ຂ່າວສານ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ຄະນະສຸຂາພິບານປະຊາຊົນ ເຂດ 5
ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ ນະຄອນ ດ່າໜັງ, ທ່ານປະທານປະເທດ ຫວຽດນາມ ຫງວຽນ ຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 60 ປີ ແລະ ມອບນາມມະຍົດ ວິລະຊົນ ກຳລັງປະກອບອາວຸດປະຊາຊົນ ສະໄໝຕໍ່ສູ້ກູ້ຊາດຕ້ານ ອາເມລິກາ ໃຫ້ແກ່ຄະນະສຸຂາພິບານປະຊາຊົນ ເຂດ 5. ໃນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຄະນະສຸຂາພິບານປະຊາຊົນ ໄດ້ຕິດພັນກັບການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ນາມມະນຸດ “ວິລະຊົນກຳລັງປະກອບອາວຸດປະຊາຊົນ” ແມ່ນພະຍານຫຼັກຖານໃຫ້ແກ່ການຮັບຮູ້ຂອງພັກ ແລະ ລັດ ຕໍ່ຜົນງານພິເສດ, ດີ້ເລີດ ເຊິ່ງພະນັກງານ, ພາລະກອນ, ນັກຮົບ ແລະ ແພດໝໍລຸ້ນຕ່າງໆຂອງຄະນະສຸຂາພິບານປະຊາຊົນເຂດ 5 ໄດ້ປະກອບສ່ວນອັນຍິ່ງໃຫຍ່ເຂົ້າໃນການຕໍ່ສູ້ກູ້ຊາດຕ້ານ ອາເມລິກາ. ທ່ານປະທານປະເທດ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ກະຊວງສາທາລະນະສຸກ ຕ້ອງເປັນເຈົ້າການ, ສົມທົບກັບທ້ອງຖິ່ນ ແລະ ບັນດາກົມກອງທີ່ກ່ຽວຂ້ອງຄົ້ນຄວ້າ, ພິຈາລະນາການລົງທຶນ, ບູລະນະ, ຍົກລະດັບເຂດປູຊະນີຍະສະຖານຄະນະສຸຂາພິບານປະຊາຊົນເຂດ 5 ເພື່ອໃຫ້ສະຖານທີ່ແຫ່ງນີ້ ກາຍເປັນສະຖານທີ່ມູນເຊື້ອຂອງການປະຕິວັດ ແລະ ຂະແໜງສາທາລະສຸກ, ປະກອບສ່ວນສຶກສາປະຫວັດສາດ, ນ້ຳໃຈຮັກຊາດໃຫ້ແກ່ລຸ້ນໜຸ່ມເວົ້າລວມ ແລະ ໄວໜຸ່ມຂະແໜງການແພດເວົ້າສະເພາະ.