• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ວັນບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍກວ່າ 10.000 ຄົນ

ຕອນບ່າຍວັນທີ 5 ພະຈິກ, ຢູ່ແຂວງ ລາຍເຈົາ ໄດ້ດຳເນີນພິທີອັດວັນບຸນວັດທະນະທຳບັນດາຊົນເຜົ່າທີ່ມີປະຊາກອນຕ່ຳກວ່າ 10.000 ຄົນ ຄັ້ງທີ 1 ແລະ ສັບປະດາການທ່ອງທ່ຽວ - ວັດທະນະທຳ ລາຍເຈົາ ປີ 2023.
ທ່ານ ໂຕງແທັງຫາຍ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ລາຍເຈົາ ກ່າວຄຳເຫັນທີ່ພິທີອັດວັນບຸນ (ພາບ: TTXVN)

ພາຍຫຼັງດຳເນີນກິດຈະກຳທີ່ຫຼາກຫຼາຍ ແລະ ດຶງດູດໃຈມາເປັນເວລາ 3 ວັນ, ຕອນບ່າຍວັນທີ 5 ພະຈິກ, ຢູ່ແຂວງ ລາຍເຈົາ ໄດ້ດຳເນີນພິທີອັດວັນບຸນວັດທະນະທຳບັນດາຊົນເຜົ່າທີ່ມີປະຊາກອນຕ່ຳກວ່າ 10.000 ຄົນ ຄັ້ງທີ 1 ແລະ ສັບປະດາການທ່ອງທ່ຽວ - ວັດທະນະທຳ ລາຍເຈົາ ປີ 2023.

ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍ ແລະ ແຜ່ຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າທີ່ມີປະຊາກອນໜ້ອຍ”, ວັນບຸນ ໄດ້ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ,  ເຊີດຊູ, ເສີມຂະຫຍາຍບັນດາຄຸນຄ່າ, ສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງ 54 ຊົນເຜົ່າ ຫວຽດນາມ ເວົ້າລວມ.

ທີ່ພິທີອັດ, ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໄດ້ມອບທຸງເຈົ້າພາບຈັດວັນບຸນວັດທະນະທຳບັນດາຊົນເຜົ່າທີ່ມີປະຊາກອນຕ່ຳກວ່າ 10.000 ຄົນ ຄັ້ງທີ 2 ປີ 2028 ໃຫ້ແກ່ການນຳພະແນກວັດທະນະທຳ, ກິລາ  ແລະ ທ່ອງທ່ຽວ ແຂວງ ລາວກາຍ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.

Top