• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດບັງກະລາເທດ

ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າ ເຖິງວ່າໃນບໍ່ວ່າຖານະຕຳແໜ່ງ, ວຽກງານໃດກໍຕາມ, ທ່ານນາງເອກອັກຄະລັດຖະທູດ ສືບຕໍ່ສະຫງວນນ້ຳໃຈອັນດີງາມຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ, ຍາມໃດກໍ່ແມ່ນເພື່ອນມິດທີ່ສະໜິດສະໜົມ, ປະກອບສ່ວນ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ບັງກະລາເທດຢ່າງບໍ່ຢຸດຢັ້ງ.
  ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາງ Samina Naz, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ບັງກະລາເທດ (ພາບ: TTXVN)  

ຕອນເຊົ້າວັນທີ 15 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Samina Naz, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ບັງກະລາເທດ, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າ ເຖິງວ່າໃນບໍ່ວ່າຖານະຕຳແໜ່ງ, ວຽກງານໃດກໍຕາມ, ທ່ານນາງເອກອັກຄະລັດຖະທູດ ສືບຕໍ່ສະຫງວນນ້ຳໃຈອັນດີງາມຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ, ຍາມໃດກໍ່ແມ່ນເພື່ອນມິດທີ່ສະໜິດສະໜົມ, ປະກອບສ່ວນ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ບັງກະລາເທດຢ່າງບໍ່ຢຸດຢັ້ງ. ທ່ານປະທານປະເທດ ສະເໜີວ່າສອງປະເທດເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ; ຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ, ພິເສດແມ່ນການຄ້າ, ການລົງທຶນ; ສູ້ຊົນບັນລຸເປົ້າໝາຍບັນລຸວົງເງິນການຄ້າສອງປະເທດ 2 ຕື້ໂດລະສະຫະລັດ ໄວກວ່າການຄາດຄະເນ (ປີ 2022 ບັນລຸ 1,5 ຕື້ໂດລາສະຫະລັດ). ທ່ານປະທານປະເທດ ກໍ່ສະເໜີວ່າ ສອງປະເທດສືບຕໍ່ສະໜັບສະໜູນໃນບັນດາເວທີປາໄສຫຼາຍຝ່າຍພາກພື້ນ ແລະ ໃນໂລກ. ຫວຽດນາມ ສະໜັບສະໜູນເລື່ອງເພີ່ມທະວີການພົວພັນລະຫວ່າງບັງກະລາເທດ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ສ່ວນທ່ານນາງເອກອັກຄະລັດຖະທູດ Samina Naz ເນັ້ນໜັກວ່າ: ບັງກະລາເທດ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຮຽນຮູ້ເອົາບົດຮຽນໃນການພັດທະນາຂອງ ຫວຽດນາມ. ທ່ານນາງ Samina Naz ປາດຖະໜາຢາກກາຍເປັນທູດໄມຕີຈິດຂອງ ຫວຽດນາມ ໃນບໍ່ວ່າວຽກງານໃດໆເຊິ່ງທ່ານນາງຮັບຜິດຊອບໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top