• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເຂດ​ສັກ​ສິດ ດົ່ງ​ລົກ - ເຊື່ອມ​ຕໍ່ໄລ​ຍະ​ເວ​ລາ​ນັບ​ພັນ​ປີ”

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນໄດ້ຢັ້ງຢືນວ່າ ການເສຍສະຫຼະຊີວິດຂອງບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ນ້ຳໃຈຮັກຊາດ, ສຸດຈິດສຸດໃຈເດີນຕາມພັກ, ລັດ ຂອງປະຊາຊົນ ຫວຽດນາມ ໄດ້ສ້າງຂຶ້ນວິລະກຳທີ່ອົງອາດກ້າຫານໃນພາລະກິດແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ.
ລາຍການສະແດງສິລະປະ “ເຂດສັກສິດ ດົ່ງລົກ - ເຊື່ອມຕໍ່ໄລຍະເວລານັບພັນປີ” (ພາບ: qdnd.vn)

ຕອນຄ່ຳວັນທີ 22 ກໍລະກົດ, ຢູ່ເຂດ ປູຊະນີຍະສະຖານປະຫວັດສາດ ສາມແຍກດົ່ງລົກ (ເມືອງການລົກ, ແຂວງຮ່າຕິງ), ໜັງສືພິມປະຊາຊົນ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່າຕິງ ຈັດລາຍການສິລະປະ “ເຂດສັກສິດ ດົ່ງລົກ - ເຊື່ອມຕໍ່ໄລຍະເວລານັບພັນປີ”.

ລາຍການເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023), 55 ປີໄຊຊະນະ ດົ່ງລົກ, ອາໄລຫາ 55 ປີແຫ່ງວັນ ຊາວໜຸ່ມຕະລຸມບ່ອນນັກວິລະຊົນຍິງ 10 ຄົນ ທີ່ໄດ້ເສຍສະຫຼະຊີວິດຢູ່ ສາມແຍກດົງລົກ (24/7/1968 - 24/7/2023) ແລະ 55 ປີແຫ່ງຜົນງານໃນການສູ້ຮົບໝູ່ບ້ານ K130 (13/8/1968 - 13/8/2023).

ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນໄດ້ຢັ້ງຢືນວ່າ ການເສຍສະຫຼະຊີວິດຂອງບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ນ້ຳໃຈຮັກຊາດ, ສຸດຈິດສຸດໃຈເດີນຕາມພັກ, ລັດ ຂອງປະຊາຊົນ ຫວຽດນາມ ໄດ້ສ້າງຂຶ້ນວິລະກຳທີ່ອົງອາດກ້າຫານໃນພາລະກິດແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ: ລາຍການສະແດງສິລະປະ ດັ່ງກ່າວໄດ້ສົ່ງສານທີ່ວ່າ: ປະຊາຊົນແຕ່ລະຄົນມີຄວາມຮັບຜິດຊອບໃນການປຸກລຸກນ້ຳໃຈຮັກຊາດ, ສາມັກຄີ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ເປັນຢ່າງດີ ເພື່ອສ້າງປະເທດຊາດໃຫ້ນັບມື້ນັບຮັ່ງມີໝັ້ນຄົງເຂັ້ມແຂງ ແລະ ດີງາມກ່ວາອີກ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top