• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ຟື້ນຟູຢ່າງຕັ້ງໜ້າ, ຄາດວ່າລະດັບເຕີບໂຕ GDP 6 ເດືອນຜ່ານມາບັນລຸ 6,42 %

ເສດຖະກິດ - ສັງຄົມຕົ້ນເດືອນມິຖຸນາ ແລະ 6 ເດືອນຕົ້ນປີ 2022 ມີສັນຍານດີໃນຂົງເຂດເກືອບທັງໝົດ, ມີດ້ານບຸກທະລຸ, ສ້າງຂີດໝາຍທີ່ເຂັ້ມຂົ້ນ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານ ກອງປະຊຸມທາງໄກຂອງລັດຖະບານກັບບັນດາທ້ອງຖິ່ນ (ພາບ:Dương Giang/TTXVN)  

ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ກອງປະຊຸມທາງໄກຂອງລັດຖະບານກັບບັນດາທ້ອງຖິ່ນ ແລະ ກອງປະຊຸມປະຈຳເດືອນ ມິຖຸນາ 2022 ຂອງລັດຖະບານ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນ ມິຖຸນາ ແລະ 6 ເດືອນຕົ້ນປີ 2022 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 4 ກໍລະກົດ. ຈາກສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ, ກອງປະຊຸມໄດ້ເຊື່ອມຕໍ່ກັບບັນດາສະຖານທີ່ເຊື່ອມຕໍ່ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ເສດຖະກິດ - ສັງຄົມຕົ້ນເດືອນມິຖຸນາ ແລະ 6 ເດືອນຕົ້ນປີ 2022 ມີສັນຍານດີໃນຂົງເຂດເກືອບທັງໝົດ, ມີດ້ານບຸກທະລຸ, ສ້າງຂີດໝາຍທີ່ເຂັ້ມຂົ້ນ. ເສດຖະກິດມະຫາພາກໄດ້ຮັບປະກັນລາຍຮັບ - ລາຍຈ່າຍງົບປະມານ, ການສົ່ງອອກ - ນຳເຂົ້າ, ການສະໜອງ ແລະ ຄວາມຕ້ອງການດ້ານແຮງງານ, ພະລັງງານ ແລະ ທັນຍາຫານ. ຂົງເຂດອຸດສາຫະກຳໄດ້ເຕີບໂຕ, ການບໍລິການຟື້ນຟູ ແລະ ຂະແໜງກະສິກຳພັດທະນາຢ່າງມີສະຖຽນລະພາບ. ລະດັບການເຕີບໂຕດ້ານເສດຖະກິດສູງພໍສົມຄວນ, ພິເສດແມ່ນໃນໄຕມາດ II ມີລະດັບການເຕີບໂຕສູງສຸດໃນຮອບເວລາ 11 ປີຜ່ານມາ.

ໃນໄລຍະຈະມາເຖິງ, ຄາດວ່າຈະຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ດັ່ງນັ້ນຄວນມີຄວາມຕັດສິນໃຈສູງກ່ວາ, ມີຄວາມມານະພະຍາຍາມໃຫຍ່ຫຼວງກ່ວາ, ປະຕິບັດດ້ວຍຄວາມຮັບຜິດຊອບ, ມີປະສິດທິຜົນກ່ວາຈຶ່ງຈະບັນລຸໄດ້ບັນດາຄາດໝາຍ, ໜ້າທີ່ທີ່ໄດ້ວາງອອກໃນປີ 2022 ແລະ ໄລຍະ 2021 – 2025. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

“ເນື້ອໃນຈິດໃຈແມ່ນປຶກສາຫາລືຢ່າງກົງໄປກົງມາ, ຊີ້ແຈ້ງບັນດາວຽກງານທີ່ໄດ້ເຮັດແລ້ວ ແລະ ບໍ່ທັນເຮັດໄດ້ໃນ 6 ເດືອນຕົ້ນປີ; ຮັບຮູ້ຢ່າງພາວະວິໄສກ່ຽວກັບບັນຫາໝາກຜົນ, ສາເຫດ, ເປັນຕົ້ນແມ່ນສາເຫດອັດຕະວິໄສ, ບົດຮຽນ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຕົ້ນຕໍໃນປະຈຸບັນ. ພິເສດ, ບັນດາທ້ອງຖິ່ນຄວນແບ່ງປັນບັນດາບົດຮຽນທີ່ດີ ກໍ່ຄືສະເໜີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ ແລະ ບັນດາຈຸດສຸມໃນໄລຍະຈະມາເຖິງ.”

ລາຍງານທີ່ກອງປະຊຸມ, ທ່ານ ຫງວຽນຈີ້ຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ໄດ້ຮັບການຕີລາສູງຈາກປະຊາຄົມສາກົນ. ຄິດສະເລ່ຍ 6 ເດືອນ, ຄາດວ່າລະດັບເຕີບໂຕ GDP ຈະບັນລຸ 6,42% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ສູງກ່ວາເມື່ອທຽບໃສ່ແຜນການ, ເທົ່າກັບລະດັບສະເລ່ຍຂອງຊຸມປີກ່ອນເກີດໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top