• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026: ສະ​ແດງຫຼັກ​ໝັ້ນ​ເປັນ​ເຈົ້າ​ການ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ

ຫວຽດ​ນາມ ໄດ້​ພັດ​ທະ​ນາ​ເວ​ທີ​ປາ​ໄສ ອະ​ນາ​ຄົດ ອາ​ຊຽນ ​ເປັນ​ກົນ​ໄກ​ສົນ​ທະ​ນາ​ຂັ້ນ​ສູງ ໂດຍ​ສຸມ​ໃສ່​ບັນ​ດາ​ເປົ້າ​ໝາຍ​ໄລ​ຍະ​ຍາວ, ສ້າງ​ຄວາ​ມ​ເຫັນ​ດີ​ເຫັນ​ພ້ອມ ແລະ ກຳ​ນົດ​ທິດ​ທາງ​​ຮ່ວມ​ມື.
  ທ່ານ ສາດ​ສະ​ດາ​ຈານ ຂວາງ​ຣຶ​ຂານ, ມະ​ຫາ​ວິ​ທະ​ຍາ​ໄລ ຮ​ວາ​ແຈວ ແຂວງ ຝູ​ກຽນ (ຈີນ) (ພາບ:TTXVN)  

ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026: ສະ​ແດງຫຼັກ​ໝັ້ນ​ເປັນ​ເຈົ້າ​ການ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ. ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ ສາດ​ສະ​ດາ​ຈານ ຂວາງ​ຣຶ​ຂານ, ມະ​ຫາ​ວິ​ທະ​ຍາ​ໄລ ຮ​ວາ​ແຈວ ແຂວງ ຝູ​ກຽນ (ຈີນ), ຢັ້ງ​ຢືນ​ ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປ​າ​ໄສ​ອະ​ນາ​ຄົດ ອາ​ຊຽນ​ຄັ້ງ​ທີ 3 ຢ່າງ​ຕໍ່​ເນື່ອງ​, ກໍ​ຄື​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ອາ​ຊຽນ. ທ່ານ ສ​ຈ. ຂວາງ​ຣຶ​ຂານ ຖື​ວ່າ ສິ່ງ​ດັ່ງ​ກ່າວ​ກໍ​ຊີ້​ໃຫ້​ເຫັນ​ບົດ​ບາດ​ນຳ​ພາ​ ແລະ ການ​ກະ​ທຳ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ ອາ​ຊຽ​ນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນການ​ພັດ​ທະ​ນາ​ຂອງ ອາ​ຊຽນ. ຫວຽດ​ນາມ ໄດ້​ພັດ​ທະ​ນາ​ເວ​ທີ​ປາ​ໄສ ອະ​ນາ​ຄົດ ອາ​ຊຽນ ​ເປັນ​ກົນ​ໄກ​ສົນ​ທະ​ນາ​ຂັ້ນ​ສູງ ໂດຍ​ສຸມ​ໃສ່​ບັນ​ດາ​ເປົ້າ​ໝາຍ​ໄລ​ຍະ​ຍາວ, ສ້າງ​ຄວາ​ມ​ເຫັນ​ດີ​ເຫັນ​ພ້ອມ ແລະ ກຳ​ນົດ​ທິດ​ທາງ​​ຮ່ວມ​ມື. ໂຄງ​ການ​ດຳ​ເນີນ​ງານ​ຂອງ ເວ​ທີ​ປາ​ໄສ ສອດ​ຄ່ອງ​ ແລະ ສະ​ໜິດ​ແໜ້ນ​ກັບ​ທ່າ​ອ່ຽງ​ເຊື່ອງ​ໂຍງ ອາ​ຊຽນ, ການ​ພັດ​ທະ​ນາ​ທົ່ວ​ໂລກ, ເຕົ້າ​ໂຮມ​ພູມ​ປັນ​ຍາ​ຈາກວົງ​ການ​ນັກ​ການ​ເມືອງ, ວິ​ສາ​ຫະ​ກິດ ແລະ ວິ​ຊາ​ການ​ສຶກ​ສາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ໜູນ​ຊ່ວຍ​ທາງ​ດ້ານ​ທິດ​ສະ​ດີໃຫ້​ແກ່​ຄວາມ​ເປັນ​ເຈົ້າ​ຍຸດ​ທະ​ສາດ ແລະ ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົ​ງຂອງ ອາ​ຊຽນ. ທ່ານ​ກໍ​ຖື​ວ່າ ເວ​ທີ​ປາ​ໄສ​ດັ່ງ​ກ່າວ​ກໍ​ສ້າງ​ໂອ​ກາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ ແລະ ອາ​ເມ​ລິ​ກາ ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ອີກ​ດ້ວຍ.

  ການ​ສົນ​ທະ​ນາ “ຊາວ​ໜ​ຸ່ມ ອາ​ຊຽນ: ຄວາມ​ຄາດ​ຫວັງ​ຮອດ​ປີ 2030 (ພາບ: nhandan.vn)  

ໃນ​ຂອບ​ເຂດ​ຂອງ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 ທີ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ, ວັນ​ທີ 8 ມິ​ຖຸ​ນາ, ການ​ສົນ​ທະ​ນາ “ຊາວ​ໜ​ຸ່ມ ອາ​ຊຽນ: ຄວາມ​ຄາດ​ຫວັງ​ຮອດ​ປີ 2030” ຖ​ື​ກ​ຈັດ​ຂຶ້ນ​ຢູ່​ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ ດ້ວຍ​ຫົວ​ຂໍ້ “ສ້າງ​ອະ​ນາ​ຄົດ​ຂອງ ອາ​ຊຽນ: ການ​ສົນ​ທະ​ນາ​ລະ​ຫວ່າງ​ລຸ້ນ​ຕໍ່​ລຸ້ນ”. ນະ​ທີ່​ນີ້, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື​​ສາມ​ທ່າ​ອ່ຽງ​ແກ່ນ​ສານ​ຮອດ​ປີ 2030 ລວມ​ມີ: ປັນ​ຍາ​ປະ​ດິດ(AI), ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ແກ້ງ​ແຍ້ງ​ຍຸດ​ທະ​ສາດ, ບັນ​ດາ​ນັກ​ປະ​ຖະ​ກະ​ຖາ​ທີ່​ວາ​ລະ​ສົນ​ທະ​ນາ​ໄດ້​ນຳ​ມາ​ເຊິ່ງ​ຫຼາຍ​ທັດ​ສະ​ນະ​ທີ່​ແຕກ​ຕ່າງ​ກັນ.

ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ໄທ, ໃນ​ນັ້ນ​ມີ​ພັກ​ພູມ​ໃຈ​ໄທ.

Top