• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ແລະ ບັນດາບາດກ້າວຫັນປ່ຽນຕັ້ງຫນ້າໃນການປະຕິຮູບລະບຽບການບໍລິຫານ

ດ້ວຍ ເປົ້າໝາຍ “ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງເພື່ອຮັບໃຊ້”, ໄລຍະຜ່ານມາ, ນະຄອນ ຮ່າໂນ້ຍ ໄດ້ລົບລ້າງ, ປ່ຽນແທນ ແລະ ຫັນຮ້ອຍໆລະບຽບການບໍລິຫານໃຫ້ເປັນງ່າຍດາຍ. ຄວາມຈິງ ນັ້ນບໍ່ພຽງແຕ່ຊ່ວຍປະຊາຊົນ, ວິສາຫະກິດ ຫລຸດຜ່ອນເວລາ, ລາຍຈ່າຍໃນການປະຕິບັດລະບຽບການບໍລິຫານເທົ່ານັ້ນ ຫາກຍັງສ້າງຖັນແຖວພະນັກງານ, ລັດຖະກອນມີຈິດໃຈຄວາມຮັບຜິດຊອບ, ຈັນຍາບັນລັດຖະກອນຕ່ືມອີກ.

ດ້ວຍ ເປົ້າໝາຍ “ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງເພື່ອຮັບໃຊ້”, ໄລຍະຜ່ານມາ, ນະຄອນ ຮ່າໂນ້ຍ ໄດ້ລົບລ້າງ, ປ່ຽນແທນ ແລະ ຫັນຮ້ອຍໆລະບຽບການບໍລິຫານໃຫ້ເປັນງ່າຍດາຍ. ຄວາມຈິງ ນັ້ນບໍ່ພຽງແຕ່ຊ່ວຍປະຊາຊົນ, ວິສາຫະກິດ ຫລຸດຜ່ອນເວລາ, ລາຍຈ່າຍໃນການປະຕິບັດລະບຽບການບໍລິຫານເທົ່ານັ້ນ ຫາກຍັງສ້າງຖັນແຖວພະນັກງານ, ລັດຖະກອນມີຈິດໃຈຄວາມຮັບຜິດຊອບ, ຈັນຍາບັນລັດຖະກອນຕ່ືມອີກ.

ນັບແຕ່ເດືອນ ກໍລະກົດ ປີ 2021, ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍປະຕິບັດທົດລອງຮູບແບບອຳນາດການປົກຄອງຕົວເມືອງ ຢູ່ 175 ຕາແສງ ຂຶ້ນກັບ 12 ເມືອງ ແລະ ເທດສະບານ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຫັນປ່ຽນສຳຄັນ, ສອດຄ່ອງກັບລັກສະນະຂອງຕົວເມືອງ, ສ້າງທ່ວງທ່າໃຫ້ນະຄອນຫລວງພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ເລື່ອງອຳນາດການປົກຄອງທຸກຂັ້ນຍູ້ແຮງການປະຕິຮູບລະບຽບການບໍລິຫານໃນໄລຍະຜ່ານມາ ໄດ້ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ, ອົງການຈັດຕັ້ງ, ວິສາຫະກິດ. ປ້າ ດັ້ງທິມາຍຮວາ ຢູ່ ຕາແສງ ຫວີງຟຸກ ເມືອງບາດີ່ງ ແບ່ງປັນວ່າ:

 “ບັນດາລະບຽບການບໍລິຫານ ລ້ວນແຕ່ມາເຮັດຢູ່ສຳນັກງານຂອງຕາແສງ. ພະນັກງານຢູ່ພາກສ່ວນປະຕູດຽວ ຕ້ອນຮັບພວກຂ້າພະເຈົ້າແບບສະຫນິດສະຫນົມ ແລະ ຊ່ວຍເຫລືອຢ່າງສຸດຈິດສຸດໃຈ. ເພາະວ່າ ປະຈຸບັນ ມີບາງຢ່າງຜູ້ເຖົ້າແກ່ບໍ່ສາມາດນຳໃຊ້ເຕັກໂນໂລຊີໄດ້. ຂ້າພະເຈົ້າຕີລາຄາສູງຈິດໃຈຄວາມຮັບຜິດຊອບຂອງພະນັກງານຢູ່ທີ່ນີ້”.

ເພື່ອຮັບປະກັນໃຫ້ການແກ້ໄຂລະບຽບການບໍລິຫານໃຫ້ພົນລະເມືອງ ຢ່າງວ່ອງໄວກະທັດຮັດກວ່າ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດວາງກຳລັງມາຫນູນຊ່ວຍ, ສົ່ງສຳເນົາເອກະສານຂຶ້ນຂັ້ນເທິງຢ່າງວ່ອງໄວ. ທ່ານ ຫງວຽນແອງກວັນ, ຮອງປະທານຄະນະກຳມະການປະຊາຊົນ ເມືອງ ຮ່ວານກຽມ ຖືວ່າ:

“ສຳລັບການແກ້ໄຂລະບຽບການບໍລິຫານແບບບໍ່ຕ້ອງລໍຖ້າ ພິເສດ ແມ່ນມຸ່ງໄປເຖິງອຳນາດການປົກຄອງເອເລັກໂຕນິກ, ຂ້າພະເຈົ້າຖືວ່າເໝາະສົມທີ່ສຸດ, ຫລຸດຜ່ອນລະບຽບການບໍລິຫານທີີ່ບໍ່ມີຄວາມຈຳເປັນ. ທີສອງ ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ສັງຄົມ, ຊ່ວຍປະຊາຊົນບໍ່ຕ້ອງເສຍເວລາໃນການໄປມາເພື່ອເຮັດລະບຽບການບໍລິຫານ”.

   

ທ່ານ ເຈີນສີແທັງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ. (ພາບ: TTXVN)

ຕາມການຕີລາຄາຂອງຂະແຫນງການທີ່ມີຫນ້າທີ່ຮັບຜິດຊອບຂອງຮ່າໂນ້ຍແລ້ວ, ການເຂົ້າຮ່ວມຢ່າງຄົບຊຸດ, ຂ້ຽວຂາດຂອງບັນດາຄະນະ, ຂະແຫນງການ, ຫົວຫນ່ວຍໃນໄລຍະຜ່ານມາ ໄດ້ຊ່ວຍໃຫ້ວຽກງານປະຕິຮູບລະບຽບການບໍລິຫານຂອງນະຄອນໄດ້ຮັບການປັບປຸງ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ວິສາຫະກິດໃຫ້ດີກວ່າ. ຕາມນັ້ນແລ້ວ, ນະຄອນຮ່າໂນ້ຍ ໄດ້ຫັນ 26 ລະບຽບການບໍລິຫານໃຫ້ເປັນງ່າຍດາຍ, ແທນໃຫ້ 33 ລະບຽບການບໍລິຫານ, ລົບລ້າງ 476 ລະບຽບການບໍລິຫານ. ພ້ອມກັນນັ້ນ ກໍປະກາດໃຊ້ຫລາຍຂໍ້ຕົກລົງເຊັນອະນຸມັດຂັ້ນຕອນພາຍໃນ ແກ້ໄຂລະບຽບການບໍລິຫານ ເພື່ອໃຫ້ບັນດາອົງການ, ຫົວຫນ່ວຍສົມທົບເຊື່ອມຕໍ່, ຫລຸດຜ່ອນເວລາໄປມາ, ເວລາລໍຖ້າຂອງປະຊາຊົນ. ມາຮອດປະຈຸບັນ, ທຸກລະບຽບການບໍລິຫານລ້ວນແຕ່ໄດ້ຮັບ ແລະ ແກ້ໄຂຕາມກົນໄກປະຕູດຽວ, ປະຕູດຽວເຊື່ອມຕໍ່... ຕາມການສະຖິຕິ ສະແດງໃຫ້ເຫັນວ່າ: ໝາກຜົນແກ້ໄຂສຳເນົາເອກະສານແມ່ນຖືກກັບກຳນົດເວລາ, ກ່ອນກຳນົດເວລາ ຢູ່ ບໍລິເວນ ນະຄອນຮ່າໂນ້ຍ ບັນລຸອັດຕາ ກວ່າ 99%. ທ່ານ ເຈີນສີແທງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຢັ້ງຢືນວ່າ:

 “ເລື່ອງປະຕິຮູບລະບຽບການບໍລິຫານ ແມ່ນການຮຽກຮ້ອງລວມຂອງປະຊາຊົນ ແລະ ວິສາຫະກິດ, ຂອງການບຸກທະລຸ ແລະ ຈີນຕະນາການ ຢາກໃຫ້ປະເທດຊາດໝັ້ນຄົງເຂັ້ມແຂງວັດທະນາຖາວອນ ຊື່ງ ຮ່າໂນ້ຍ ພວມປະຕິບັດຢ່າງຂ້ຽວຂາດນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ. ຮ່າໂນ້ຍ ໄດ້ຜັນຂະຫຍາຍການປະຕິບັດຢ່າງຄົບຊຸດ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຊົນ, ວິສາຫະກິດ”.

ປະຈຸບັນ, ນະຄອນ ຮ່າໂນ້ຍ ໄດ້ປະກາດໃຊ້ແຜນການຜັນຂະຫຍາຍວຽກງານປະຕິຮູບລະບຽບການບໍລິຫານໄລຍະ 2021 – 2025, ຈຸດສຸມແມ່ນ “ສືບຕໍ່ປະຕິຮູບລະບຽບການບໍລິຫານ, ຍົກສູງລະດັບຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ຂອງອຳນາດການປົກຄອງ ແລະ ພັດທະນາອຳນາດການປົກຄອງເອເລກໂຕນິກ, ອຳນາດການປົກຄອງດິຈີຕອນ. ຄະນະກຳມະການປະຊາຊົນ ນະຄອນ ກໍສ້າງຕັ້ງຫນ່ວຍງານປັບປຸງ, ຍົກສູງດັດຊະນີການປະຕິຮູບລະບຽບການບໍລິຫານ (PAR INDEX) ແລະ ດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ຂອງອົງການບໍລິຫານລັດ (SIPAS) ຂອງນະຄອນ. …ນີ້ແມ່ນບັນດາບາດກ້າວຫັນປ່ຽນສຳຄັນ, ສ້າງທ່ວງທ່າໃຫ້ນະຄອນຫລວງ ພັດທະນາວ່ອງໄວ ແລະ ໝັ້ນຄົງ, ປະຕິຮູບວຽກງານລັດຖະກອນຕິດພັນກັບການກໍ່ສ້າງນະຄອນຫລວງແຫ່ງຄວາມສິວິໄລ, ອະລິຍະທຳ, ສ້າງຄວາມແຕກຕ່າງ, ຄວາມປະທັບໃຈໃນວຽກງານຮັບຕ້ອນປະຊາຊົນ. ພິເສດ ນະຄອນ ຮ່າໂນ້ຍ ສືບຕໍ່ສູ້ຊົນໃຫ້ກາຍເປັນນະຄອນອັດສະລິຍະ,  ນຳຫນ້າໃນການຫັນເປັນດິຈີຕອນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top