ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.
ເປີດຕົວສະພາໃຫ້ຄຳປຶກສາ ຂອວເວທີປາໄສປັນຍາຊົນໜຸ່ມ (ພາບ:TTXVN)
ຕອນເຊົ້າວັນທີ 19 ກໍລະກົດ, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ຖືກໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ດ້ວຍຫົວຂໍ້ “ປັນຍາຊົນໜຸ່ມ ຫວຽດນາມ ໃນທົ່ວໂລກ ປະກອບເຫື່ອແຮງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.
ເວທີປາໄສ ແມ່ນຊ່ອງທາງແລກປ່ຽນລະຫວ່າງປັນຍາຊົນໜຸ່ມ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຫງວຽນເຕືອງເລິມ ເນັ້ນໜັກວ່າ:
“ພວກຂ້າພະເຂົ້າປາດຖະໜາວ່າ ການເຊື່ອມຕໍ່ແຫຼ່ງພູມປັນຍາຂອງບັນດາເພື່ອນໜຸ່ມ ຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວໂລກ ກັບບັນດາຮາກຖານຄົ້ນຄວ້າ, ບັນດາກຸ່ມບໍລິສັດວິສາຫະກິດ, ເພື່ອມີຂົວຕໍ່, ມີບັນດາການສົມທົບລະອຽດ ໂດຍເລີ່ມມາຈາກສະພາບການຕົວຈິງຂອງການອອກແຮງງານທຳການຜະລິດ, ຄວາມຮຽກຮ້ອງຕ້ອງການດຳເນີນທຸລະກິດຂອງບັນດາກົມກອງ, ຂອງບັນດາສະຖາບັນຄົ້ນຄວ້າ ສັ່ງກັບບັນດາປັນຍາຊົນໜຸ່ມ. ຈາກນັ້ນ, ບັນດາເພື່ອນໜຸ່ມສາມາດເສີມຂະຫຍາຍໄດ້ພຸມປັນຍາຂອງຕົນດ້ວຍການປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງປະເທດຊາດ”
ໃນເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລື 4 ກຸ່ມເນື້ອໃນ: ໝູນໃຊ້ປັນຍາປະດິດ (AI) ແລະ ບັນດາເຕັກໂນໂລຢີໃໝ່ ເພື່ອຍົກສູງສະມັດຕະພາບແຮງງານ; startup ນະວັດຕະກຳ ຕິດພັນກັບເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ; ຮັບມືກັບບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາດທົ່ວໂລກແບບຍືນຍົງ; ພັດທະນາພື້ນຖານວັດທະນະທຳ, ການສຶກສາໃນສັງກາດໃໝ່.
(ແຫຼ່ງຄັດຈາກ VOV)