ໂດຍອີງໃສ່ລະບຽບການຂອງພັກ, ລັດ ໃນປັດຈຸບັນ ແລະ ພິຈາລະ ນາເຖິງຄວາມປາຖະໜາ ຂອງສະຫາຍ ຫງວຽນຊວນຟຸກ, ຄະນະບໍລິ ຫານງານສູນກາງພັກ ໄດ້ເຫັນດີໃຫ້ສະຫາຍ ຫງວຽນຊວນຟຸກ ລາອອກຈາກຕຳແໜ່ງ ເປັນກຳມະການກົມການເມືອງ, ກຳມະການ ຄະ ນະບໍລິຫານງານສູນກາງພັກ ສະໄໝທີ XIII, ປະທານປະເທດແຫ່ງ ສສ ຫວຽດນາມ, ປະທານສະພາປ້ອງກັນປະເທດ ແລະ ຄວາມໝັ້ນ ຄົງແຫ່ງຊາດ ອາຍຸການ 2021-2026.
ຄະນະບໍລິຫານງານສູນກາງພັກ ໄດ້ມອບໃຫ້ກົມການເມືອງ ຊີ້ນຳບັນ ດາອົງການ ທີ່ກ່ຽວຂ້ອງປະຕິບັດຕາມລະບຽບການທີ່ໄດ້ກຳນົດໄວ້.







