• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ​ານ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ແມ່ນ​ເສົ​າ​ຄ້ຳ​ສຳ​ຄັນ​ໃນ​ສາຍ​ພົວ​ພັນ​ແບບ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ທ່ານ ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກ​ສອນ ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ສືບ​ຕໍ່​ຊຸກ​ຍູ້, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ເປັນ​ເອ​ກະ​ພາບ, ຜ່ານ​ນັ້ນ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທ​້​ຈິງ.
  ທ່ານ​ພົນ​ເອກ ຟານວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ ທ່ານພົນ​ເອກ ຄຳ​ລຽງ ອຸ​ທະ​ໄກ​ສອນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ (ພາບ: VGP)  
ຕອນ​ເຊົ້າ​ວັນ​ທີ 9 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານພົນ​ເອກ ຄຳ​ລຽງ ອຸ​ທະ​ໄກ​ສອນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເນື່ອງ​ໃນ​ໂອ​ກາດ​ຕິດ​ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ມາ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ​ຄັ້ງ​ທີ 3, ທ່ານ​ພົນ​ເອກ ຟານວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ເໜີ​ວ່າ ສອງ​ຝ່າຍ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບາງ​ເນື້ອ​ໃນ​ຈຸດ​ສຸມ​ຄື: ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ກ່ຽວ​ກັບ​ວຽກ​ງານ​ພັກ, ວຽກ​ງານ​ການ​ເມືອງ; ປະ​ສານ​ສົມ​ທົບ​ປະ​ຕິ​ບັດ​ວຽກ​ງານ​ກະ​ກຽມ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ດ້ານ​ປ້ອງ​ກັນ​ຊາດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ​ຄັ້ງ​ທີ​ສາມ​ໃຫ້​ເປັນ​ຢ່າງ​ດີ… ສ່ວນ​ທ່ານ ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກ​ສອນ ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ສືບ​ຕໍ່​ຊຸກ​ຍູ້, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ເປັນ​ເອ​ກະ​ພາບ, ຜ່ານ​ນັ້ນ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທ​້​ຈິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ໄທ, ໃນ​ນັ້ນ​ມີ​ພັກ​ພູມ​ໃຈ​ໄທ.

Top