• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄລ​ຍະ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ກູ​ບາ

“ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ໄດ້ມາຢ້ຽມຢາມມິດຕະພາບ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 28 ກັນຍາ ຫາວັນທີ 2 ຕຸລາ ປີ 2022. ນີ້ແມ່ນການຢ້ຽມຢາມປະເທດຢູ່ນອກພາກພື້ນອາເມລິກາ ລາຕິນຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ນັບແຕ່ເວລາດຳລົງຕຳແໜ່ງແຕ່ເດືອນທັນວາ ປີ 2019. ການຢ້ຽມຢາມເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ, ສືບຕໍ່ ແລະ ພັດທະນາການພົວພັນແບບພິເສດລະຫວ່າງ ຫວຽດນາມ - ກູບາ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບຕໍ່ພັດທະນາ ແລະ ຮັດແໜ້ນການພົວພັນມິດຕະພາບ, ຄວາມສາມັກຄີສັດຊື່ບໍລິສຸດ, ຄວາມເຊື້ອເນື້ອເຊື່ອໃຈເຊິ່ງກັນແລະກັນໃຫ້ຫຼາຍກ່ວາອີກ.
  ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz (ພາບ: TTXVN)  

ຫວຽດນາມ ແລະ ກູບາ ໄດ້ສ້າງຕັ້ງການພົວພັນທາງການທູດ ໃນວັນທີ 2 ທັນວາ ປີ 1960, ພາຍຫຼັງ 2 ປີ ເມື່ອການປະຕິວັດກູບາ ປະສົບຜົນສຳເລັດ (1 ມັງກອນ 1959). ໃນປະຫວັດສາດໂລກປັດຈຸບັນ, ຍາກທີ່ຈະມີການພົວພັນໃດພິເສດຄືການພົວພັນລະຫວ່າງ ຫວຽດນາມ - ກູບາ. ໃນຕະຫຼອດໄລຍະເກືອບ 62 ປີຜ່ານມາ, ສອງຊາດ ຫວຽດນາມ - ກູບາ ຍາມໃດກໍ່ຮ່ຽງບ່າຮ່ຽງໄຫຼ່ໃນການຕໍ່ສູ້ເພື່ອເອກະລາດ, ເສລີພາບ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາ ປະເທດສັງຄົມນິຍົມຢູ່ແຕ່ລະປະເທດ.

ບັນດາໝາກຜົນແຫ່ງການຮ່ວມມືໃນຫຼາຍດ້ານ

ການພົວພັນດ້ານການເມືອງອັນດີງາມ ລະຫວ່າງສອງປະເທດ ໄດ້ສ້າງທ່ວງທ່າໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າ ພັດທະນາ. ປີ 2021, ວົງເງິນການຄ້າສອງຝ່າຍບັນລຸເກືອບ 262 ລ້ານ USD, ເພີ່ມຂຶ້ນ 46,6% ເມື່ອທຽບໃສ່ກັບປີ 2020. ວັນທີ 1 ເມສາ ປີ 2020, ສັນຍາການຄ້າ ຫວຽດນາມ - ກູບາ ທີ່ໄດ້ຮັບການລົງນາມ ໃນວັນທີ 9 ພະຈິກ ປີ 2018 ມີຜົນສັກສິດຢ່າງເປັນທາງການດ້ວຍຄຳໝັ້ນສັນຍາໃຫ້ບຸລິມະສິດດ້ານການຄ້າໃໝ່, ນຳມາເຊິ່ງຜົນປະໂຫຍດມາໃຫ້ວິສາຫະກິດສອງປະເທດ ແລະ ສ້າງເງື່ອນໄຂສະດວກ ໃຫ້ແກ່ການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າສອງຝ່າຍ. ປັດຈຸບັນ, ຫວຽດນາມ ແມ່ນປະເທດມາລົງທຶນຫຼາຍທີ່ສຸດຢູ່ເຂດອາຊີ - ໂອເຊອາເນຍ ຢູ່ກູບາ. ມີຫຼາຍໂຄງການລົງທຶນ 100% ທຶນຂອງຕ່າງປະເທດ ແລະ ຮ່ວມທຸລະກິດລະຫວ່າງສອງປະເທດໄດ້ສ້າງຕັ້ງ ແລະ ນຳເຂົ້າເຄື່ອນໄຫວ. ມີວິສາຫະກິດສຳຄັນຂອງ ຫວຽດນາມ ຫຼາຍແຫ່ງມີຄວາມສົນໃຈຕໍ່ຕະຫຼາດກູບາ ແລະ ໄດ້ມາກູບາ ເພື່ອຊອກຫາກາລະໂອກາດຮ່ວມມື, ລົງທຶນ. ບາງວິສາຫະກິດ ຫວຽດານາມ ພວມຜັນຂະຫຍາຍບັນດາໂຄງການລົງທຶນກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງເຂດອຸດສາຫະກຳ, ຜະລິດວັດສະດຸກໍ່ສ້າງ, ຜະລິດແຟັບ ຢູ່ເຂດພັດທະນາພິເສດ Mariel, San Miguel, Santa Cruz.

ໃນການຮ່ວມມືດ້ານກະສິກຳ, ໂຄງການຮ່ວມມືໜູນຊ່ວຍ ກູບາພັດທະນາການຜະລິດເຂົ້າສານ ຂອບຂະໜາດຄອບຄົວໄລຍະ 2011 – 2015 ດ້ວຍຍອດເງິນລົງທຶນ 43 ລ້ານ USD ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າ. ບັນດາໂຄງການໜູນຊ່ວຍກູບາ ຜະລິດສາລີ, ໝາກຖົ່ວເຫຼືອງ ແລະ ປູກລ້ຽງສິນໃນນ້ຳ ໄລຍະ 1 ແລະ ໄລຍະ 2 ກໍ່ບັນລຸໝາກຜົນດີພໍສົມຄວນ.

ໃນໄລຍະ ເກີດພະຍາດໂຄວິດ - 19, ສອງຝ່າຍມີບັນດາການໜູນຊ່ວຍຢ່າງແທດຈິງ. ຈົນຮອດທ້າຍປີ 2021, ກູບາໄດ້ສະໜອງວັກຊິນ Ablaba ກັນໂຄວິດ - 19 ເປັນຈຳນວນຫຼາຍ ແລະ ກຽມພ້ອມສົ່ງນັກຊ່ຽວຊາຍມາຖ່າຍທອດເຕັກໂນໂລຢີຜະລິດວັກຊິນໃຫ້ ຫວຽດນາມ. ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ດັ້ງຮ່ວາງຢາງ ຕີລາຄາວ່າ:

ໃນສະພາບການພິເສດທີ່ສຸດການໜູນຊ່ວຍບໍ່ຢ່າງຈິດໃຈ ແລະ ໃສແຈ້ງ ລະຫວ່າງສອງປະເທດມີຄວາມໝາຍສຳຄັນພິເສດກູບາ ໄດ້ໜູນຊ່ວຍ ວັກຊິນໃຫ້ ຫວຽດນາມຫວຽດນາມໜູນຊ່ວຍກູບາ ດ້ານທັນຍາຫານການຊ່ວຍເຫຼືອດັ່ງກ່າວ ໄດ້ສະແດງໃຫ້ເຫັນຈິດໃຈ “ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ” ໃນການພົວພັນສອງປະເທດຢ່າງຈະແຈ້ງ.

ຍົກສູງການພົວພັນຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນ

ໃນການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz, ການນຳຂັ້ນສູງສອງປະເທດຈະ ເປັນເອກະພາບກ່ຽວກັບທິດທາງ ແລະ ມາດຕະການລະອຽດ ເພື່ອຍົກສູງກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກູບາກ່ວາອີກ. ພ້ອມທັງຊຸກຍູ້ວິສາຫະກິດສອງປະເທດຮ່ວມມືໃນການລົງທຶນ. ໃນການຢ້ຽມຢາມນີ້, ສອງປະເທດ ຈະລົງນາມແຜນການກະທຳຮ່ວມ ເພື່ອຜັນຂະຫຍາຍໂຄງການດຳເນີນງານການແພດສອງຝ່າຍໄລຍະ 2023 – 2025 ກວມລວມການຮ່ວມມືລະຫວ່າງສອງປະເທດ ໃນກ່ວາ 10 ຂົງເຂດ, ໃນນັ້ນມີ ເສດຖະກິດ, ການຄ້າ, ກະສິກຳ, ອຸດສາຫະກຳ, ການກໍ່ສ້າງ, ຄົມມະນາຄົມ. ເມື່ອເຕື້ອງເຖິງຄວາມສາມາດບົ່ມຊ້ອນການຮ່ວມມືສອງຝ່າຍ, ທ່ານນາງ Lianys Torres Rivera ອະດີດເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ, ຖືວ່າ:

ສອງປະເທດຕ້ອງເພີ່ມທະວີການພົວພັນດ້ານເສດຖະກິດການຄ້າການຮ່ວມມືໃນຂົງເຂດນີ້ມີຄວາມສຳຄັນທີ່ສຸດພິເສດເມື່ອເວົ້າເຖິງການລົງທຶນນັບມື້ນັບມີວິສາຫະກິດ ຫວຽດນາມ ມາລົງທຶນຢູ່ ກູບາບັນດາຂົງເຂດທ່າແຮງຂອງກູບາ ອາດຈະເວົ້າເຖິງແມ່ນ ການແພດກູບາອາດຈະແບ່ງປັນ ບັນດາບົດຽນປະສົບກັນຂອງຕົນ ກັບຫວຽດນາມ ຄື ໄດ້ ແລະ ພວມເຮັດກັບຫຼາຍປະເທດໃນໂລກກູບາຫວັງວ່າ ຈະດຶງດູດໄດ້ນັກລົງທຶນ ຫວຽດນາມ ຫຼາຍກ່ວາອີກ ນັບທັງຂົງເຂດພາກລັດ ແລະ ພາກເອກະຊົນເພື່ອເຮັດແນວໃດໃຫ້ເງິນລົງທຶນຂອງ ຫວຽດນາມ ມີທີ່ຕັ້ງສຳຄັນໃນພື້ນຖານເສດຖະກິດກູບາ ແລະ ອາດຈະປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ວິວັດການອັບເດດຮູບແບບເສດຖະກິດຂອງປະເທດພວກຂ້າພະເຈົ້າ.

ໂດຍໄດ້ສ້າງຕັ້ງ, ເພີ່ມພູນຄູນສ້າງ, ທົບສອບຜ່ານຫຼາຍປີທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຂອງປະຫວັດສາດ, ການພົວພັນຫວຽດນາມ - ກູບາ ແມ່ນຊັບສິນອັນລ້ຳຄ່າສຳລັບພາລະກິດແຫ່ງການປະຕິວັດຂອງແຕ່ລະປະເທດ. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມຕັດສິນໃຈຂອງການນຳສອງປະເທດນຳການພົວພັນສອງຝ່າຍຂຶ້ນສູ່ໄລຍະພັດທະນາໃໝ່.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top