• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມຂອງ ລາວ ຍ້ອງຍໍການເຕີບໃຫຍ່ເຂັ້ມແຂງຂອງພັກກອມມູນິດ ຫວຽດນາມ

ທົ່ວພັກ, ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າໄດ້ສືບຕໍ່ປະຕິບັດບັນດາແນວຄິດ ແລະ ຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ໃນພາລະກິດແຫ່ງການສ້າງສາປະເທດຊາດ ບົນເສັ້ນທາງສັງຄົມນິຍົມ.
  ໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ  

ໜັງສືພິມປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ, ສະບັບອອກວັນທີ 06 ກຸມພາ ໄດ້ລົງພິມບົດນຳໃນໜ້າທຳອິດດ້ວຍຫົວຂໍ້ “93 ປີແຫ່ການເຕີບໃຫຍ່ເຂັ້ມແຂງຂອງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2023)”. ບົດຂຽນເນັ້ນໜັກວ່າ: ໃນພິໄນກຳຂອງປະທານ ໂຮ່ຈີມິນ ກ່ອນທີ່ລ່ວງລັບໄປນັ້ນ, ເພີ່ນ ປາດຖະໜາວ່າ “ທົ່ວພັກ, ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ ສາມັກຄີກັນ ສູ້ຊົນ, ສ້າງປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ ແລະ ປະກອບສ່ວນທີ່ສອດຄ່ອງເຂົ້າໃນພາລະກິດປະຕິວັດໂລກ”. ທົ່ວພັກ, ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າໄດ້ສືບຕໍ່ປະຕິບັດບັນດາແນວຄິດ ແລະ ຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ໃນພາລະກິດແຫ່ງການສ້າງສາປະເທດຊາດ ບົນເສັ້ນທາງສັງຄົມນິຍົມ, ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດໃນຕະຫຼອດຊຸມປີຜ່ານມາ.

ບົດຂຽນໄດ້ສະຫຼຸບບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ແມ່ນສຳຄັນທີ່ສຸດ, ຮອບດ້ານ, ສ້າງຂີດໝາຍພົ້ນເດັ່ນຫຼາຍຢ່າງ, ຄືເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຢືນຢັນ “ປະເທດ ຫວຽດນາມ ບໍ່ມີຍາມໃດທີ່ມີພາລະກິດ, ຜົມງານໃຫຍ່ຫຼວງ, ມີກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຄືໃນວັນນີ້”.

 

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top