• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍ ຮ່າໂນ້ຍ ສ້າງຕ່ອງໂສ້ມູນຄ່າຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ແບບຍືນຍົງຈຳນວນໜຶ່ງ

ວັນທີ 11 ສິງຫາ 2022, ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ແລະ ຝ່າຍ ການາດາ ດຳເນີນໂຄງການຄວາມປອດໄພດ້ານສະບຽງອາຫານເພື່ອພັດທະນາ, ຈັດຕັ້ງພິທີລົງນາມ ແລະ ເລີ່ມປະຕິບັດແຜນການສົມທົບກັນໜູນຊ່ວຍ ຮ່າໂນ້ຍ ໃນການກໍ່ສ້າງ ແລະ ພັດທະນາຕ່ອງໂສ້ຄຸນຄ່າຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ແບບຍືນຍົງຈຳນວນໜຶ່ງ.

   

ພິທີ​ລົງ​ນາມ​ໄດ້​ຈັດ​ຂຶ້ນ​ຢູ່​ ຮ່າ​ໂນ້ຍ. ພາບ: ກົງດາດ/VNP

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫງວຽນ​ງອກ​ເຊີນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ການ​ຜະລິດ​ກະສິກຳ​ຂອງ ຮ່າ​ໂນ້ຍ ສາມາດສະໜອງພຽງ 30 65% (ຂຶ້ນ​ກັບ​ຜະລິດ​ຕະພັນ) ໃຫ້ແກ່ຄວາມຕ້ອງການຂອງກ10 ລ້ານ​ຄົນ​ທີ່ພວມດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ເຂດ​ດັ່ງກ່າວ. ສິນຄ້າທີ່ຂາດຫາຍໄປແມ່ນໄດ້ເຊື່ອມຕໍ່ ແລະ ຂຸດຄົ້ນຈາກແຂວງ, ນະຄອນໃນທົ່ວປະເທດ ແລະ ນໍາເຂົ້າຈາກຕ່າງປະເທດ.

ໃນ​ໄລຍະ​ຜ່ານ​ມາ, ປະຕິບັດ​ແຜນການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຂອງ​ເມືອງ​ຄືນ​ໃໝ່, ສຸມ​ໃສ່​ພັດທະນາ​ຕ່ອງ​ໂສ້​ການ​ສະໜອງ​ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນຳ້ທີ່​ປອດ​ໄພ​ໃຫ້​ເມືອງ, ຜ່ານ​ນັ້ນ 159 ​ແຫ່ງ​ໄດ້​ສ້າງ ​ແລະ ພັດທະນາ​ລະບົບ​ຕ່ອງ​ໂສ້​ຈາກ​ການ​ຜະລິດ​ເຖິງ​ການ​ບໍລິ​ໂພຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນຳ້, ໃນນັ້ນ, ລະບົບຕ່ອງໂສ້ຜະລິດຕະພັນຕົ້ນກຳເນີດຂອງສັດ 53 ລະບົບ ແລະ ຕ່ອງໂສ້ຜະລິດຕະພັນຕົ້ນກຳເນີດພືດ 106 ລະບົບ.

ພ້ອມ​ທັງ​ປະຕິບັດ​ນະ​ໂຍບາຍ “ຮ່າ​ໂນ້ຍ ​ເຖິງ​ທົ່ວ​ປະ​ເທດ, ທົ່ວ​ປະ​ເທດ​ເຖິງ​ ຮ່າ​ໂນ້ຍ”, ນະຄອນ ​ຮ່າ​ໂນ້ຍ ຍາມ​ໃດ​ກໍ່​ຮ່ວມ​ມື ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນຳ້ ທີ່ປອດ​ໄພ​ຂອງ​ບັນດາ​ແຂວງ, ນະຄອນ​ໃນ​ການ​ຊຸກຍູ້, ​ເຊື່ອມ​ໂຍງ ​ແລະ ການ​ບໍລິ​ໂພ​ກ. ຢູ່ ຮ່າໂນ້ຍ ດ້ວຍຫຼາຍຮູບຫຼາຍແບບ ເພື່ອໃຫ້ບັນດາຜະລິດຕະພັນຂອງບັນດາແຂວງ, ນະຄອນສາມາດບໍລິໂພກໄດ້ຫຼາຍທີ່ສຸດຢູ່ຕະຫຼາດ ຮ່າໂນ້ຍ, ປະກອບສ່ວນຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ເຊື່ອມຕໍ່ບັນດາພາກສ່ວນກ່ຽວຂ້ອງ, ສະໜອງສະບຽງອາຫານທີ່ມີຄຸນນະພາບສູງ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຮັບໃຊ້ປະຊາຊົນ.

ປະຈຸບັນ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ແລະ 21 ແຂວງ, ນະຄອນ ພາກເໜືອ ສືບຕໍ່ຮັກສາ 786 ຕ່ອງໂສ້ການສະໜອງສະບຽງອາຫານທີ່ປອດໄພໃຫ້ແກ່ຜະລິດຕະພັນກະເສດ, ປ່າ​ໄມ້ ​ແລະ ສິນໃນນຳທີ່ໄດ້ກໍ່ສ້າງໃນໄລຍະ 2015-2020; ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ລົງ​ນາມ ​ແລະ ສົມທົບ​ກັນ​ຂອງ 22 ​ແຂວງ​ພາກ​ໃຕ້ ດ້ວຍ​ຕ່ອງ​ໂສ້​ສະບຽງ​ອາຫານ​ປອດ​ໄພ 140 ​ແຫ່ງ​ໃຫ້​ນະຄອນ ຮ່າ​ໂນ້ຍ.

    

ທ່ານ ຫງວຽນ​ຍືຕ້ຽບ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ຄຸນ​ນະພາບ​ຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ (MARD) ​ໃຫ້​ຮູ້​ວ່າ: ​ໂຄງການ​ຈະ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ພື້ນຖານ​ເສດຖະກິດ​ ຫວຽດນາມ ​ໂດຍ​ທົ່ວ​ໄປ ​ແລະ ຂະ​ແໜງ​ກະສິກຳ​ເວົ້າ​ສະ​ເພາະ. ພາບ: ກົງດາດ/VNP

   

ທ່ານ ຫງວຽນ​ຫງອກ​ເຊີນ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ. ພາບ: ກົງດາດ/VNP

    

ທ່ານ Brian Allemekenders, ທີ່​ປຶກສາ​ດ້ານ​ການ​ພັດທະນາ, ຫົວໜ້າ​ກົມ​ຮ່ວມ​ມື​ພັດທະນາ​ຂອງ​ສະຖານທູດ​ກາ​ນາ​ດາ ປະຈຳ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ. ພາບ: ກົງດາດ/VNP

ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ເລືອກ​ເຟັ້ນ ຮ່າ​ໂນ້ຍ ​ເປັນ​ທ້ອງ​ຖິ່ນ​ເພື່ອ​ປະຕິບັດ​ໂຄງການ “​ປອດ​ອາຫານ​ເພື່ອ​ພັດທະນາ”. ຕາມ​ນັ້ນ​ແລ້ວ, ຂະ​ແໜງ​ກະສິກຳ ຮ່າ​ໂນ້ຍ ​ເລືອກ​ເຟັ້ນ​ລະບົບ​ຕ່ອງ​ໂສ້​ຈຳນວນ​ໜຶ່ງ​ເພື່ອ​ໜູນ​ຊ່ວຍ​ພື້ນຖານ​ໂຄງ​ລ່າງ, ອຸປະກອນ, ປັບປຸງ​ຄຸນ​ນະພາ​ບອາຫານ ​ແລະ ຄວາມ​ປອດ​ໄພ​ຈາກ​ການ​ຜະລິດ​ເຖິງ​ການ​ບໍລິ​ໂພ​ກ, ການ​ອອກ​ແບບ, ການ​ຫຸ້ມ​ຫໍ່, ການ​ຕະຫຼາດ​ໂຮງຮຽນ... ​ເປັນ​ແບບຢ່າງ, ​ເພື່ອ​ຜັນ​ຂະຫຍາຍ​ໃນ​ຂົງ​ເຂດເມືອງ.

    

ບັນດາ​ຜູ້​ແທນ​ໄດ້​ລົງ​ນາມ​ໃນ​ໂຄງການ​ຮ່ວມ​ມື​ສະໜັບສະໜູນ​ ຮ່າ​ໂນ້ຍ ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ຕ່ອງ​ໂສ້​ຄຸນຄ່າ​ຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ​ແບບ​ຍືນ​ຍົງ. ພາບ: ກົງດາດ/VNP

ຕາມ​ທ່ານ Brian Allemekenders - ຫົວໜ້າ​ອົງການ​ຮ່ວມ​ມື​ພັດທະນາ, ສະຖານທູດ​ກາ​ນາ​ດາ ປະຈຳ ຫວຽດນາມ ​ແລ້ວ, ​ໂຄງການ​ພັດທະນາ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຈະ​ໜູນ​ຊ່ວຍ​ບັນດາ​ນັກ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ບັນດາ​ລະບົບ​ອຸປະກອນ​ທົດ​ລອງ ​ແລະ ກວດກາ​ຢ່າງ​ວ່ອງ​ໄວ​ທີ່​ຈຳ​ເປັນ; ການ​ຖ່າຍ​ໂອນ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​, ຊອບ​ແວ​ການ​ຄຸ້ມ​ຄອງ​, ຄົ້ນ​ຫາ​, ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຮູບ​ແບບ​ການ​ທົດ​ລອງ ...

ທ່ານ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ເສດ, ປ່າ​ໄມ້ ​ແລະ ສິນໃນຳ້ ຫງວຽນ​ຍືຕ້ຽບ ​ໃຫ້​ຮູ້​ວ່າ: ​ເປົ້າ​ໝາຍ​ຂອງ​ໂຄງການ​ແມ່ນ​ໜູນ​ຊ່ວຍ​ນະຄອນ ຮ່າ​ໂນ້ຍ ກໍ່ສ້າງ ​ແລະ ພັດທະນາ​ຕ່ອງ​ໂສ້​ຄຸນຄ່າບຜະລິດ​ຕະພັນ​ກະ​ເສດ, ປ່າ​ໄມ້ ​ແລະ ສິນໃນຳ້​ແບບ​ຍືນ​ຍົງ (ຄາດ​ວ່າ 7-8 ລະບົບ), ສະໜັບສະໜູນການສ້າງຍີ່ຫໍ້, ເຄື່ອງໝາຍການຄ້າ, ຈັດຕັ້ງການສື່ສານເພື່ອສົ່ງເສີມ, ເຊື່ອມຕໍ່, ສົ່ງເສີມບາງຜະລິດຕະພັນຂອງລະບົບຕ່ອງໂສ້./.

ປະຕິບັດ: ກົງດາດ/VNP

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top