• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດສາ​ກົນ ຫວຽດ​ນາມ 2022

“ນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ ແມ່ນສັນຕິພາບ, ປ້ອງກັນຕົວ ແລະ ເພື່ອປະຊາຊົນ. ປັດຈຸບັນ, ກອງທັບປະຊາຊົນ ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມບັນດາຮູບແບບການຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມທັງສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດໃນໂລກ. ການຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ ແລະ ພິເສດແມ່ນງານວາງສະແດງປ້ອງກັນຊາດສາກົນປີ 2022 ຈະເປີດກາລະໂອກາດຮ່ວມມື ພ້ອມກັນສຶກສາຄົ້ນຄວ້າທ່າອ່ຽງພັດທະນາຂອງຍານອຸປະກອນເຕັກນິກອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ໃນໂລກ..."
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໋ງກົດປຸ່ມໄຂງານວາງສະແດງ

ຕອນເຊົ້າວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີໄຂງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2022. ເຂົ້າຮ່ວມເຫດການດັ່ງກ່າວມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານພົນເອກ ຟານວັນຢາງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ; ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານ Saikhanbayar Gursed ລັດຖະມົນຕີກະຊວງປ້ອງກັນປະເທດ ມົງໂກນ; ທ່ານພົນຕີ Victor Rojo Ramos, ຫົວໜ້າຝ່າຍການເມືອງບັນດາກຳລັງປະກອບອາວຸດປະຕິວັດ ກູບາ… ພ້ອມດ້ວຍຜູ້ຕາງໜ້າການນຳກະຊວງປ້ອງກັນປະເທດ, ຜູ້ບັນຊາການທະຫານບັນດາປະເທດໃນພາກພື້ນ ແລະໂລກ. ໂດຍດຳເນີນແຕ່ວັນທີ 8 – 10 ທັນວາ, ງານວາງສະແດງໄດ້ດຶງດູດກວ່າ 170 ຫົວໜ່ວຍ, ວິສາຫະກິດ ທີ່ມາຈາກ 30 ປະເທດໃນໂລກເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ:

“ນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ ແມ່ນສັນຕິພາບ, ປ້ອງກັນຕົວ ແລະ ເພື່ອປະຊາຊົນ. ປັດຈຸບັນ, ກອງທັບປະຊາຊົນ ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມບັນດາຮູບແບບການຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມທັງສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດໃນໂລກ. ການຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ ແລະ ພິເສດແມ່ນງານວາງສະແດງປ້ອງກັນຊາດສາກົນປີ 2022 ຈະເປີດກາລະໂອກາດຮ່ວມມື ພ້ອມກັນສຶກສາຄົ້ນຄວ້າທ່າອ່ຽງພັດທະນາຂອງຍານອຸປະກອນເຕັກນິກອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ໃນໂລກ; ຫັນຊ່ອງທາງການຊື້ຂາຍເປັນຫຼາຍຮູບຫຼາຍແບບ; ວິທີຮັບເໝົາ, ຖ່າຍທອດເຕັກໂນໂລຢີຂອງຕ່າງປະເທດ ແລະ ການຜະລິດອາວຸດຍຸດໂທປະກອນ, ພະລາທິການ, ຕອບສະໜອງໃຫ້ແກ່ກຳລັງປະກອບອາວຸດຂອງບັນດາປະເທດ ເພື່ອຮັບໃຊ້ຄວາມຕ້ອງການປົກປັກຮັກສາປະເທດຊາດ, ປົກປ້ອງປະຊາຊົນຈາກສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່”.

ໃນຂອບເຂດງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ ປີ 2022 ຈະດຳເນີນເຫດການຕ່າງໆຄື ກອງປະຊຸມສຳມະນາ “ຫັນເປັນດີຈີຕອນ ແລະ ໝູນໃຊ້ເຂົ້າໃນຂົງເຂດາປ້ອງກັນຊາດ”, “ການຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ ຫວຽດນາມ ແລະ ບັນດາປະເທດ”; ເວທີປາໄສ “ຮ່ວມມືກ່ຽວກັບອຸດສາຫະກຳປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ”./.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top