• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

Tipsy Art – ສະຖານທີ່ປະດິດສ້າງ ຂອງ ບັນດານັກແຕ້ມ ສະໝັກຫຼິ້ນ

ໄດ້ຈັດຂຶ້ນເປັນປະຈຳທຸກທ້າຍສັບປະດາ ກັບຫົວຂໍ້ ທີ່ແຕກຕ່າງ ກັນ, ຍ່ານເວຫາແຫ່ງສິລະປະ  Tipsy Art  ເປັນຕົວແບບ ຮຽນ ແຕ້ມຮູບ ກຳລັງໄດ້ຮັບຄວາມນິຍົມ ທີ່ສຸດ ຢູ່ ນະຄອນໃຫຍ່ ສອງແຫ່ງຄື ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. 
ໃນທຸກທ້າຍສັບປະດາ, ພາຍຫຼັງໃຫ້ຄຳປະຕິຍານ ຢ່າງແຮງວ່າ: “ຂ້ອຍຈະບໍ່ຕິຮູບ ຂອງ ຂ້ອຍບໍ່ງາມ, ບໍ່ຕິຮູບຂອງເຈົ້າ ບໍ່ງາມ, ບໍ່ ອາໄສຜູ້ອື່ນແຕ້ມຊ່ວຍ”. ຫຼັງຈາກນັ້ນນັກຮຽນທຸກໄວ ຂອງ ຫ້ອງ ຮຽນTipsy Art  ຈະເຂົ້າສູ່ຊົ່ວໂມງຮຽນ ດ້ວຍບັນຍາກາດ ເບີກ ບານມ່ວນຊື່ນ. ຫຼັງຈາກນັ້ນອາຈານສອນ ຈະນຳ ຄວາມສົນ ໃຈ ຂອງ ນັກຮຽນ ເຂົ້າພາບແຕ້ມໜຶ່ງ ພາຍໃຕ້ ຫົວ ເລື່ອງທີ່ວ່າ: “ລອຍກະໂທງ”. ນັກຮຽນເກືອບ 30 ຄົນ ໃນໄວທີ່ຕ່າງກັນ ເບິ່ງ ພາບແຕ້ມ ທັງຕັ້ງໃຈຟັງ ອາຈານສອນແນະ ນຳກ່ຽວກັບການຈັດ ຮ່າງຂອງຮູບ, ວິທີປະສົມນຳ້ສີ ເພື່ອແຕ້ມ ຂອບຟ້າ ຍາມອັດສະດົງ ລົງແລງ ກໍຄືການຈັດຮ່າງຂອງລຳ ເຮືອລອຍກະທົ່ງ... ການ ແນະນຳ ໄດ້ແບ່ງເປັນຫຼາຍພາກ, ຫຼັງຈາກສິ້ນສຸດ ພາກສ່ວນ ໜຶ່ງ, ຄູສອນຈະລໍຖ້າ ໃຫ້ ນັກຮຽນລອກແບບ ຕາມຕົວແບບ ກ່ອນຈະເລີ່ມຕົ້ນພາກສ່ວນຕໍ່ໄປ ຈົນພາບແຕ້ມສຳເລັດສົມບູນ.

ຕາມທຳມະດາ, ການຮຽນໃນແຕ່ລະວັນຢູ່  Tipsy Art ຈະ ໃຊ້ ເວລາ 3 ຊົ່ວໂມງ ແຕ່ບໍ່ເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມຮູ້ສຶກ ບໍ່ສະ ບາຍ ຍ້ອນບັນຍາກາດໃນເວລາຮຽນບໍ່ເຮັດໃຫ້ລຳຄານໃຈ ຫາກ ສາມາດປຶກສາຫາລື ກ່ຽວກັບຮູບພາບ ແລະ ວິທີແຕ້ມ. ແຕ່ລະ ອາທິດ ຈະມີຫົວເລື່ອງພາບແຕ້ມໜຶ່ງທີ່ຕ່າງກັນ ໂດຍບັນດາ ອາ ຈານສອນ ເປັນຜູ້ແຕ້ມລ່ວງໜ້າ. ການເລືອກຫົວເລື່ອງ ພາບ ແຕ້ມກໍບໍ່ງ່າຍ ຍ້ອຍມັນຕ້ອງການສິ່ງທີ່ໃໝ່ໆ ເພື່ອຈັບຕາ ຈັບ ໃຈຄົນແຕ້ມ.

Tipsy Art ຍາມໃດກໍສ້າງ ບັນຍາກາດເພື່ອສິລະປະ ທີ່ສະ ບາຍໃຈ ແລະ ຜ່ອນຄາຍອາລົມ ໃຫ້ແກ່ຜູ້ທີ່ ເຂົ້າຮຽນ. 


“ພິທີ” ວາງມືໃສ່ພາບແຕ້ມ ເພື່ອປະຕິບັດ ຄຳໝັ້ນໝາຍ ກ່ອນທີ່ ໂມງຮຽນເລີ່ມຕົ້ນ. 


ເຄື່ອງມືແຕ້ມພາບແມ່ນສຸດທີ່ງ່າຍດາຍ, ມີພຽງ ຟອຍແຕ້ມ ແລະ ນຳ້ສີເທ່ົານັ້ນ ກໍ່ສາມາດສ້າງພາບແຕ້ມ ທີ່ໜ້າຕື່ນເຕັ້ນ. 


ນັກຮຽນແຕ່ລະຄົນ ຈະມົວເມົາກັບ ບັນຍາກາດ ສິລະປະ ຂອງ ຕົນເອງ ໃນຕະຫຼອດໂມງຮຽນຢູ່ Tipsy Art.


ນັກຮຽນ ໄດ້ແນະນຳວິທີວັດແທກມາດຕາສ່ວນ, ການຈັດຮ່າງ ຂອງ ພາບ ກ່ອນຈະເລີ່ມຕົ້ນການແຕ້ມ. 


ພາຍຫຼັງສຳເລັດຂັ້ນຕອນໜຶ່ງ, ອາຈານສອນຈະແນະນຳ ນັກ ຮຽນ ປະຕິບັດຂັ້ນຕອນຕໍ່ໄປ ຈົນພາບແຕ້ມສຳເລັດ. 


 
Tipsy Art ບໍ່ແມ່ນຫ້ອງຮຽນແຕ້ມຢ່າງດຽວ ຫາກແມ່ນ ສະຖານ ທີ່ ເພື່ອຜ່ອນຄາຍອາລົມ, ໂຮມຊຸມນຸມໝູ່ເພື່ອນ
ແລະ ຍາດພີ່ ນ້ອງ ໃນຄອບຄົວນຳກັນ.



ຜູ້ທີ່ເຂົ້າຮ່ວມຫ້ອງຮຽນ Tipsy Art ຈະໄດ້ ແນະນໍາວິທີ ຈັບ ຟອຍແຕ້ມ ແລະ ວາດພາບ. 


ເພື່ອເຮັດໃຫ້ລາຍແຕ້ມມີຊີວິດຊີວາ ແລະ ຕົວຈິງກວ່າ ບັນດາ ນັກຮຽນ ຈະໃຊ້ມືເພື່ອສ້າງສິ້ນສ່ວນປະກອບ ໃນພາບແຕ້ມ. 


ນອກຈາກຄວາມຮູ້ພື້ນຖານ ແລະ ໄດ້ແນະນຳ ຕາມຫົວເລື່ອງ ຕ່າງໆ, ບັນດານັກຮຽນຍັງສາມາດປະດິດສ້າງໂຄງຮ່າງ,
ລາຍ ແຕ້ມດ້ວຍຕົນເອງ ເພື່ອເຮັດໃຫ້ ພາບແຕ້ມມີ ຊີວິດຊີວາ ຍິ່ງ ຂຶ້ນ. 



ບັນດາອາຈານສອນ ຂອງTipsy Art ຍາມໃດກໍພ້ອມທີ່ຈະ ໃຫ້ ຄຳປຶກສາຢ່າງເຕັມໃຈ ເມື່ອນັກຮຽນຕ້ອງການຊ່ວຍເຫຼືອ. 


ແຕ່ລະຊົ່ວໂມງຮຽນ ຂອງTipsy Art, ນັກຮຽນຈະຕັ້ງໃຈໃນການ ປະດິດສ້າງພາບແຕ້ມຂອງຕົນ  ເພາະສະນັ້ນ ທຸກຄວາມ ເຄັ່ງຕຶງ
ແລະ ອິດເມື່ອຍໃນຊີວິດປະຈຳວັນ ຈະຖືກຫາຍໄປ. 



ບັນດານັກຮຽນຖ່າຍຮູບເປັນທີ່ລະນຶກຫຼັງຈາກໂມງຮຽນ. 

ເອົາຄວາມຄິດສ້າງສັນ ຈາກຕົວແບບແຕ້ມ ຜ່ອນຄາຍອາລົມ ຢູ່ ບາງປະເທດຕາເວັນຕົກ,Tipsy Art ເປັນ ກຸ່ມເລີ່ມຕົ້ນທຸລະກິດ (start-up) ລວມມີສະມາຊິກ ສອງຄົນຄື ບຸ່ຍທູເງິນ ແລະ ຫງວຽນທູຈາງ. ເຂົາເຈົ້າໄດ້ ປະສານສົມທົບນຳ ກັນ ເປີດຫ້ອງ ຮຽນແຕ້ມ ເພື່ອຜ່ອນຄາຍອາລົມແຫ່ງທຳອິດ ຢູ່ ຮ່າໂນ້ຍ ແຕ່ ເດືອນທັນວາ ປີ 2015. ນາງ ຫງວຽນທູຈາງ ໃຫ້ຮູ້ວ່າ: “ຄຳສັບ Art ໃນພາສາ ອັງກິດ ມີຄວາມໝາຍວ່າ ສິລະປະ, ສ່ວນຄຳສັບ Tipsy ມີຄວາມໝາຍວ່າ ລ່າເລີງ. ຕົວແບບນີ້ ຢາກມຸ່ງ ສູ່ຄວາມ ຮູ້ສຶກ ລ່າເລີງ ບັນເທີງໃຈ. ເມື່ອເຂົາເຈົ້າມົວເມົາກັບ ການ ແຕ້ມຮູບ ຈະລືມໄປໝົດທຸກສິ່ງທຸກຢ່າງ. ເຂົາເຈົ້າພຽງແຕ່ ສຸມ ໃສ່ ຕົວເອງ, ເຖິງຈິດວິນຍານ ແລະ ຟອຍແຕ້ມ ເພື່ອໃຫ້ຄົນ ແຕ້ມສາມາດ ຜ່ອນຄາຍອາລົມຂອງຕົນ. Tipsy Art ຢາກ ນຳ ມາວິທີສຳຜັດ ສິລະປະທີ່ໃໝ່ໆ, ຢາກໃຫ້ຄົນທັງຫຼາຍລືມໄປ ຄວາມສັບສົນ ເປັນຫ່ວງເປັນໃຍໃນຊີວິດປະຈຳວັນ ເພື່ອສະ ຫງວນ 3 ຊົ່ວໂມງ ເບິ່ງແຍງດູແລຈິດວິນຍານຂອງຕົວເອງ.

ປັດຈຸບັນ ຢູ່ຫວຽດນາມ, ໃນຂະນະທີ່ບັນດາຕົວແບບ start-up ສ່ວນຫຼາຍ ມຸ່ງສູ່ຂົງເຂດເສດຖະກິດ, ການທີ່ ເລືອກເຟັ້ນ ເລີ່ມ ຕົ້ນທຸລະກິດ ຂອງ Tipsy Art ໃນຂົງເຂດ ສິລະປະ ຖື ວ່າ ມີ ຄວາມສ່ຽງໄພພໍສົມຄວນ. ແຕ່ ບັນດາຜູ້ສ້າງຕັ້ງ Tipsy Art ພັດ ມີ ຄວາມເຊື່ອໝັ້ນ ຢ່າງເຕັມທີ່ວ່າ ໃຜໆ ມີສ່ວນໜຶ່ງ ແມ່ນ ນັກສິ ລະປິນ ຢູ່ໃນຈິດໃຈ ຂອງຕົວເອງ ແລະ ຕ້ອງໄດ້ຖ່າຍທອດ ແລະ ສະແດງອອກມາ. ເຂົາເຈົ້າໄດ້ສ້າງຕັ້ງ Tipsy Art ຂຶ້ນມາເພື່ອ ແບ່ງປັນ ແຮງບັນດານໃຈ ການ ແຕ້ມແຕ່ງ ເຖິງບັນດາ ຜູ້ທີ່ບໍ່ ມີເວລາເຂົ້າເຖິງສິລະປະ. ສິ່ງດັ່ງກ່າວເໝືອນວ່າ ຍາກທີ່ສຸດ ຍ້ອນວ່າ ຕາມທຳມະດາ ບໍ່ມີ ໃຜຄິດວ່າ ຕົວເອງ ຄວນຮຽນ ແຕ້ມ. ແຕ່ເມື່ອມາກັບ Tipsy Art ເຂົາເຈົ້າໄດ້ຮັບ ຫຼາຍກວ່າ ສິ່ງ ທີ່ເຂົາເຈົ້າຄອຍຖ້າໃນ ເບື້ອງ ຕົ້ນ. ຜົນທີ່ໄດ້ຮັບ ຫຼັງຈາກການ ຮຽນແຕ່ລະຄາບ ບໍ່ພຽງແຕ່ແມ່ນພາບ ແຕ້ມເທົ່ານັ້ນ ຫາກຍັງ ແມ່ນ ຊ່ວງເວລາທີ່ສຳລານໃຈ ຢູ່ຄຽງ ຂ້າງເພື່ອນທີ່ ຫາກໍລື້ງ ເຄີຍກັນ, ເປັນຄວາມເຊື່ອມຕໍ່ ດ້ານ ຈິດໃຈ ທັງເປັນ ການສຳ ຜັດຕົວຈິງທີ່ໃໝ່.

ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງ ແຕ່ Tipsy Art ບັນລຸໄດ້ ບັນ ດາຜົນງານທີ່ແນ່ນອນ ແລະ ດຶງດູດຄົນທີ່ມາສຳຜັດຕົວຈິງ ເປັນ ຈຳນວນຫຼວງຫຼາຍ. ບັນດາໝາກຜົນທີ່ໄດ້ຮັບໃນປັດຈຸບັນ ແມ່ນ ສົມສັກສີ ຕໍ່ຄວາມພະຍາຍາມ ທີ່ບັນດາຜູ້ສ້າງຕັ້ງ ໄດ້ສະຫງວນ ໃຫ້ແກ່ໂຄງການນີ້. Tipsy Art ເປັນໜຶ່ງ ໃນຈຳນວນກຸ່ມເລີ່ມ ຕົ້ນທຸລະກິດ ທຳອິດ ທີ່ປະຕິບັດຕົວແບບນີ້ ເພາະສະນັ້ນໄດ້ ປະ ສົບກັບຄວາມຫຍຸ້ງຍາກ ກ່ຽວກັບ ບຸກຄະລາກອນ, ການບໍລິຫານບໍລິສັດ ແລະ ກຳໄລເບື້ອງຕົ້ນ. ນາງ ຈາງໃຫ້ຮູ້ວ່າ: “ເຖິງວ່າໃນເບື້ອງຕົ້ນຕ້ອງປະສົບກັບ ຄວາມຫຍຸ້ງຍາກ ນາໆປະການ ແຕ່ໃນເວລາປະຕິບັດ ຕົວແບບນີ້ນຳກັນ ພວກຂ້າພະເຈົ້າຍິ່ງ ເຫັນໄດ້ວ່າ ມັນມີ ຄວາມດຶງດູດຈັບໃຈ. ພວກຂ້າພະເຈົ້າໄດ້ມີຄວາມ ສະໜິດຕິດພັນກັນ ເໝືອນກັບບັນດາສະມາຊິກ ໃນ ຄອບຄົວ, ຫາຮູ້ໄດ້ປະສົບການຫຼາຍຢ່າງເຊິ່ງກັນ ແລະ ກັນ ແລະ ຈາກການສ່ອງແສງກັບມາຂອງລູກຄ້າ”.

Tipsy Art ໄດ້ເປີດສອງສາຂາ ຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີ ມິນ ຊຶ່ງດຶງດູດນັກຮຽນເປັນຈຳນວນຫຼາຍເຂົ້າມາຮຽນ. ມາຮອດ ປັດຈຸບັນ, ພາຍຫຼັງ 2 ປີທີ່ດຳເນີນທຸລະກິດ, Tipsy Art ຂາຍ ບັດ ໄດ້ 12,500 ເທື່ອຄົນ, ມີຜູ້ເຂົ້າຮຽນແຕ້ມ 8000 ຄົນ. ຜູ້ທີ່ ເຂົ້າຮ່ວມການແຕ້ມຫຼາຍທີສຸດແມ່ນ 37 ເທື່ອ. ນີ້ແມ່ນຕົວເລກ ສະແດງ ໃຫ້ເຫັນເຖິງ ຄວາມມານະພະຍາຍາມ ຢ່າງໜ້າຊື່ນ ຊົມ ຂອງ Tipsy Art -ຊຶ່ງເລີ່ມຕົ້ນທຸລະກິດໃໝ່ ໄດ້ນຳສິລະປະ ເຂົ້າໃກ້ ແລະ ມີຜົນປະໂຫຍດ ໃນຊີວິດທັນສະໄໝ.
ບົດ: ທູກຮ່ຽນ-ແຄ໋ງລອງ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top