• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

TPP: ກາລະໂອກາດ ແລະ ສິ່ງທ້າທາຍ

ເນື່ອງໃນໂອກາດສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ໄດ້ຮັບການລົງນາມລະຫວ່າງ 12 ປະເທດ, ໃນນັ້ນມີຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງໄດ້ມີບົດຂຽນວ່າ: “ສັນຍາຄູ່ຮ່ວມມືຂ້າມປາຊີຟິກ, ກາລະໂອກາດ ແລະ ສິ່ງທ້າທາຍ-ການກະທຳຂອງພວກເຮົາ”. ບົດຂຽນນີ້  ທ່ານນາຍົກລັດຖະມົນຕີໄດ້ ວິເຄາະຢ່າງເລິກເຊິ່ງກ່ຽວກັບຂໍ້ສະດວກ ກໍຄືສິ່ງທ້າທາຍຕ່າງໆ ຂອງ ຫວຽດນາມເມື່ອເຂົ້າຮ່ວມ ສະໜາມການຫຼິ້ນຂອງຍຸກໃໝ່ນີ້, ຈາກນັ້ນສະເໜີແນະບັນດາວິທີການ ແກ້ໄຂທີ່ມີລັກສະນະມູນຖານ, ຍາວນານເພື່ອນຳເອົາພື້ນຖານເສດຖະກິດ ຂອງຫວຽດນາມ ໄປສູ່ການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ. 
ຕາມທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ, ການເຂົ້າຮ່ວມ TPP ແລະ FTA ສະໄໝໃໝ່ນີ້, ຄຽງຄູ່ກັບກາລະໂອກາດ ແລະ ຂໍ້ສະ ດວກຕ່າງໆ,  ຫວຽດນາມກໍ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ ບໍ່ໜ້ອຍ. ນັ້ນກໍ່ຄືການແກ້ງແຍ່ງແຂ່ງຂັນທີ່ ຈະດຳເນີນໄປຢ່າງ ຂ້ຽວຂາດ ບໍ່ພຽງແຕ່ຢູ່ຕະຫຼາດບັນດາປະເທດເຂົ້າຮ່ວມສັນຍາ ເທົ່ານັ້ນຫາກຍັງຢູ່ຕະຫຼາດພາຍໃນປະເທດອີກນໍາ ທັງ 3 ລະດັບຊັ້ນ ເຊັ່ນ: ຜະລິດຕະພັນ, ວິສາຫະກິດ ແລະ ປະເທດຊາດ, ພິເສດແມ່ນ ການແກ່ງແຍ້ງກ່ຽວກັບຄຸນນະພາບລະບອບລະບຽບການ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.

ຕໍ່ໜ້າຄວາມກົດດັນຂອງການແກ່ງແຍ້ງ, ວິສາຫະກິດຈຳນວນໜຶ່ງ ຫຼັງຈາກທີ່ໄດ້ມີການຫັນປ່ຽນ ແລະ ໄດ້ປັບປຸງໂຄງປະກອບການ ຈັດຕັ້ງຄືນໃໝ່ໄປໄລຍະໜຶ່ງແລ້ວ, ຖ້າຫາກວ່າ ບໍ່ສາມາດບືນ ຕົວຂຶ້ນໄດ້ ກໍ່ອາດຈະຖືກຍຸບເລີກ ຫຼື ລົ້ມລະລາຍ, ຊາວຜູ້ອອກແຮງ ງານພາກສ່ວນໜຶ່ງກໍ່ຈະຕົກງານ ; ໄດ້ຮັບຜົນກະທົບງ່າຍກວ່າໝູ່ກໍ່ແມ່ນຂົງເຂດກະສິກຳ ແລະ ຊາວກະ ສິກອນ; ໄລຍະຫ່າງລະຫວ່າງ ຜູ້ຮັ່ງ ແລະ ຜູ້ທຸກຈະຖືກຍະອອກ ຖ້າຫາກວ່າ ຫວຽດນາມບໍ່ສາ ມາດ ປະຕິບັດຢ່າງມີປະສິດທິຜົນແຜນຍຸດທະສາດ ພັດທະນາ ວ່ອງໄວ, ຢືນຍົງ ແລະ ຮັບປະກັນ ໃຫ້ປະຊາຊົນທຸກຄົນຕ່າງກໍໄດ້ ຮັບໝາກຜົນຂອງການຈະເລີນເຕີບໂຕ. 

ສິ່ງທ້າທາຍກ່ຽວກັບການປະຕິບັດວຽກງານຕົວຈິງກໍສຸດທີ່ໃຫຍ່ຫຼວງ, ນັບຕັ້ງແຕ່ການສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ຄົບຖ້ວນສົມບູນຈົນເຖິງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຍົກສູງກຳລັງຄວາມສາມາດຂອງພະນັກງານ, ລັດຖະກອນ, ນັກຊ່ຽວຊານ ດ້ານເຕັກນິກ ແລະ ນິຕິກຳ. ເນື້ອໃນກ່ຽວກັບແຮງງານ ແລະ ກຳມະ ບານ ກໍນໍາເອົາສິ່ງທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ ຫຼາຍຢ່າງໃນການເຄື່ອນໄຫວຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ທົ່ວທັງລະບົບການເມືອງຂອງຫວຽດນາມ.


ລັດຖະມົນຕີວ່າການກະຊວງການຄ້າ ແລະ ເສດຖະກິດຂອງ 12 ປະເທດສະມາຊິກສັນຍາການຄ້າຄູ່ຮ່ວມມື ຂ້າມປາຊີຟິກ(TPP)
ເຂົ້າຮ່ວມພິທີລົງນາມສິ້ນສຸດຂະບວນການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ
ທັງໝົດຢູ່ນິວຊີແລນ. ພາບ: AFP/VNA



ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງເປັນປະທານກອງປະຊຸມມອບວຽກງານປະຕິບັດການປະຕິຮູບ
ໂຄງສ້າງລັດວິສາຫະກິດຄືນໃໝ່. ພາບ: ດຶກຕ໋າມ/VNA



ພິທີລົງນາມລະຫວ່າງບັນດາກະຊວງ ຂະແໜງການກ່ຽວກັບການຄວບຄຸມການປະຕິບັດບັນດາໜ້າທີ່,
ວິທີແກ້ໄຂຕົ້ນຕໍ ແນໃສ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ພາບ: ອານດັງ/VNA



ຫວຽດນາມຕ້ອງຍູ້ແຮງການສ້າງ ແລະ ປັບປຸງລະບົບກົດໝາຍ, ນະໂຍບາຍໃຫ້ຄົບຖ້ວນ ສົມບູນເພື່ອສ້າງ ສະພາບແວດລ້ອມ
ທີ່ສະດວກ, ໂປ່ງໃສໃຫ້ແກ່ການດໍາເນີນທຸລະກິດ. ພາບ: VNA

 
ຕໍ່ໜ້າຄວາມກົດດັນຂອງການແກ່ງແຍ້ງ, ວິສາຫະກິດຈຳນວນໜຶ່ງ ຫຼັງຈາກທີ່ໄດ້ມີການຫັນປ່ຽນ ແລະ ໄດ້ປັບປຸງໂຄງປະກອບການ ຈັດຕັ້ງຄືນໃໝ່ໄປໄລຍະໜຶ່ງແລ້ວ, ຖ້າຫາກວ່າ ບໍ່ສາມາດບືນ ຕົວຂຶ້ນໄດ້ ກໍ່ອາດຈະຖືກຍຸບເລີກ ຫຼື ລົ້ມລະລາຍ, ຊາວຜູ້ອອກແຮງ ງານພາກສ່ວນໜຶ່ງກໍ່ຈະຕົກງານ ; ໄດ້ຮັບຜົນກະທົບງ່າຍກວ່າໝູ່ກໍ່ແມ່ນຂົງເຂດກະສິກຳ ແລະ ຊາວກະ ສິກອນ; ໄລຍະຫ່າງລະຫວ່າງ ຜູ້ຮັ່ງ ແລະ ຜູ້ທຸກຈະຖືກຍະອອກ ຖ້າຫາກວ່າ ຫວຽດນາມບໍ່ສາ ມາດ ປະຕິບັດຢ່າງມີປະສິດທິຜົນແຜນຍຸດທະສາດ ພັດທະນາ ວ່ອງໄວ, ຢືນຍົງ ແລະ ຮັບປະກັນ ໃຫ້ປະຊາຊົນທຸກຄົນຕ່າງກໍໄດ້ ຮັບໝາກຜົນຂອງການຈະເລີນເຕີບໂຕ. 

ສິ່ງທ້າທາຍກ່ຽວກັບການປະຕິບັດວຽກງານຕົວຈິງກໍສຸດທີ່ໃຫຍ່ຫຼວງ, ນັບຕັ້ງແຕ່ການສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ຄົບຖ້ວນສົມບູນຈົນເຖິງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຍົກສູງກຳລັງຄວາມສາມາດຂອງພະນັກງານ, ລັດຖະກອນ, ນັກຊ່ຽວຊານ ດ້ານເຕັກນິກ ແລະ ນິຕິກຳ. ເນື້ອໃນກ່ຽວກັບແຮງງານ ແລະ ກຳມະ ບານ ກໍນໍາເອົາສິ່ງທ້າທາຍ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ ຫຼາຍຢ່າງໃນການເຄື່ອນໄຫວຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ທົ່ວທັງລະບົບການເມືອງຂອງຫວຽດນາມ.

ເພື່ອສວຍໃຊ້ກາລະໂອກາດ ແລະ ສິ່ງອຳນວຍຕ່າງໆ, ເພື່ອຜ່ານຜ່າໄດ້ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນັ້ນ, ທ່ານນາຍົກລັດຖະມົນ ຕີ ຫງວຽນເຕິນຢຸງໄດ້ໃຫ້ຄໍາເຫັນວ່າ, ຄວາມຮຽກຮ້ອງຕ້ອງການ ຢ່າງຮີບດ່ວນ ໃນປັດຈຸບັນນີ້ແມ່ນ ຕ້ອງຍົກສູງກຳລັງຄວາມອາດ ສາມາດໃນການແກ້ງແຍ່ງຂອງທົ່ວພື້ນຖານເສດຖະກິດ. ໃນນັ້ນ, ຕ້ອງກຳນົດຢ່າງຈະແຈ້ງບົດບາດ ແລະ ການກະທຳຂອງບັນດາ ເຈົ້າກຳໃນການປະຕິບັດໜ້າທີ່ທີ່ມີຄວາມໝາຍຕັດສິນນີ້.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ວິສາຫະກິດເປັນເຈົ້າກຳຕັດສິນ ກຳລັງການແກ່ງແຍ້ງຈຸນລະພາບ, ສະທ້ອນໃຫ້ເຫັນກຳລັງແຮງ ແລະ ຄວາມອາດສາມາດຂອງພື້ນຖານເສດຖະກິດ. ດ້ວຍເຫດນັ້ນ    “ວິສາຫະກິດຕ້ອງກ້າຫານຍອມຮັບການແກ້ງແຍ່ງ ແລະ ຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດຢ່າງຄົບຊຸດ ແລະເດັດຂາດ ມາດຕາການຕ່າງໆ ເພື່ອຍົກສູງກຳລັງການແກ້ງແຍ່ງຂອງສິນຄ້າ, ການບໍລິການທີ່ຕົນເອງເປັນຜູ້ສະໜອງຢ່າງບໍ່ຢຸດຢັ້ງ ບົນພື້ນຖານຈິນຕະນາການທີ່ວ່າ, ບໍ່ຈຳກັດສະເພາະແຕ່ຕະຫຼາດພາຍໃນເທົ່ານັ້ນ ຫາກຍັງຈະຕ້ອງບືນຕົວອອກສູ່ພາກພື້ນ ແລະ ໃນໂລກອີກດ້ວຍ”.

ທ່ານນາຍົກລັດຖະມົນຕີຍັງໄດ້ໃຫ້ຄໍາເຫັນອີກວ່າ:  ເຖິງຢ່າງໃດກໍ ຕາມ, ລໍາພັງວິສາຫະກິດແມ່ນບໍ່ສາມາດຕັດສິນທຸກສິ່ງທຸກຢ່າງ ໄດ້ໂດຍຕົນເອງ. ວິສາຫະກິດຕ້ອງກະທຳໃນຂອບເຂດລະບອບລະບຽບການ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ກຳນົດໄວ້. ສິ່ງດັ່ງກ່າວນີ້ ທັງໝົດຊໍ້າພັດຂຶ້ນກັບລັດ. ດັ່ງນັ້ນ, ລັດຕ້ອງປະຕິບັດໃຫ້ດີພາລະບົດບາດສ້າງເງື່ອນໄຂເພື່ອພັດທະນາ ໂດຍສະເພາະແມ່ນເຮັດໃຫ້ເສດຖະກິດມະຫາພາກໝັ້ນຄົງ; ກໍ່ສ້າງລະບົບກົດໝາຍ, ຍຸດທະສາດ, ນະໂບບາຍ,  ແຜນສັງລວມ ແລະ ຈັດຕັ້ງກົງຈັກຄຸ້ມຄອງເພື່ອສ້າງ ສະພາບແວດລ້ອມແຫ່ງການ ດຳເນີນທຸລະກິດທີ່ສະດວກ, ໂປ່ງໃສ, ຮັບປະກັນສິດເສລີພາບ ໃນການດຳເນີນທຸລະກິດ ແລະ ແກ່ງແຍ້ງສະເໝີພາບ.

ດ້ວຍເຫດນັ້ນ, ຕາມທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ, ຫວຽດນາມຕ້ອງ ຮີບຮ້ອນສືບຕໍ່ສ້າງ ແລະ ປັບປຸງລະບອບລະບຽບການ, ລະບົບກົດໝາຍໃຫ້ຄົບຖ້ວນສົມບູນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງເສດຖະກິດ ຕະຫຼາດທັນສະໄໝ, ການເຊື່ອມໂຍງກັບສາກົນ ແລະ ຄໍາໝັ້ນໝາຍ ໃນບັນດາຂໍ້ສັນຍາ FTA, ເປັນຕົ້ນແມ່ນບັນດາ FTA ສະໄໝໃໝ່ບົນພື້ນຖານຈິດໃຈ ປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດທັງດ້ານເສດຖະກິດ ແລະ ການເມືອງ.

ຄຽງຄູ່ກັນນັ້ນ, ເນື່ອງຈາກວ່າ TPP ກໍຄື FTA ກັບ EU ລ້ວນແຕ່ຮຽກຮ້ອງຕ້ອງການໃຫ້ວິສາຫະກິດຂອງລັດເຄື່ອນໄຫວຕ້ອງ ເປີດເຜີຍ, ໂປ່ງໃສ ແລະ ແກ່ງແຍ້ງແຂ່ງຂັນກັບວິສາຫກິດທີ່ຂຶ້ນກັບ ພາກສ່ວນເສດຖະກິດອື່ນໆຢ່າງສະເໝີພາບກັນ. ເພາະສະນັ້ນ, ພວກເຮົາຕ້ອງຍູ້ແຮງຂະບວນການປະຕິຮູບໂຄງປະກອບການ ຈັດຕັ້ງຄືນໃໝ່, ຍົກສູງປະສິດທິຜົນຂອງລັດວິສາຫະກິດ  ພ້ອມກັນ ນັ້ນ, ສົ່ງເສີມວິສາຫະກິດ ຫວຽດນາມໃຫ້ມີການພັດທະນາຢ່າງແຂງ ແຮງ, ໂດຍສະເພາະແມ່ນວິສາຫະກິດ ເອກະຊົນເພື່ອເປັນກຳລັງໜູນ ຍົກສູງກຳລັງຄວາມອາດສາມາດ ແລະ ລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ.


ຫວຽດນາມ ຫວັງວ່າຂະແໜງການຕຳ່ແຜ່ນຕັດຫຍິບ ແລະ ເກີບໜັງຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກການເຂົ້າຮ່ວມ TPP. ພາບ: ເຈີ່ນຫວຽດ/VNA


ຂະແໜງການກະສິກຳຄາດວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຖ້າຫາກວ່າບໍ່ປ່ຽນແປງວິທີການຜະລິດ
ໄປຕາມທິດສ້າງເປັນເຂດຜະລິດສິນຄ້າລາຍໃຫຍ່ ແລະ ພື້ນຖານຜະລິດກະສິກຳ
ທີ່ປອດສານພິດ. ພາບ: ຢຸຍເຄືອງ/VNA



TPP ເປັນຕະຫຼາດໃຫຍ່ກວມເອົາກວ່າ 40% ປະລິມານການຜະລິດເພື່ອສົ່ງອອກ
ຂອງປະເພດສິນຄ້າສິນໃນນ້ຳຫວຽດນາມ. ພາບ: ອານຮ໋ຽວ/VNA



ສົ່ງເສີມການພັດທະນາຮູບແບບວິສາຫະກິດເອກະຊົນເພື່ອເປັນກຳລັງໜູນຍົກສູງກຳລັງການແກ່ງແຍ້ງ
ແລະ ລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ. ພາບ: VNA



ເຂົ້າຮ່ວມ TPP, ວິສາຫະກິດຫວຽດນາມຕ້ອງມີການປ່ຽນແປງໃໝ່ເຕັກໂນໂລຊີເພື່ອສາມາດເຂົ້າຮ່ວມ
ເຄືອຄ່າຍຜະລິດ ແລະ ຕ່ອງໂສ້ຄຸນຄ່າລວມຂອງທົ່ວໂລກຢ່າງວ່ອງໄວ. ພາບ: VNA

 

ມ້ວນທ້າຍບົດຂຽນ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: “ເພື່ອຮັບປະກັນ ໃຫ້ແກ່ການເຊື່ອມໂຍງເຂົ້າກັບສາກົນຢ່າງມີຜົນ ສໍາເລັດ ແລະ ປະຕິບັດ ບັນດາ FTA ຢ່າງມີປະສິດທິຜົນ, ພິເສດ ແມ່ນ TPP ແລະ FTA ຫວຽດນາມ-EU, ກ່ອນອື່ນໝົດແມ່ນຕ້ອງ ມີມະຕິຂອງພັກ, ຂອງສະພາແຫ່ງຊາດ ແລະ ແຜນປະຕິບັດງານ ຢ່າງລະອຽດຂອງລັດຖະບານ, ຂອງທຸກຂັ້ນ, ທຸກຂະແໜງການ ແລະ ຂອງປະຊາຄົມວິສາຫະກິດ. ຕ້ອງເຮັດວຽກງານສື່ສານ ຂ່າວ ສານໃຫ້ດີ, ຮັບປະກັນໃຫ້ມີຄວາມເຫັນດີເຫັນພ້ອມ ນໍາກັນໃນດ້ານ ສະຕິຄວາມຮັບຮູ້, ເອກະພາບກັນ ໃນດ້ານການກະທຳ, ອອກແຮງ ຍົກສູງກຳລັງຄວາມສາມາດ ການແກ່ງແຍ້ງ, ນຳເອົາພື້ນຖານເສດ ຖະກິດຂອງຫວຽດນາມໄປສູ່ການ ຂະຫຍາຍຕົວຢ່າງວ່ອງໄວ ແລະ ໝັ້ນຄົງຍາວນານ”. 

ວັນທີ 4 ກຸມພາ 2016, ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ໄດ້ຮັບການລົງນາມລະຫວ່າງ 12 ປະເທດ, ລວມມີ ອົສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມຊິກໂກ, ນິວຊີແລນ, ເປຣູ, ສິງກະໂປ, ອາເມລິກາ ແລະ ຫວຽດນາມ ຂະໜາດຂອບເຂດ ເສດຖະກິດກວມເອົາ 40% GDP (ປະມານ 20 ພັນຕື້ກວ່າ USD) ແລະ 30% ການຄ້າທົ່ວໂລກ. ດັ່ງນັ້ນ, ພ້ອມກັບ TPP, FTA ກັບ EU ແລະ ບັນດາ FTA ທີ່ໄດ້ຮັບການລົງນາມ ຫຼ ືກຳລັງເຈລະຈາ, ໃນຕໍ່ໜ້ານີ້ ຫວຽດນາມຈະມີການພົວພັນການຄ້າເສລີ ກັບ 55 ປະເທດ, ໃນນັ້ນມີ 15 ປະເທດນອນຢູ່ໃນກຸ່ມ G20. 


 
ປະຕິບັດໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top