ອົງການ WHO ຕີລາຄາວ່າປະຈຸບັນ, ຄວາມສ່ຽງໃນລະດັບ “ສູງທີ່ສຸດ” ແມ່ນສຳລັບ ສປ. ກົງໂກ ແລະ ລະດັບ “ສູງ” ສຳລັບ Ugandaແລະບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນດິນຕິດຈອດກັນທາງບົກກັບບັນດາເຂດຖືກຜົນກະທົບ, ແລະ ລະດັບ “ຕ່ຳ” ສຳລັບບັນດາປະເທດຍັງເຫຼືອຢູ່ ອາຟະລິກາ ແລະ ໃນທົ່ວໂລກ.
ໄລ່ຮອດວັນທີ 07 ມິຖຸນາ, ສປ.ກົງໂກ ໄດ້ຮັບຮູ້ 515 ກໍລະນີຕິດເຊື້ອ (ພາບ: REUTERS/Gradel Muyisa Mumbere)
ວັນທີ 8 ມິຖຸນາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ໂລກລະບາດ Ebola ຢູ່ ສປ. ກົງໂກ ພວມແຜ່ລາມອອກສູ່ວົງກວ້າງ, ຈຳນວນກໍລະນີຕິດເຊື້ອນັບມື້ນັບເພີ່ມຂຶ້ນ, ຂອບເຂດພູມີສາດກວ້າງກວ່າ ແລະ ແຜ່ລະບາດຂ້າມຊາຍແດນໄປຍັງ Uganda. ໃນລາຍການຂ່າວທີ່ອັບເດັດຫຼ້າສຸດນີ້, ອົງການ WHO ຕີລາຄາວ່າປະຈຸບັນ, ຄວາມສ່ຽງໃນລະດັບ “ສູງທີ່ສຸດ” ແມ່ນສຳລັບ ສປ. ກົງໂກ ແລະ ລະດັບ “ສູງ” ສຳລັບ Ugandaແລະບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນດິນຕິດຈອດກັນທາງບົກກັບບັນດາເຂດຖືກຜົນກະທົບ, ແລະ ລະດັບ “ຕ່ຳ” ສຳລັບບັນດາປະເທດຍັງເຫຼືອຢູ່ ອາຟະລິກາ ແລະ ໃນທົ່ວໂລກ.
ໄລ່ຮອດວັນທີ 07 ມິຖຸນາ, ສປ.ກົງໂກ ໄດ້ຮັບຮູ້ 515 ກໍລະນີຕິດເຊື້ອ, ໃນນັ້ນ ມີ 91 ກໍລະນີເສຍຊີວິດ. Uganda ລາຍງານວ່າມີ 19 ກໍລະນີຕິດເຊື້ອ, ໃນນັ້ນ ມີ 2 ກໍລະນີເສຍຊີວິດ. ປັດຈຸບັນ, WHO ພວມສົມທົບກັບອຳນາດການປົກຄອງແຫ່ງຊາດ ແລະ ບັນດາຄູ່່ຮ່ວມມືເພື່ອປະຕິບັດບັນດາມາດຕະການຮັບມື.
(ແຫຼ່ງຄັດຈາກ VOV)