ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ສະໜິດຕິດພັນ” ຢູ່ນາມດິງ
ກ່າວຄຳຫັນກັບກຳມະກອນ, ຜູ້ອອກແຮງງານ, ປະຊາຊົນແຂວງ ນາມດິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ຊາບ ໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດໃນປີ 2022 ກໍ່ຄືພາຍຫຼັງການປ່ຽນແປງໃໝ່ມາເປັນເວລາກ່ວາ 35 ປີ. ຕາມນັ້ນແລ້ວ, ພາຍຫຼັງການປ່ຽນແປງໃໝ່ເປັນເວລາກ່ວາ 35 ປີ, ຂອບຂະໜາດພື້ນຖານເສດຖະກິດ ຫວຽດນາມ ບັນລຸເງິນເປັນຈຳນວນ 409 ຕື້ USD, ເພີ່ມຂຶ້ນ 100 ເທົ່າ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 4.110 USD, ເພີ່ມຂຶ້ນ 440 ເທົ່າ. ຜົນສຳເລັດລວມດັ່ງກ່າວ ແມ່ນການປະກອບສ່ວນຢ່າງຕັ້ງໜ້າຂອງອຳນາດການປົກຄອງ, ວິສາຫະກິດ, ປະຊາຊົນ, ຜູ້ອອກແຮງງານແຂວງ ນາມດິງ.
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບຂອງຂວັນບຸນເຕັດໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ, ຄອບຄົວປະສົບກັບຄວາມຫຍຸ້ງຍາກແຂວງນາມດິງ ລວມ 200 ຄົນ.