• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງ 134 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ ຢູ່ ຮຸງ​ກາ​ຣີ

ໃນໄລຍະຈະມາເຖິງ ທາງນະຄອນ ຈະເປີດກວ້າງຂອບຂະໜາດ, ປັບປຸງບໍລິເວນ ອະນຸສາວາລີ ປະທານໂຮ່ຈີມິນ ເພື່ອໃຫ້ສະຖານທີ່ແຫ່ງນີ້ກາຍເປັນສະຖານທີ່ລວມຂອງປະຊາຊົນ ຫວຽດນາມ ແລະ ຮຸງກາຣີ.

ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຖະຫວາຍດອກໄມ້ ຢູ່ອະນຸສາວາລີ ປະທານໂຮ່ຈີມິນ ຢູ່ນະຄອນ Zalaegerszeg (ພາບ: VOV)

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2024), ວັນທີ 20 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຖະຫວາຍດອກໄມ້ ຢູ່ອະນຸສາວາລີ ປະທານໂຮ່ຈີມິນ ຢູ່ນະຄອນ Zalaegerszeg. ເຂົ້າຮ່ວມພິທີ ມີທ່ານ Vadvari Tibor ຮອງຜູ້ວ່າການນະຄອນ Zalaegerszeg, ທ່ານ Laszlo Botz ປະທານສະມາຄົມ ມິດຕະພາບ ຮຸງກາຣີ - ຫວຽດນາມ ພ້ອມກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ, ເພື່ອນມິດຮຸງກາຣີ.

ທີ່ພິທີ, ທ່ານ Vadvari Tibor ເນັ້ນໜັກເຖິງ ຄວາມໝາຍຂອງຮູບປັ້ນ ປະທານໂຮ່ຈີມິນ ໄດ້ຕັ້ງຢູ່ ເສັ້ນທາງທີ່  ຄັບຄາໜາແໜ້ນທີ່ສຸດຂອງນະຄອນນັ້ນ ແມ່ນສັນຍາລັກໃຫ້ແກ່ການພັດທະນາຂອງນ້ຳໃຈເພື່ອນມິດ, ນ້ຳໃຈມິດຕະພາບ ລະຫວ່າງປະຊາຊົນ ຮຸງກາຣີ ແລະ ຫວຽດນາມ. ທ່ານຮອງຜູ້ວ່າການ Vadvari Tibor ກໍ່ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ທາງນະຄອນ ຈະເປີດກວ້າງຂອບຂະໜາດ, ປັບປຸງບໍລິເວນ ອະນຸສາວາລີ ປະທານໂຮ່ຈີມິນ ເພື່ອໃຫ້ສະຖານທີ່ແຫ່ງນີ້ກາຍເປັນສະຖານທີ່ລວມຂອງປະຊາຊົນ ຫວຽດນາມ ແລະ ຮຸງກາຣີ, ເປັນສັນຍາລັກໃຫ້ແກ່ການພົວພັນມິດຕະພາບທີ່ນັບມື້ນັບດີງາມລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ເວົ້າລວມ ແລະ ຫວຽດນາມ ແລະ ນະຄອນ Zalaegerszeg ເວົ້າສະເພາະ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top