ຂ່າວສານ
ຂະແໜງພາຍໃນສືບຕໍ່ສ້າງກົງຈັກບໍລິຫານລັດໃຫ້ສົມບູນແບບຢ່າງກະທັດລັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ
ປີ 2022, ຂະແໜງພາຍໃນບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ໃນນັ້ນວຽກງານຊີ້ນຳ, ບໍລິຫານສືບຕໍ່ໄດ້ຮັບການປ່ຽນແປງໃໝ່, ຮັບປະກັນຄວາມລຸລ່ວງ, ເປັນເອກະພາບ ແລະມີ ປະສິດທິຜົນ.
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສ້າງກົງຈັກບໍລິຫານລັດ ໃຫ້ສົມບູນແບບຢ່າງຫະທັດລັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ, ຜັນຂະຫຍາຍໂຄງການສັງລວມແຫ່ງການປະຕິຮູບການບໍລິຫານຮອດປີ 2030 ຢ່າງມີປະສດທິຜົນ. ພ້ອມທັງ, ປ່ຽນແປງໃໝ່, ວຽກງານແຂ່ງຂັນ, ມອບລາງວັນຢ່າງແທດຈິງ ເພື່ອໃຫ້ການແຂ່ງຂັນ, ມອບລາງວັນກາຍເປັນກຳລັງໜູນໃນການຊຸກຍູ້ລະບົບການເມືອງ ແລະ ທົ່ວປວງຊົນມີຄວາມສາມັກຄີ, ເສີມຂະຫຍາຍຈິດໃຈເພີ່ງຕົນເອງກຸ້ມຄົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແທດຈິງ ແລະ ຄວາມຫວັງພັດທະນາປະເທດໃຫ້ເຂັ້ມແຂງແຮງກ້າ, ວັດທະນາຖາວອນ.