອ້ອຍ ດ້ວຍເນື້ອທີ່ 20 ເຮັກຕາ. ປະຈຸບັນ ມີການປູກອ້ອຍ 3 ແຫ່ງ ຢູ່ຕາແສງ ຈ່າວອງ (ເມືອງ ເຕິນບຽນ), ເກົ່າເຂີຍ(ເມືອງ ເຢືອງມິງເຈົາ) ​ແລະ ລອງເຟືອກ (ເມືອງ ເບັນເກົ່າ). ຢູ່ທີ່ນີ້, ລະບົບຫົດນຳ້ໃຫ້ອ້ອຍ ຖືກສ້າງ ຢ່າງເໝາະສົມ, ການນຳໃຊ້ ເຄື່ອງຈັກເຂົ້າໃນການເພາະປູກ ແລະ ຂົນສົ່ງອ້ອຍ ໃນເວ ລາ ເກັບກ່ຽວກໍ່ໄດ້ຮັບຄວາມສະດວກ.
 
ນອກຈາກນັ້ນ, TTCS ພວມມີເປົ້າໝາຍຂະຫຍາຍ ເນື້ອທີ່ ການປູກອ້ອຍຂຶ້ນເປັນ 30.000 ເຮັກຕາ (ລວມທັງເຂດ ປູກອ້ອຍຂອງ TTCS ໄຕນິງ ແລະ TTCS ຢາລາຍ) ເພື່ອ ຮັບປະກັນໃຫ້ແກ່ການສະໜອງແຫ່ຼງວັດຖຸດິບ ໃຫ້ໄດ້ 2.3 ລ້ານໂຕນຕໍ່ປີ, ຮັກສາຄວາມສາມາດໃນການເຄື່ອນໄຫວ ຂອງໂຮງງານໃຫ້ສູງສຸດ.
 
TTCS  ໄດ້ນໍາໃຊ້ຄວາມກ້າວໜ້າຂອງວິທະຍາສາດ, ເພີ່ມ ທະວີການນຳໃຊ້ເຄື່ອງຈັກເຂົ້າໃນການປູກອ້ອຍ. ສຸມໃສ່ສຳ ເລັດການສ້າງຕ່ອງໂສ້ການຜະລິດ, ຮັກສາທ່າແຮງ ນຳໜ້າ ໃນດ້ານເຕັກໂນໂລຊີ, ສະໜອງຜະລິດຕະພັນທີ່ມີ ຄຸນນະ ພາບສູງ, ຕອບສະໜອງໃຫ້ແກ່ ຄວາມຕ້ອງການ ທີ່ເຄັ່ງຄັດ ຂອງລູກຄ້າ; ຄົ້ນຄວ້າ ແລະ ພັດທະນາຊະນິດ ຕົ້ນອ້ອຍ ທີ່ ມີປະສິດທິພາບ, ຄຸນນະພາບສູງ, ເໝາະກັບເງື່ອນໄຂຂອງ ດິນຟ້າອາກາດຢູ່ເຂດເພາະປູກ, ສ້າງແຜນສັງລວມ ແນວປູກ ຄືນໃໝ່ເພື່ອຫັນໄປສູ່ ເປົ້າໝາຍບັນລຸໄດ້ສະມັດຕະພາບ ບໍ່ຕໍ່າກວ່າ 100 ໂຕນ ຕໍ່ເຮັກຕາ. 


ຜະລິດຕະພັນນຳ້ຕານຂອງ TTCS. ພາບ: ຫງວຽນລວນ/VNP


ຜະລິດຕະພັນນຳ້ຕານເຫຼືອງຂອງ TTCS. ພາບ: ຫງວຽນລວນ/VNP


ຜະລິດຕະພັນນຳ້ອ້ອຍບໍ່ຫວານ Miaqua ຂອງ TTCS. ພາບ: ຫງວຽນລວນ/VNP  




ບັນດາຜະລິດຕະພັນຂອງ TTCS. ພາບ: ຫງວຽນລວນ/VNP 
ປະຈຸບັນ, TTCS ພວມປະຕິບັດຍຸດທະສາດ 2016-2020, ສຸມໃສ່ການເຄື່ອນໄຫວຜະລິດເຮັດທຸລະກິດ ຕາມທິດ: ສີ ຂຽວ-ສະອາດ-ມີປະສິດທິຜົນ ແລະ ພັດທະນາແບບ ຍືນຍົງ. ໃນນັ້ນ ວາງເປົ້າໝາຍຍົກສູງປະສິດທິພາບດ້ານເສດຖະກິດ ໃຫ້ແກ່ຊາວກະສິກອນ ດ້ວຍຫຼັກນຳ “ຊາວກະສິກອນ ມີກຳ ໄລ, ໂຮງງານກໍ່ມີກຳໄລ” ແລະ “ສ້າງຄວາມຮັ່ງມີ ໃຫ້ແກ່ ຊາວກະສິກອນ”. 
ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ ແລະ ເອກະສານ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top