• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຮູບຖ່າຍ: "ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ"

ຕອນເຊົ້າວັນທີ 6 ກັນຍາ, ສຳນັກຂ່າວສານ ຫວຽດນາມ ແລະ ສຳນັກຂ່າວສານປະເທດ ລາວ ໄດ້ປະສານສົມທົບຈັດຕັ້ງ ງານວາງສະແດງຮູບ ພາຍໃຕ້ຫົວຂໍ້: “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ”. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງສອງປະເທດ ຄົບຮອບ 60 ປີ (ວັນທີ 5 ກັນຍາ 1962 - ວັນ ທີ 5 ກັນຍາ 2022) ແລະ 45 ປີ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 - ວັນທີ 18 ກໍລະກົດ 2022) ແລະ ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

ງານວາງສະແດງລວມມີຮູບຖ່າຍຂະໜາດໃຫຍ່ເກືອບ 63 ແຜ່ນ, ດ້ວຍຮູບຖ່າຍ 109 ແຜ່ນທີ່ເປັນຕົວແທນຂອງນັກຂ່າວ VNA ແລະ KPL ໄດ້ຮັບການ ເລືອກເຟັ້ນ ຈາກຮູບຖ່າຍ ນັບຫຼາຍສິບພັນແຜ່ນ, ສະແດງໃຫ້ເຫັນຄວາມຊື່ສັດ, ມີຊີວິດຊີວາ ກ່ຽວ ກັບສາຍພົວພັນພິເສດ “ມີໜຶ່ງບໍ່ມີສອງ” ໃນໂລກ ລະຫວ່າງ ສອງປະ ເທດ, ສອງຊົນຊາດອ້າຍນ້ອງ ຫວຽດນາມ - ລາວ, ລາວ - ຫວຽດນາມ ຫຼັງຈາກປະເທດສາທາລະນະລັດ ປະຊາທິປະໄຕຂອງ ຫວຽດນາມ ກຳ ເນີດຂຶ້ນ (ວັນທີ 2 ກັນຍາ 1945), ລັດຖະບານ ລາວ ອິດສະຫຼະ ໄດ້ຮັບການສ້າງຕັ້ງ ແລະ ປະກາດເອກະລາດ (ວັນທີ 12 ຕຸລາ 1945) ບໍ່ດົນ.

ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ໄຂ​ຂຶ້ນ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 9 ກັນຍາ 2022 ທີ່​ສູນສຳນັກຂ່າວສານແຫ່ງ​ຊາດ, ເລກທີ 5,ຖະໜົນ ຫຼີເຖື່່ອງກຽດ, ຮ່າ​ໂນ້ຍ.

  ພິທີຕັດແຖບຜ້າເປີດງານວາງສະແດງ. ພາບ: ຕ໋ວນແອງ/VNA  

  ທ່ານນາງ ຫວູຫວຽດຈາງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ກ່າວຄຳເຫັນທີ່ພິທີເປີດງານວາງສະແດງ. ພາບ: ຕ໋ວນແອງ/VNA  

  ທ່ານນາງ ຫວູຫວຽດຈາງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ. ພາບ: ຕ໋ວນແອງ/VNA  
  ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ. ພາບ: ມິງກວ໋ຽດ/VNA  
 

  ທ່ານນາງ ຫວູຫວຽດຈາງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ. ພາບ: ຕ໋ວນແອງ/VNA

ປະຕິບັດໂດຍ: VNP, VNA

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ວັນທີ 16 ມິຖຸນາ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ໄດ້ຢັ້ງຢືນຄືນ ການເຈລະຈາສອງຝ່າຍ ແມ່ນຊ່ອງທາງທີ່ເໝາະສົມເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ ເຂດຊາຍແດນ ໄທ - ກຳປູເຈຍ.

Top