ຕອນບ່າຍວັນທີ 8 ມິຖຸນາ, ໃນການເຈລະຈາພາຍຫຼັງພິທີຕ້ອນຮັບ, ຢູ່ສຳນັກງານລັດຖະບານ, ນະຄອນຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ໄທ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ມີປະສິດທິຜົນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ…
ໃນຂົງເຂດເສດຖະກິດດ ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຊື່ອມຕໍ່ການຄົມມະນາຄົມ, logistics, ການບິນ ແລະ ການທ່ອງທ່ຽວ, ຄົ້ນຄ້ວາ ພັດທະນາບັນດາເສັ້ນທາງຂົນສົ່ງທາງບົກ, ທາງນ້ຳແຄມທະເລເຊື່ອມຕໍ່ສອງປະເທດ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ, ເສີມຂະຫຍາຍກົນໄກຄະນະກຳມະການປະສົມການຄ້າ ຫວຽດນາມ - ໄທຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າເຂົ້າເຖິງຕະຫຼາດຂອງກັນ; ສູ້ຊົນບັນລຸວົງເງິນການຄ້າ ໃຫ້ໄດ້ 25 ຕື້ USD ໂດຍໄວ ແລະ ມຸ່ງໄປເຖິງເປົ້າໝາຍ 50 ຕື້ USD.
ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນຢູ່ ອາຊຽນ ແລະ ບັນດາກົນໄກຫຼາຍຝ່າຍ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມສາມັກຄີ, ເອກະພາບ ແລະ ບົດບາດໃຈກາງຂອງ ອາຊຽນ; ຊຸກຍູ້ຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ຊຸກຍູ້ການຮ່ວມມືໃນກົນໄກຮ່ວມມືຍຸດທະສາດເສດຖະກິດສາມແມ່ນ້ຳ Ayeyawady-Chao Phraya-Mekong (ACMECS)






