• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງສົມກຽດ

ຊາວກະສິກອນສືບຕໍ່ແມ່ນພື້ນຖານຂອງເສດຖະກິດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ນຳ ຫວຽດນາມ ໃຫ້ກາຍເປັນປະເທດສົ່ງອອກຜະລິດຕະພັນແຖວໜ້າ.
  (ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການເລ​ຂາ​ທິ​ການ​ສູນ​ກາງ​ພັກ, ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ)  

ດ້ວຍ​ຈິດ​ໃຈ “ສາ​ມັກ​ຄີ - ປະ​ຊາ​ທິ​ປະໄຕ - ບ​ຸກ​ທະ​ລຸ - ຮ່ວມ​ມື - ພັດ​ທະ​ນາ”, ວັນ​ທີ08 ມິ​ຖຸ​ນາ, ຢູ່​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່​ວ​ປະ​ເທດ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຄັ້ງ​ທີ 9, ອາ​ຍຸ​ການ 2026 – 2031 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ກອງ​ປ​ະ​ຊຸມ​ໂດຍ​ມີ​ການ​ເຂົ້​າ​ຮ່ວມ​ມື​ຂອງ​ຜ​ູ້​ແທນ​ດີ​ເດັ່ນ 600 ຄົນ ທີ່​ຕາງ​ໜ້າ​ໃຫ້​ພະ​ນັກ​ງາ​ນ, ສະ​ມາ​ຊິກ, ຊາວ​ກະ​ສິ​ກອນ​ເກືອບ 10 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການເລ​ຂາ​ທິ​ການ​ສູນ​ກາງ​ພັກ ເນັ້​ນ​ໜັກ​ວ່າ ຊາວ​ກະ​ສິ​ກອນ​ສືບ​ຕໍ່​ແມ່ນພື້ນ​ຖານ​ຂອງເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ນຳ​ ຫວຽດ​ນາມ ໃຫ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ແຖວ​ໜ້າ. ທ່ານ​ຢືນ​ຢັນ​ວ່າ ມະ​ຕິ​ຂອງ​ພັກ​ກຳ​ນົດ​ແຈ​້ງ: ການ​ພັດ​ທະ​ນາ​ກະ​ສິ​ກຳ​ຕາມ​ທິດ​ຊີ​ວະ​ພາບ, ຄົບ​ວົງ​ຈອນ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊ​ີ; ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ​ສີ​ວິ​ໄລ, ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ… ເພື່ອ​ປະ​ຕິ​ບັດ​​ເປົ້າ​ໝາຍດັ່ງ​ກ່າວ​ໃຫ້​ໄດ້, ທ່ານ ເຈິ່ນ​ເກິມ​ຕູ ສະ​ເໜີ​ວ່າ:

“ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ ແລະ ວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ຕາມ​ທິດ​ກະ​ທັດ​ລັດ, ມີ​ປະ​ສິດ​ທິ​ຜົ​ນ, ໃຫ້​ຊິດຕິດ​ພັນ​ກັບ​ຂັ້ນ​ຮາກ​ຖານ;​ ຍົກ​ສູງ​ຄ​ຸນ​ນະ​ພາບ​ຖັນ​ແຖວ​ພະ​ນັກ​ງານ. ຖື​ຊາ​ວ​ກະ​ສິ​ກອນ​ເປັນ​ໃຈ​ກາງ; ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ​ຕາມ​ລະ​ບົບ​ມູນ​ຄ່າ; ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ, ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ຕອບ​ສະ​ໜອງ​ຄວາມ​ຮຽ​ກ​ຮ້ອງ​ຂອງ​ຕະ​ຫຼາດ. ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ, ແຜນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ; ໜູນ​ຊ່ວ​ຍ​ຊາວ​ກະ​ສິ​ກອນ​ບຳ​ລຸງ​ສ້າງ​ອາ​ຊີບ, ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່”.

(ແຫຼ່ງຄັດຈາກ VOV)

ຈີນ ແລະ ສປປ.ເກົາຫຼີ ຊຸກຍູ້ການແລກປ່ຽນ ແລະ ຮ່ວມມື 2 ຝ່າຍ

ຈີນ ແລະ ສປປ.ເກົາຫຼີ ຊຸກຍູ້ການແລກປ່ຽນ ແລະ ຮ່ວມມື 2 ຝ່າຍ

ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີການແລກປ່ຽນຂັ້ນສູງ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.

Top