• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ສິງ​ກະ​ໂປ

ຢູ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນ 7 ຂົງເຂດຮ່ວມມື, ນັບແຕ່ກອງປະຊຸມຄັ້ງທີ 15 ທີ່ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນເດືອນ ພະຈິກ ປີ 2021 ມາຮອດປັດຈຸບັນ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງເປີດກວ້າງການຮ່ວມມືໃນຂົງເຂດພະລັງງານຜະລິດຄືນໃໝ່.

ຢູ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນ 7 ຂົງເຂດຮ່ວມມື, ນັບແຕ່ກອງປະຊຸມຄັ້ງທີ 15 ທີ່ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນເດືອນ ພະຈິກ ປີ 2021 ມາຮອດປັດຈຸບັນ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງເປີດກວ້າງການຮ່ວມມືໃນຂົງເຂດພະລັງງານຜະລິດຄືນໃໝ່.

  ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານ Tan See Leng ລັດຖະມົນຕີຜູ້ທີສອງ ກະຊວງອຸດສາຫະກຳການຄ້າ ທັງເປັນ ລັດຖະມົນຕີຊັບພະຍາກອນມະນຸດ ສິງກະໂປ (ພາບ: TTXVN)  

ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການເຊື່ອມຕໍ່ດ້ານເສດຖະກິດ ຫວຽດນາມ - ສິງກະໂປ ຄັ້ງທີ 16 ໄດ້ຈັດຂຶ້ນໃນວັນທີ 2 ທັນວາ ຢູ່ສິງກະໂປ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານ Tan See Leng ລັດຖະມົນຕີຜູ້ທີສອງ ກະຊວງອຸດສາຫະກຳການຄ້າ ທັງເປັນ ລັດຖະມົນຕີຊັບພະຍາກອນມະນຸດ ສິງກະໂປ. 

ຢູ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນທີ່ບັນລຸໄດ້ໃນ 7 ຂົງເຂດຮ່ວມມື, ນັບແຕ່ກອງປະຊຸມຄັ້ງທີ 15 ທີ່ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນເດືອນ ພະຈິກ ປີ 2021 ມາຮອດປັດຈຸບັນ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງເປີດກວ້າງການຮ່ວມມືໃນຂົງເຂດພະລັງງານຜະລິດຄືນໃໝ່, ປ່ຽນແປງໃໝ່ປະດິດຄິດສ້າງ ຄືການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບໃນການຢ້ຽມຢາມຂັ້ນສູງເຊິ່ງກັນແລະກັນ ໃນໄລຍະຜ່ານມາ. ຫວຽດນາມ ຢັ້ງຢືນວ່າ ບັນດາທັດສະນະ ແລະ ຄວາມສົນໃຈໃນການຮ່ວມມືທາງດ້ານເສດຖະກິດກັບ ສິງກະໂປ, ສະເໜີຝ່າຍສິງກະໂປ ມານະພະຍາຍາມສົມທົບກັນຜັນຂະຫຍາຍ, ປະຕິບັດຂໍ້ລິເລີ່ມໃໝ່ໃນຂອບເຂດສັນຍາເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ, ສົ່ງເສີມບັນດາວິສາຫະກິດ ສິງກະໂປ ຍົກອອກຂໍ້ສະເໜີການຮ່ວມມືໃໝ່ ແລະ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ.

ພາຍລັງກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນຈີຢຸງ ແລະ ທ່ານລັດຖະມົນຕີ Tan See Leng ໄດ້ເປັນສັກຂີພິຍານ ພິທີເຊັນບົດບັນທຶກການຮ່ວມມືວ່າດ້ວຍການປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ຫວຽດນາມ ກັບ ກົມອາຊີຕາເວັນອອກສ່ຽງໃຕ້ ແລະ ທະວີບໂອເຊອານີ (SEAO) ຂຶ້ນກັບກະຊວງການຄ້າ ສິງກະໂປ.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ ຢູ່​ລາວ

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ” ຢູ່​ລາວ

ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື່ນທະເລ”.

Top