ຂ່າວສານ ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຫ້ຽວ ສົ່ງຈົດໝາຍອວຍພອນບຸນເຕັດປີແມວ 2023 ໄປຍັງຊາວຫວຽດນາມອາໄສຢູ່ຕ່າງປະເທດ 21/01/2023 ວັນທີ 19 ມັງກອນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົ່ງຈົດໝາຍອວຍພອນບຸນເຕັດປີແມວ 2023 ໄປຍັງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຫ້ຽວ (ພາບ: TTXVN) ໃນຈົດໝາຍ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ເນັ້ນໜັກວ່າ ພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ແຕ່ລະຄົນ ໄດ້ ແລະ ພວມກາຍເປັນ “ທູດປະຊາຊົນຄົນໜຶ່ງ” ເພື່ອແນໃສ່ໂຄສະນາ ແລະ ແມ່ນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນນຳຫວຽດນາມ ອອກສູ່ໂລກ ແລະ ນຳໂລກມາໃຫ້ຫວຽດນາມ. ໄລຍະຈະມາເຖິງ, ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບບັນດາອົງການສຳຄັນ ແລະ ຕ່າງປະເທດ ເພື່ອແນໃສ່ເອົາໃຈໃສ່, ໜູນຊ່ວຍພໍ່ແມ່ປະຊາຊົນທີ່ມີທີ່ຕັ້ງທາງດ້ານນິຕິກຳທີ່ໝັ້ນແກ່ນ ແລະ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບມີສະຖຽນລະພາບ, ພັດທະນາ, ມີການເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມຜູກພັນກັບບ້ານເກີດເມືອງນອນ, ປະເທດຊາດ. ທ່ານຮອງລັດຖະມົນຕີ ເຊື່ອໝັ້ນວ່າ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ກ່ວາ 5,3 ລ້ານຄົນ ຈະຮ່ວມແຮງຮ່ວມໃຈ ສ້າງປະຊາຄົມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງກ້າວໜ້າ, ວັດທະນາຖາວອນ, ຮຽງບ່າຮຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນໂລກ. (ແຫຼ່ງຄັດຈາກ VOV)

ວັນທີ 19 ມັງກອນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົ່ງຈົດໝາຍອວຍພອນບຸນເຕັດປີແມວ 2023 ໄປຍັງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຫ້ຽວ (ພາບ: TTXVN) ໃນຈົດໝາຍ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ເນັ້ນໜັກວ່າ ພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ແຕ່ລະຄົນ ໄດ້ ແລະ ພວມກາຍເປັນ “ທູດປະຊາຊົນຄົນໜຶ່ງ” ເພື່ອແນໃສ່ໂຄສະນາ ແລະ ແມ່ນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນນຳຫວຽດນາມ ອອກສູ່ໂລກ ແລະ ນຳໂລກມາໃຫ້ຫວຽດນາມ. ໄລຍະຈະມາເຖິງ, ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບບັນດາອົງການສຳຄັນ ແລະ ຕ່າງປະເທດ ເພື່ອແນໃສ່ເອົາໃຈໃສ່, ໜູນຊ່ວຍພໍ່ແມ່ປະຊາຊົນທີ່ມີທີ່ຕັ້ງທາງດ້ານນິຕິກຳທີ່ໝັ້ນແກ່ນ ແລະ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບມີສະຖຽນລະພາບ, ພັດທະນາ, ມີການເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ, ພ້ອມທັງສ້າງເງື່ອນໄຂສະດວກເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມຜູກພັນກັບບ້ານເກີດເມືອງນອນ, ປະເທດຊາດ. ທ່ານຮອງລັດຖະມົນຕີ ເຊື່ອໝັ້ນວ່າ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ກ່ວາ 5,3 ລ້ານຄົນ ຈະຮ່ວມແຮງຮ່ວມໃຈ ສ້າງປະຊາຄົມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງກ້າວໜ້າ, ວັດທະນາຖາວອນ, ຮຽງບ່າຮຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນໂລກ.
ບັນດາບົດຕໍ່ໄປ ປີ 2023: ຫວຽດນາມ ວາງເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແຕ່ 1 ຫາ 1,5%27/01/2023ຂ່າວສານເປົ້າໝາຍແມ່ນໃນປີ 2023 ນີ້ ສູ້ຊົນບັນລຸອັດຕາຄວາມທຸກຍາກຫຼາຍສົ້ນສະເລ່ຍທົ່ວປະເທດໃຫ້ຫຼຸດລົງ 1 - 1,5% ຕໍ່ປີ; ອັດຕາຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍໃຫ້ຫຼຸດລົງຫຼາຍກວ່າ 3% ຕໍ່ປີ; ອັດຕາຄວາມທຸກຍາກຫຼາຍສົ້ນຂອງບັນດາເມືອງທຸກຍາກໃຫ້ຫຼຸດລົງປະມານ 4%. ນະຄອນດ່າໜັງ ຕ້ອນຮັບເຮືອບິນ 768 ຖ້ຽວ ດ້ວຍຈໍານວນແຂກທ່ອງທ່ຽວຫຼາຍກວ່າ 98.000 ເທື່ອຄົນໃນໂອກາດບຸນເຕັດ27/01/2023ຂ່າວສານຜະລິດຕະພັນໄມ້ ຫວຽດນາມ ສ້າງຄວາມປະທັບໃຈໃນງານວາງສະແດງເຄື່ອງ ເຟີນີເຈີ ໃຫຍ່ທີ່ສຸດຢູ່ ອັງກິດ27/01/2023ຂ່າວສານນະຄອນຫຼວງ ຮ່າໂນ້ຍ ສືບຕໍ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມລົງທຶນຢ່າງແຮງ27/01/2023ຂ່າວສານສັນຍາ ປາຣີ 1973: ຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມຂອງພື້ນຖານການທູດ ຫວຽດນາມ27/01/2023ຂ່າວສານທ່ານ ເລດຶກເທາະ - ການນຳຜູ້ປີຊາສາມາດກັບການເຈລະຈາ ປາຣີ ປະຫວັດສາດ27/01/2023ຂ່າວສານການສົ່ງອອກຂອງຂະແໜງຕ່ຳແຜ່ນຕັດຫຍິບ ວາງຄາດໝາຍ ບັນລຸມູນຄ່າ 48 ຕື້ USD ໃນປີ 202326/01/2023ຂ່າວສານ ອ່ານເພີ່ມ