• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ, ຍີ່ປຸ່ນ ຊຸກຍູ້ການຮ່ວມມືປ້ອງກັນປະເທດ; ຫວຽດນາມ ແລະ ຍີ່ປຸ່ນ ສົມທົບກັນຢ່າງແໜ້ນແຟ້ນ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Minoru Kihara ຢັ້ງຢືນ: ຈະສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະເນັ້ນໜັກວ່າ ການປ້ອງກັນຄວາມໝັ້ນຄົງ, ຄວາມປອດໄພໃນທະເລຮວາຕູງ ແລະ ທະເລຕາເວັນອອກ ມີທີ່ຕັ້ງສຳຄັນພິເສດ ສຳລັບສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
ບັນດາລັດຖະມົນຕີກະຊວງປ້ອງກັນປະເທດເຮັດວຽກທີ່ກອງປະຊຸມ (ພາບ:TTXVN)

ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 17 (ADMM-17), ຕອນບ່າຍວັນທີ 15 ພະຈິກ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ພົບປະບໍ່ເປັນທາງການຕາມຮູບແບບເຊິ່ງໜ້າ, ສົມທົບກັບທາງໄກ, ເພື່ອແນໃສ່ແລກປ່ຽນກ່ຽວກັບບັນດາບັນຫາທີ່ຕາງຝ່າຍຕ່າງມີຄວາມສົນໃຈ ແລະ ຊຸກຍູ້ການຮ່ວມມືປ້ອງກັນປະເທດສອງຝ່າຍ. ທີ່ການພົບປະ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Minoru Kihara ຢັ້ງຢືນ: ຈະສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະເນັ້ນໜັກວ່າ ການປ້ອງກັນຄວາມໝັ້ນຄົງ, ຄວາມປອດໄພໃນທະເລຮວາຕູງ ແລະ ທະເລຕາເວັນອອກ ມີທີ່ຕັ້ງສຳຄັນພິເສດ ສຳລັບສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ທ່ານກໍ່ປາດຖະໜາຢາກຍົກລະດັບການພົວພັນການປ້ອງກັນຊາດລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ຂຶ້ນຢູ່ລະດັບສູງໃໝ່ ຜ່ານບັນດາຂົງເຂດຄື: ຄວາມໝັ້ນຄົງໃນການເດີນເຮືອບົນທະເລ; ສ້າງຂໍ້ກຳນົດໃນທາງອິນເຕີເນັດ,ຊຸກຍູ້ບັນດາໂຄງການຍົກສູງກຳລັງຄວາມສາມາດ…

ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ຫວັງວ່າ: ກະຊວງປ້ອງກັນປະເທດ ຍີ່ປຸ່ນ ຈະຄົ້ນຄ້ວາ, ແບ່ງປັນບົດຮຽນ ແລະ ການໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ບັນດາຄວາມຕ້ອງການຄື: ການຝຶກອົບຮົມ ແລະ ບຳລຸງສ້າງ, ໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ມອບໂອນວັດຖຸອຸປະກອນ ແລະ ຖ່າຍທອດເຕັກໂນໂລຊີ, ຄວາມປອດໄພທາງອິນເຕີເນັດ, ປ້ອງກັນຄວາມໝັ້ນຄົງໃນການເດີນເຮືອບົນທະເລ.

(ແຫຼ່ງຄັດຈາກ VOV)

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກົມ​ໂຄ​ສະ​ນາ​ອົບ​ຮົມ - ຂະ​ແໜງ​ໂຄ​ສະ​ນາ​ອົ​ບ​ຮົມ ກອງ​ທັບ (11/5/1946 - 11/5/2026) ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສ​ະ​ພາ, ຢູ່​ຮ່າ​ໂນ້ຍ.

Top