ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ ເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີ ຕີມໍແລັດສະເຕີ
ຕອນບ່າຍວັນທີ 9 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ມໍແລັດສະເຕ Kay Rala Xanana Gusmão ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3. ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນທຸກດ້ານເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າ; ຊ່ວຍ ຕີມໍແລັດສະເຕີ ຍາດແຍ່ງບົດຮຽນປະສົບການ ແລະ ການໜູນຊ່ວຍຂອງ ຫວຽດນາມ ເພື່ອເຂົ້າຮ່ວມ ອາຊຽນ ແລະ ບັນດາກົນໄກຮ່ວມມືພາກພື້ນຢ່າງມີປະສິດທິຜົນ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການເຈລະຈາເພື່ອແນໃສ່ຕີລາຄາໝາກຜົນຂອງການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ, ເປັນສັກຂີພິຍານພິທີມອບຮັບເອກະສານຮ່ວມມືລະຫວ່າງ ຫວຽດນາມ ແລະ ຕີມໍແລັດສະເຕ.






