• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV ຢ່າງສົມກຽດ

ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນຢ່າງເປັນທາງການ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

 ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ບັນດາສະມາຊິກສະພາແຫ່ງຊາດ ແລະ ເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຄະນະທູຕານູທູດ ປະຈຳການທີ່ຮ່າໂນ້ຍ. ວາລະໄຂໄດ້ອອກອາກາດ, ຖ່າຍທອດສົດເພື່ອໃຫ້ຜູ້ມີສິດເລືອກຕັ້ງຕິດຕາມ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ວັນທີ 23 ພຶດສະພາ ປີ 2021, ການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ແມ່ນວັນບຸນໃຫຍ່ຢ່າງແທ້ຈິງຂອງປະຊາຊົນ, ເຊິ່ງສະແດງໃຫ້ເຫັນຄວາມຮັບຜິດຊອບດ້ານການເມືອງສູງທີ່ສຸດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ.

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະຕັດສິນແຜນນະໂຍບາຍລົງທຶນ 5 ໂຄງການພື້ນຖານໂຄງລ່າງຄົມມະນາຄົມສຳຄັນ, ໃນນັ້ນມີເສັ້ນທາງຫຼວງອ້ອມຮອບເລກທາງ 4 ເຂດນະຄອນຫຼວງຮ່າໂນ້ຍ, ເສັ້ນທາງຫຼວງອ້ອມຮອບເລກ 3 ນະຄອນໂຮ່ຈີມິນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັ້ກວ່າ:

ໜຶ່ງປີຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕິດແທດໂຄງການກະທຳ, ຮັກສາສັນຍາຂອງຕົນຕໍ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ຕິດແທດພຶດຕິກຳຕົວຈິງ ຢ່າງໃກ້ຊິດເພື່ອຖ່າຍທອດເຂົ້າໃນໂຄງການດຳເນີນງານຂອງສະພາແຫ່ງຊາດ, ຍົກສູງລະດັບຄວາມຮູ້ ແລະ ກຳລັງຄວາມສາມາດ ການເຄື່ອນໄຫວໃນທຸກດ້ານຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າຂໍເປັນກຽດສະແດງຄວາມຂອບໃຈຕໍ່ບັນດາສະມາຊິກສະພາແຫ່ງຊາດ ເຊິ່ງຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຫື່ອແຮງ, ພຸມປັນຍາ, ຄວາມຮັບຜິດຊອບ ໃນແຕ່ລະເນື້ອໃນສະພາແຫ່ງຊາດ ພິຈາລະນາ, ຕັດສິນ. ສະເໜີໃຫ້ສະມາຊິກສະພາແຫ່ງຊາດສືບຕໍ່ເສີມຂະຫຍາຍຈິດໃຈດັ່ງກ່າວໃຫ້ຫຼາຍກ່ວາອີກ, ປະກອບສ່ວນສ້າງຜົນສຳເລັດຂອງກອງປະຊຸມ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top